ຂປລ
ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).
ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີອັນສະໜິດສະໜົມ, ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຫວຽດນາມ-ລາວ ມາສູ່ ຄະນະພັກ-ຄະນະນໍາ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເຊິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມມີຊີວິດຊີວາຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ພ້ອມທັງເປັນການທົບທວນຄືນມູນເຊື້ອວັນສ້າງຕັ້ງພັກ ປປ ລາວ ທີ່ມີຕົ້ນກໍາເນີດມາຈາກ ພັກກອມມູນິດອິນດູຈີນ ຄືກັນກັບ ພັກກອມມູນິດຫວຽດນາມ, ເຊິ່ງໃນຕະຫລອດໄລຍະ 70 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງ, ພັກປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະກໍາປະຫວັດສາດ ໃນການນໍາພາການປະຕິວັດລາວ ເຮັດສໍາເລັດ ພາລະ ກິດປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ, ເຖິງວ່າຈະໄດ້ຮັບຜົນກະທົບຈາກ ສະພາບພາກພື້ນ ແລະ ສາກົນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຕ່ ພັກ, ລັດຖະບານລາວ ກໍໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ພ້ອມນັ້ນ, ໄດ້ສະແດງຄວາມຂອບໃຈໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດ ກໍໃຫ້ການສະໜັບສະໜູນຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນການດໍາເນີນພາລະກິດ ຕໍ່ສູ້ປົດປ່ອຍ ປະເທດຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ; ຕີລາຄາສູງ ຕໍ່ການເຮັດວຽກຢ່າງຫ້າວຫັນຂອງ ສະຫາຍທູດ ແລະ ພະນັກງານສະຖານທູດ ໃນການປະສານສົມທົບ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມື ໃນຂົງເຂດວຽກງານຕ່າງໆ ເຊິ່ງເປັນການປະກອບ ສ່ວນອັນສໍາຄັນ ເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໂອກາດນີ້, ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຊົມເຊີຍ ແລະ ອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ແລະ ໄດ້ສະແດງຄວາມ ປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນ ບັນດາເຜົ່າ ຍາດມາໄດ້ຕະຫລອດໄລຍະຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ມີຄວາມໝາຍປະຫວັດສາດ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນພິລະອາດຫານ ແລະ ປີຊາສາມາດຂອງ ພັກ ປປ ລາວ ຈະສາມາດນໍາພາປະຊາຊົນລາວ ສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະທ້າຍສະໄໝ ໃຫ້ປະສົບຜົນສໍາເລັດຢ່າງມີໄຊ.

ສອງຝ່າຍ ຕ່າງກໍໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດວຽກງານ, ສອງຝ່າຍ ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ, ສອງລັດ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງ ຈົນເຖິງທ້ອງຖິ່ນ, ມີການແລກປ່ຽນສະພາບການພາຍໃນເຊິ່ງກັນ ແລະ ກັນ ໂດຍສະເພາະບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງໃຫ້ເຂັ້ມແຂງ ເພື່ອເປັນການກະກຽມໃຫ້ແກ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຕົນ ທີ່ຈະມີຂຶ້ນໃນຕົ້ນປີ 2026; ສອງຝ່າຍ ເຫັນດີສືບຕໍ່ຮ່ວມມື ແລະ ປະສານສົມທົບ ຢ່າງສະໜິດແໜ້ນ ໃນການຊຸກຍູ້ການຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ກໍຄື ບັນດາຖະ ແຫລງການຮ່ວມສອງຝ່າຍ, ບັນດາສັນຍາຂໍ້ຕົກລົງຂອງສອງລັດຖະບານ ລາວ-ຫວຽດນາມ ແລະ ບັນດາໂຄງການຮ່ວມມື, ການລົງທຶນ ແລະ ຊ່ວຍເຫລືອ ທີ່ສອງຝ່າຍ ໄດ້ເປັນເອກະພາບກັນ ປະກອບສ່ວນເຂົ້າໃນ ການເພີ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ຄຕພ
KPL