ຂປລ
ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.
ການລົງຢ້ຽມຢາມຄັ້ງນີ້, ທ່ານ ໄຊຍາ ໄຊມຸງຄຸນ ຜູ້ອຳນວຍການລັດວິສາຫະກິດນໍ້າປະປານະ ຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ລັດວິສາຫະກິດນໍ້າປະປາ ນວ ສາມາດຜະລິດ ນໍ້າສູງສຸດໄດ້ 348.000 ແມັດກ້ອນຕໍ່ວັນ ເຊິ່ງມາຈາກ 6 ໂຮງງານຄື: ໂຮງງານດົງໝາກຄາຍມີກໍາລັງການຜະລິດ 120.000 ແມັດກ້ອນຕໍ່ວັນ, ໂຮງງານຈີ່ນາຍໂມ້ ກໍາລັງການຜະລິດ 80.000 ແມັດກ່ອນຕໍ່ວັນ, ໂຮງ ງານເກົ້າລ້ຽວ ມີກໍາລັງການຜະລິດ 60.000 ແມັດກ້ອນຕໍ່ວັນ, ໂຮງງານດົງບັງມີກຳລັງການຜະລິດ 44.000 ແມັດກ້ອນຕໍ່ວັນ, ໂຮງງານແສນດິນ ມີກໍາລັງການຜະລິດ 24.000 ແມັດກ້ອນຕໍ່ວັນ ແລະ ໂຮງງານທ່າເດື່ອມີກໍາລັງການຜະລິດ 20.000 ແມັດກ້ອນຕໍ່ວັນ. ສໍາລັບໂຮງງານຢູ່ສາຂາເມືອງສັງທອງ ມີ 6 ໂຮງງານມີກໍາລັງການຜະລິດໄດ້ 2.110 ແມັດກ້ອນຕໍ່ວັນ, ເມືອງປາກງື່ມມີ 4 ໂຮງງານ ມີກຳລັງການຜະລິດໄດ້ 2.600 ແມັດກ້ອນຕໍ່ວັນ, ຈຳນວນປະຊາກອນທີ່ໄດ້ຮັບ ການບໍລິການນໍ້າປະປາ ມີ 819.863 ຄົນ, ຢູ່ 7 ຕົວເມືອງໃນ, ມີໝໍ້ແທກນໍ້າທັງໝົດ 202.274 ໜ່ວຍ, ບໍລິມາດນໍ້າ ຈໍາໜ່າຍປີທີ່ຜ່ານມາ 89.244.747 ແມັດກ້ອນຕໍ່ປີ, ເທົ່າກັບ 244.506 ແມັດກ້ອນຕໍ່ວັນ.

ການນໍາໃຊ້ນໍ້າໃນປັດຈຸບັນ ໂດຍສະເພາະແມ່ນໄລຍະລະດູແລ້ງ ແມ່ນສູງກວ່າລະດູຝົນ. ຕໍ່ກັບບັນຫາດັ່ງກ່າວ, ລັດວິສາຫະກິດນໍ້າປະປາ ນວ ໄດ້ກຳນົດວຽກງານ ທີ່ຈະຕ້ອງໄດ້ຈັດຕັ້ງ ປະຕິບັດໃນລະດູແລ້ງປີນີ້ ແລະ ວຽກງານທີ່ຈະໄດ້ປະຕິບັດໃຫ້ສໍາເລັດໂດຍໄວເຊັ່ນ: ສູ້ຊົນຮັກສາກໍາລັງການຜະລິດ (ໃຫ້ຜະລິດສູງສຸດເຕັມອັດຕາ) ບໍ່ໃຫ້ຫລຸດ 348.000 ແມັດກ້ອນຕໍ່ວັນ, ໃນແຕ່ລະໂຮງງານຕ້ອງຜະ ລິດນໍ້າໃຫ້ໄດ້ຕາມກໍາລັງການຜະລິດຂອງແຕ່ລະໂຮງງານ, ປັບແຮງດັນນໍ້າ ເພື່ອໃຫ້ນໍ້າໄຫລເຂົ້າໃນຕົວເມືອງ ແຕ່ຕ້ອງຮັບປະກັນ ໃຫ້ເຂດ ທີ່ຫລຸດແຮງດັນ ມີນໍ້າໃຊ້ພຽງພໍ, ປັບແຮງດັນ ແລະ ບໍລິມາດນໍ້າໃຫ້ກະ ຈາຍໃຫ້ມີລັກສະນະນໍ້າໃຊ້ທົ່ວເຖິງ ແລະ ດຸ່ນດ່ຽງກັນໃນແຕ່ລະພື້ນທີ່, ຕິດຕາມກວດກາລະບົບສາຍທໍ່ນໍ້າປະປາ ແຕ່ໂຮງງານຜະລິດ ນໍ້າປະປາຫາຄົວເຮືອນປະຊາຊົນ, ຍົກສູງຄວາມອາດສາມາດໜ່ວຍງານ ສ້ອມແປງເພື່ອສ້ອມແປງນໍ້າແຕກ-ນໍ້າຮົ່ວ ໃຫ້ສ້ອມແປງໄວໃຫ້ສໍາເລັດພາຍໃນ 24 ຊົ່ວໂມງ ຫລັງຈາກໄດ້ຮັບແຈ້ງຂໍ້ມູນ. ພ້ອມນີ້, ຍັງຈະເລັ່ງຄົ້ນຄວ້າ ແລະ ກຳນົດເຂດຈຸດສຸມ ເພື່ອຈະແກ້ໄຂນໍ້າອອກຄ່ອຍ, ນໍ້າບໍ່ອອກ, ພ້ອມທັງຄົ້ນຄ້ວາ ແລະ ກຳນົດການບໍລິການ ນໍ້າປະປາ ທາງລົດຈາກພາກສ່ວນເອກະຊົນ ໃຫ້ລັດວິສາຫະກິດໄຟຟ້າ ນວ ຮັບປະກັນການສະໜອງກະແສໄຟຟ້າ ໃຫ້ມີແຮງດັນປົກກະຕິ, ຖ້າກະແສໄຟຟ້າບໍ່ມາເປັນປົກກະຕິ ຈະບໍ່ສາມາດ ຜະລິດນໍ້າໄດ້.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ແລະ ທ່ານເຈົ້າຄອງ ນວ ໄດ້ຊີ້ນຳໃຫ້ລັດວິສາຫະກິດນໍ້າປະ ປາ ນວ ຈົ່ງສືບຕໍ່ຊອກຫາວິທີແກ້ໄຂສະເພາະໜ້າ ແລະ ຍາວນານໃຫ້ມີປະສິດທິພາບ ເພື່ອເຮັດແນວ ໃດໃຫ້ປະຊາຊົນມີນໍ້າໃຊ້ຢ່າງພຽງພໍ ໂດຍສະເພາະໃນໄລຍະລະດູຮ້ອນນີ້. ພ້ອມກັນນັ້ນ, ກໍໄດ້ແນະນຳໃຫ້ທວງຄືນບັນດາສັນຍາ ກ່ຽວກັບການກໍ່ສ້າງ ແລະ ພັດທະນາລະບົບ ນໍ້າປະປາທີ່ເຊັນໄປແລ້ວນັ້ນ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ຂໍ້ມູນ-ພາບ: ວຽງຈັນໃໝ່
KPL