ສ.ອາເມລິກາ ຈະເພີ່ມພາສີຕໍ່ເຫລັກກ້າ-ອາລູມິນຽມ ຂຶ້ນເປັນ 50%

02/06/2025 15:03
Email Print 254
ຂປລ ທ່ານ ໂດ​ນັນ ທ​ຣຳ, ປະທານາທິບໍດີ​ ສ.ອາ​ເມ​ລິກາ ຈະປັບພາສີ ນຳເຂົ້າ ເຫລັກກ້າ ແລະ ອາລູມີນຽມ ຂອງ​ ສ.ອາ​ເມ​ລິ​ກາ ຈາກ 25% ໃນ​ປັດຈຸບັນ ​ຂຶ້ນເປັນ 50%, ເພື່ອປົກປ້ອງ​ ອຸດ​ສາ​ຫະ​ກຳ ເຫລັກກ້າ ພາຍໃນປະເທດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,  ທ່ານ ໂດ​ນັນ ທ​ຣຳ, ປະທານາທິບໍດີ​ ສ.ອາ​ເມ​ລິກາ ຈະປັບພາສີ ນຳເຂົ້າ ເຫລັກກ້າ ແລະ ອາລູມີນຽມ ຂອງ​ ສ.ອາ​ເມ​ລິ​ກາ ຈາກ 25% ໃນ​ປັດຈຸບັນ ​ຂຶ້ນເປັນ 50%,  ເພື່ອປົກປ້ອງ​ ອຸດ​ສາ​ຫະ​ກຳ ເຫລັກກ້າ ພາຍໃນປະເທດ. ຂະນະທີ່ ບໍລິສັດ​ຕ່າງປະ​ເທດ ​ຍັງ​ສາມາດ​​ແບກ​ຫາບ​ພາສີ​ ເຫລັກ​ກ້າ 25% ​ໃນ​ປະຈຸ​ບັນ ​ໃນ​ລະດັບ​ໃດ​ໜຶ່ງ, ​ແຕ່​ເມື່ອ ອັດຕາ​ພາສີ ​ເພີ່ມ​ຂຶ້ນ​ເປັນ 50%​ ແລ້ວ, ບໍ​ລິ​ສັດ​ຕ່າງ​ປະ​ເທດ​ເຫລົ່າ​ນີ້ ຈະ​ມີ​ຄວາມ​ຫຍຸ້ງ​ຍາກ ​ໃນການ​ຮັບ​ມື./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top