ຂປລ
ຄະນະ ກຳມະການ ແນວໂຮມ ປະເທດຊາດ ຫວຽດນາມ ແຂວງ ເບັນແຈ ໄດ້ຈັດພິທີ ມອບເຮືອນ ແຫ່ງມະຫາສາມັກຄີ ຈຳນວນ 50 ຫລັງໃຫ້ແກ່ ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບ ຄວາມຫຍຸ້ງຍາກ ເປັນພິເສດ ຢູ່ເມືອງ ໝໍໄກ່ໃຕ້.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ຄະນະ ກຳມະການ ແນວໂຮມ ປະເທດຊາດ ຫວຽດນາມ ແຂວງ ເບັນແຈ ໄດ້ຈັດພິທີ ມອບເຮືອນ ແຫ່ງມະຫາສາມັກຄີ ຈຳນວນ 50 ຫລັງໃຫ້ແກ່ ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບ ຄວາມຫຍຸ້ງຍາກ ເປັນພິເສດ ຢູ່ເມືອງ ໝໍໄກ່ໃຕ້. ຈາກນັ້ນ ທ່ານ ຮວິ່ງແທັ່ງດາດ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນສູນກາງພັກ ກ່າວວ່າ ການໜູນຊ່ວຍ ເຮືອນຢູ່ໃຫ້ແກ່ ຄອບຄົວ ຜູ້ມີຄຸນງາມ ຄວາມດີ, ຄອບຄົວ ທຸກຍາກ, ແມ່ນວຽກງານ ອັນແທດຈິງ, ສະແດງ ຄວາມຮັບຜິດຊອບ ແລະ ສິນທຳ “ກິນເຂົ້າຄິດຮອດຄຸນນາ” ແລະ ນ້ຳໃຈ “ຮັກເພື່ອນມະນຸດ ຄືຮັກຕົນເອງ”, ປະກອບສ່ວນ ນ້ຳມາເຊິ່ງຊາຍຄາ ອັນອົບອຸ່ນ ໃຫ້ແກ່ຜູ້ທຸກຍາກ, ຜູ້ມີຄວາມສ່ຽງສູງກວ່າ. ບັນດາໝູ່ຄະນະ, ສ່ວນບຸກຄົນ, ວິສາຫະກິດ ຢູ່ພາຍໃນ ແລະ ນອກແຂວງ ສືບຕໍ່ ສະໜັບ ສະໜູນເງິນ, ວັດສະດຸ, ເຫື່ອແຮງ ເພື່ອຊ່ວຍເຫລືອ ຄອບຄົວທຸກຍາກ,ຄອບຄົວ ປະສົບກັບ ຄວາມຫຍຸ້ງຍາກ ກ່ຽວກັບ ເຮືອນຢູ່ ໃນປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL