ຫສພ ຈັດຝຶກອົບຮົມວຽກຈັດຕັ້ງໃຫ້ ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ

17/03/2025 18:46
Email Print 1265
ຂປລ ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ ລະຫວ່າງວັນທີ 17-28 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ ກ່ຽວຂ້ອງອ້ອມຂ້າງ ຫສພ ເຂົ້າຮ່ວມ.




ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ ລະຫວ່າງວັນທີ
17-28 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານລັດຖະກອນ ກົມຈັດຕັ້ງ-ພະນັກງານ ກ່ຽວຂ້ອງອ້ອມຂ້າງ ຫສພ ເຂົ້າຮ່ວມ.




ທ່ານ ຄຳພາ ພິມມະສອນ ໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນພັດທະນາ ຂອງກົມຈັດຕັ້ງ-ພະ ນັກງານ ຫ້ອງວ່າການສູນກາງພັກ ປະຈຳປີ
2025 ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ ບັນດາວຽກງານຂົງເຂດການສ້າງຄວາມເຂັ້ມແຂງ ທາງດ້ານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນ ພາຍໃນກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ສາມາດເປັນເສນາທິການທາງດ້ານວຽກຈັດຕັ້ງ ໃຫ້ແກ່ຄະນະຫ້ອງວ່າການສູນກາງພັກ. ດັ່ງນັ້ນ, ວຽກງານສ້າງຄວາມເຂັ້ມ ແຂງທາງດ້ານວິຊາສະເພາະ ໃຫ້ແກ່ພະນັກງານ-ລັດຖະກອນຂອງ ກົມຈັດຕັ້ງ-ພະນັກງານຫ້ອງວ່າການສູນກາງພັກ ຈຶ່ງເປັນສິ່ງສໍາຄັນ, ຈຳເປັນ ແລະ ພາວະວິໄສໃນເງື່ອນໄຂປັດຈຸບັນ, ເມື່ອເປັນຄືແນວນັ້ນ ຄະນະພັກ-ຄະນະນໍາຂອງ ຫ້ອງວ່າການສູນກາງພັກ ຈຶ່ງໄດ້ຕັດສິນໃຈ ແລະ ສູ້ຊົນຊຸກຍູ້ໃຫ້ການຝຶກອົບຮົມໃນຄັ້ງນີ້ ເກີດຂຶ້ນຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.

ຊຸດຝຶກອົບຮົມໃນຄັ້ງນີ້, ເປັນການຍົກລະດັບດ້ານຄວາມຮູ້, ຄວາມສາມາດທາງດ້ານວຽກງານ ຈັດຕັ້ງໃຫ້ເລິກເຊິ່ງຕື່ມອີກ ເປັນຕົ້ນ ແມ່ນກຸ່ມວຽກງານພັກ, ພະນັກງານ, ກຸ່ມວຽກປັບປຸງກົງຈັກ ແລະ ກຸ່ມວຽກວິຊາສະເພາະປິ່ນອ້ອມ ເຊິ່ງບັນດາກຸ່ມວຽກດັ່ງກ່າວ ເປັນວຽກງານໜຶ່ງທີ່ສໍາຄັນຂອງພັກ, ສາ ມາດນໍາໄປຜັນຂະຫຍາຍ ​ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ໃນນາມທີ່ເປັນເສນາທິການທີ່ເຮັດວຽກງານ ຈັດຕັ້ງຊ່ວຍຄະນະພັກ-ຄະນະນໍາຫ້ອງວ່າການສູນກາພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັງເສີມຂະຫຍາຍໄດ້ດ້ານຫົວຄິດປະດິດສ້າງ, ກໍາລັງແຮງລວມໝູ່ ເພື່ອພ້ອມກັນເຮັດສຳເລັດທຸກ ໜ້າທີ່ການເມືອງຂອງຕົນ ໃນປັດຈຸບັນ ກໍຄື ໃນສະເພາະໜ້າ ແລະ ຍາວນານ.




ໂອກາດນີ້
, ທ່ານ ຄຳພາ ພິມມະສອນ ຍັງໄດ້​ເນັ້ນໃຫ້ຄະນະຮັບຜິດຊອບຕິດຕາມ ການຮຽນ-ການສອນຢ່າງເປັນລະບົບປົກກະຕິ, ເກັບກຳຂໍ້ມູນ, ລົງເລິກກະກຽມແຕ່ຫົວທີ ເປັນຕົ້ນ ດ້ານບຸກຄະລາກອນ, ດ້ານແຜນການ-ງົບປະມານ, ການປະເມີນຜົນ, ການຕິດຕາມກວດກາ ແລະ ເຄື່ອນໄຫວຕາມ ແຜນການຂອງຄະນະ ຮັບຜິດຊອບວາງອອກ, ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ, ເກັບກໍາ, ລາຍງານຂໍ້ມູນຮອບດ້ານໃນຊຸດຝຶກອົບຮົມ ຕໍ່ຄະນະນໍາຂັ້ນເທິງຕາມຄວາມຮັບຜິດຊອບແຕ່ລະໄລຍະ;  ໃຫ້ບັນດາຄູຝຶກຈາກຄະນະຈັດຕັ້ງສູນກາງພັກ ສືບຕໍ່ຖ່າຍທອດບົດຮຽນ, ປະສົບການ, ເອົາໃຈໃສ່ແຕ່ງບົດຮຽນ-ບົດສອນ, ບົດຄົ້ນຄວ້າ, ນໍາໃຊ້ວິທະຍາສາດ-ເຕັກນິກ ໃໝ່ເຂົ້າໃນການສິດສອນ, ຖ່າຍທອດບົດຮຽນວຽກງານຈັດຕັ້ງແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກຳຕົວຈິງດ້ວຍຫລາຍຮູບການ, ພ້ອມທັງເປີດໂອກາດໃຫ້ໃຫ້ສໍາມະນາກອນ ມີສ່ວນຮ່ວມໃນການແລກປ່ຽນຄວາມຄິດເຫັນ ໃນແຕ່ລະວິຊາຮຽນຢ່າງກວ້າງຂວາງ; ໃຫ້ບັນດາທ່ານ ທີ່ເຂົ້າຮ່ວມຝຶກອົບຮົມຊຸດນີ້ ມີສະຕິສູງໃນການປະຕິບັດ ຕາມລະບຽບຂອງການຝຶກອົບຮົມຢ່າງເຄັ່ງຄັດ, ຂໍໃຫ້ຍົກສູງກຳແໜ້ນຫລັກການ ແລະ ບົດຮຽນກ່ຽວກັບວຽກງານຈັດຕັ້ງ, ຕັ້ງໜ້າຄົ້ນຄວ້າ, ຮໍ່າຮຽນ, ເອົາໃຈໃສ່ຜັນຂະຫຍາຍເນື້ອໃນທີ່ ໄດ້ຮັບຈາກການຝຶກອົບຮົມ ເຂົ້າສູ່ລວງເລິກຕົວຈິງ, ຍາດແຍ່ງເອົາການຖ່າຍທອດ ບົດຮຽນນໍາຄູຝຶກ ແລະ ເອົາໃຈໃສ່ມີສ່ວນຮ່ວມ, ແລກປ່ຽນບົດຮຽນລະຫວ່າງທິດສະດີ ແລະ ພຶດຕິກໍາຕົວຈິງ ກັບນັກຮຽນດ້ວຍກັນ ແລະ ຄູຝຶກຢ່າງກວ້າງຂວາງ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຝຶກອົບຮົມ ຮຽນຮູ້ການພັດທະນາພະລັງງານສີຂຽວວັດທະນະທຳ-ສັງຄົມ

      ຝຶກອົບຮົມ ຮຽນຮູ້ການພັດທະນາພະລັງງານສີຂຽວ

      6/2/2025 2:58:48 PM

      ຂປລ. ກຸ່ມບໍລິສັດ ນໍ້າ ແລະ ໄຟຟ້າສາກົນແຫ່ງ ສປ ຈີນ (CCCG) ຮ່ວມກັບ ມະຫາວິທະຍາໄລ ລາວ-ຈີນ ແລະ ມະຫາວິທະຍາໄລ ເຫີໄຮ ສປ ຈີນ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ ຫ້ອງຮຽນສີຂຽວ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກຊັບພະວິຊາ ໃນວັນທີ 30 ພຶດສະພາ 2025 ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ.

    • ກະຊວງການຕ່າງປະເທດ ຈັດກິດຈະກຳ ປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດວັດທະນະທຳ-ສັງຄົມ

      ກະຊວງການຕ່າງປະເທດ ຈັດກິດຈະກຳ ປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ

      6/2/2025 2:54:35 PM

      ຂປລ. ໃນວັນທີ 2 ມິຖຸນາ 2025 ທີ່ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1/6/1924-1/6/2025) ເປັນກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້

    • ມອບ-ຮັບ ສິ່ງເສດເຫລືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວວັດທະນະທຳ-ສັງຄົມ

      ມອບ-ຮັບ ສິ່ງເສດເຫລືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

      6/2/2025 2:51:11 PM

      ຂປລ. ພິທີມອບ-ຮັບ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ລາວ ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ຢູ່ສະໜາມບິນສາກົນປາກເຊ ນະຄອນປາກເຊ ແຂວງຈໍາປາສັກ, ຕາງໜ້າໃຫ້ລັດຖະບານລາວ ມອບໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ-ອາເມລິ ກາ ກະຊວງການຕ່າງປະເທດ ແລະ ຮັບໂດຍ ທ່ານ ນາງ ມິດແຊວ ເອົ້າລໍ (Michelle Outlaw), ຮອງທູດ, ອຸປະທູດຊົ່ວຄາວ, ສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ປະດັບຫລຽນ ໃຫ້ຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວວັດທະນະທຳ-ສັງຄົມ

      ປະດັບຫລຽນ ໃຫ້ຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ

      6/2/2025 2:25:34 PM

      ຂປລ. ພິທີປະດັບຫລຽນໄຊແຮງງານຊັ້ນ I, ຊັ້ນ II, ຊັ້ນ III, ຫລຽນກາແຮງງານ ແລະ ໃບຍ້ອງຍໍຂັ້ນລັດຖະບານລາວ, ຂັ້ນກະຊວງ ແລະ ໃບຍ້ອງຍໍຂັ້ນສະຫະພັນກິລາເພາະກາຍແຫ່ງຊາດລາວ ໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ), ລວມທັງຄູເຝິກ, ນັກກິລາ ແລະ ບັນດາຜູ້ສະໜັບສະໜູນ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວ ໃນສົກປີ 2024 ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2025 ຜ່ານມາ

    • ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກຳ ສະຫລອງວັນເດັກນ້ອຍສາກົນວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກຳ ສະຫລອງວັນເດັກນ້ອຍສາກົນ

      6/2/2025 2:16:18 PM

      ຂປລ. ສູນວັດທະນະທຳຈີນ ປະຈຳ ລາວ ຈັດກິດຈະກຳສະເຫລີມສະຫລອງ ວັນເດັກນ້ອຍສາກົນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບ ອຸນຫະພູມເຄື່ອງປັ້ນຈືຊ່າ ກິດຈະກໍາສໍາຜັດວັດທະນະທໍາຈີນ ໃນບຸນຕ່ວນຫວູ ໃນວັນທີ 1 ມິຖຸນາ 2025, ພາຍໃນງານປະກອບມີຫລາຍກິດຈະກໍາ ເປັນຕົ້ນ ການສະແດງສິລະປະ ຈາກນ້ອງໆເຮືອນຮຽນຮູ້ສໍາລັບເດັກ, ການເດີນແບບ, ຟ້ອນ, ເຕັ້ນ, ຮ້ອງເພງ ​ແລະ ລະຄອນສັ້ນ.

ads
ads

Top