ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

19/03/2025 18:27
Email Print 350
ຂປລ ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ




ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ
70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ, ພ້ອມດ້ວຍ ພະນັກງານ-ລັດຖະກອນ ທົ່ວສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຂົ້າຮ່ວມ.




ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ​ໂດຍຍົກໃຫ້ເຫັນຜົນງານອັນໃຫຍ່ຫລວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ
70 ປີຜ່ານມາ ໂດຍສະເພາະ ພັກໄດ້ນໍາພາ ການຕໍ່ສູ້ບໍ່ຍອມຈຳນົນ, ພິລະອາດຫານທີ່ນໍາໄປສູ່ໄຊຊະນະ ຂອງການປະຕິວັດຊາດປະຊາທິປະໄຕ, ສືບຕໍ່ນໍາພາການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນລາວບັນດາເຜົ່າ. ພັກປະຊາຊົນ ປະຕິວັດລາວເວລາໃດ ກໍຍຶດໝັ້ນລັດທິມາກ-ເລນິນເປັນພື້ນຖານ, ແນວຄິດ ໄກສອນ ພົມວິຫານ ແລະ ຍຶດຖືຫລັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວ ບັນດາເຜົ່າຕະຫຼອດມາ.




ໂອກາດນີ້
, ຍັງໄດ້ຍ້ອງຍໍຜົນງານໃຫ້ພະນັກງານ-ນັກຮົບ ໃນນີ້, ໄດ້ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຈຳນວນ 14 ສະຫາຍ ຕື່ມອີກ.




ຂໍ້​ມູນ-ພາບ: ໜັງສືພິມ​ກອງທັບ

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

      4/25/2025 9:13:40 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

      4/25/2025 9:06:11 PM

      ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

    • ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:59:10 PM

      ຂປລ. ຕອນເຊົ້າວັນທີ 25 ເມສາ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໃນໂອກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ຢູ່ ​ສປປ ລາວ ແຕ່​ວັນ​ທີ 24-25 ເມສາ 2025.

    • ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວການເມືອງ

      ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວ

      4/25/2025 8:57:42 PM

      ຂປລ. ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 24-25 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມອະດີດການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:55:17 PM

      ຂປລ. ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.

ads
ads

Top