ຂປລ
ຂປລ. ສູນວັດທະນະທຳຈີນ ປະຈຳ ລາວ ຈັດກິດຈະກຳສະເຫລີມສະຫລອງ ວັນເດັກນ້ອຍສາກົນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບ ອຸນຫະພູມເຄື່ອງປັ້ນຈືຊ່າ ກິດຈະກໍາສໍາຜັດວັດທະນະທໍາຈີນ ໃນບຸນຕ່ວນຫວູ ໃນວັນທີ 1 ມິຖຸນາ 2025, ພາຍໃນງານປະກອບມີຫລາຍກິດຈະກໍາ ເປັນຕົ້ນ ການສະແດງສິລະປະ ຈາກນ້ອງໆເຮືອນຮຽນຮູ້ສໍາລັບເດັກ, ການເດີນແບບ, ຟ້ອນ, ເຕັ້ນ, ຮ້ອງເພງ ແລະ ລະຄອນສັ້ນ.


ຂປລ. ສູນວັດທະນະທຳຈີນ ປະຈຳ ລາວ ຈັດກິດຈະກຳສະເຫລີມສະຫລອງ ວັນເດັກນ້ອຍສາກົນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບ ອຸນຫະພູມເຄື່ອງປັ້ນຈືຊ່າ ກິດຈະກໍາສໍາຜັດວັດທະນະທໍາຈີນ ໃນບຸນຕ່ວນຫວູ ໃນວັນທີ 1 ມິຖຸນາ 2025, ພາຍໃນງານປະກອບມີຫລາຍກິດຈະກໍາ ເປັນຕົ້ນ ການສະແດງສິລະປະ ຈາກນ້ອງໆເຮືອນຮຽນຮູ້ສໍາລັບເດັກ, ການເດີນແບບ, ຟ້ອນ, ເຕັ້ນ, ຮ້ອງເພງ ແລະ ລະຄອນສັ້ນ. ນອກຈາກນີ້, ນ້ອງນັກຮຽນຍັງໄດ້ສຳຜັດກັບ ການປັ້ນດິນເຜົາຈືຊ່າ, ຮັບຊົມການວາງສະແດງຜົນງານຈືຊ່າ ແລະ ສະແດງສິລະປະການຊົງຊາ ແລະ ຊິມເຂົ້າຕົ້ມຈີນ.

ການຈັດກິດຈະກຳຄັ້ງນີ້, ແນໃສ່ເຮັດໃຫ້ນ້ອງນ້ອຍເຍົາວະຊົນ ໄດ້ເຄື່ອນໄຫວກິດຈະກໍາວັນເດັກນ້ອຍສາກົນ ເປີດໂອກາດໃນການກ້າຄິດ, ກ້າສະແດງອອກ ເຊິ່ງຄໍາຂວັນປີນີ້ແມ່ນ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດເທົ່າທຽມກັນ, ອະນາຄົດທີ່ປອດໄພ”, ທັງເປັນການຊຸກຍູ້ສົ່ງເສີມ ເດັກນ້ອຍ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວເປັນຜູ້ໃຫຍ່ ທີ່ມີຄຸນນະພາບ, ເປັນເດັກຄໍາຮູ້ຂອງພໍ່ແມ່, ເປັນນັກຮຽນດີ, ຮຽນເກັ່ງຂອງຄູ ແລະ ເປັນພົນລະເມືອງທີ່ດີຂອງສັງຄົມ, ເປັນກໍາລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງ ຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ຂ່າວ: ກິດຕາ
ພາບ: ເກດສະໜາ
KPL