ຂປລ
ທ່ານຟ້າມມິນຈິງ, ນາຍົກລັດຖະໃນຕີແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມ ພິທີເປີດນຳໃຊ້ ປະຕູຖານຂໍ້ມູນ ກົດໝາຍ ແຫ່ງຊາດ ເພື່ອກ້າວເຂົ້າສູ່ ສັງກາດໃໝ່.
ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ສຳນັກງານ ລັດຖະບານ ຫວຽດນາມ ທີ່ ຮ່າໂນ້ຍ, ທ່ານຟ້າມມິນຈິງ, ນາຍົກລັດຖະໃນຕີແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມ ພິທີເປີດນຳໃຊ້ ປະຕູຖານຂໍ້ມູນ ກົດໝາຍ ແຫ່ງຊາດ ເພື່ອກ້າວເຂົ້າສູ່ ສັງກາດໃໝ່. ປະຕູຖານຂໍ້ມູນ ກົດໝາຍ ແຫ່ງຊາດມີລະຫັດ https://phapluat.gov.vn ໄດ້ສ້າງຂຶ້ນດ້ວຍເປົ້າໝາຍ ກາຍເປັນ ເວັບໄຊ ທາງການ ຮັບໃຊ້ໃຫ້ແກ່ ປະຊາຊົນ, ວິສາຫະກິດ ໃນການຊອກຮູ້, ຖາມຕອບກົດໝາຍ, ຮັບປະກັນ ລັກສະນະ ເປີດເຜີຍ, ຈະແຈ້ງ ແລະ ປະສິດທິຜົນ.ໃນໂອກາດນີ້ ທ່ານ ຟ້າມມິນຈິງ, ນາຍົກລັດຖະໃນຕີ ຫວຽດນາມ ເນັ້ນໜັກວ່າ: ການສ້າງ ປະຕູຖານຂໍ້ມູນ ກົດໝາຍ ແຫ່ງຊາດ ສຳເລັດ ຈະອັບເດັດ ຂໍ້ມູນ ຢ່າງໄວວາ, ຊັດເຈນເພື່ອໃຫ້ປະຕູຖານຂໍ້ມູນ ກົດໝາຍ ແຫ່ງຊາດ ກາຍເປັນ ສັນຍາລັກ ຂອງພື້ນຖານນິຕິກຳ ຢ່າງແທ້ຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL