7040

ຂປລ. ໃນວັນທີ 30 ພຶດສະພາ 2025 ນີ້, ຄະນະຜູ້ແທນຈາກ ສະຖານທູດຈີນ ປະຈຳລາວ, ອົງ ຂປລ. ໃນວັນທີ 29 ພຶດສະພາ 2025 ນີ້, ຢູ່ນະຄອນຫລວງໂຕ ກຽວ ປະເທດຍີ່ປຸ່ນ ໄດ້ມີການພົບປະ ສອງຝ່າຍລະຫວ່າງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru) ນາຍົກ ລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ໃນໂອກາດດັ່ງກ່າວ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຂອບໃຈມາຍັງທ່ານນາຍົກ ]q 'ok,0v[g0fdko9a f8A 'xt8y [a f;Pd'ko 0v'z6h 8k'|h kdkomj v'mj P;]k;xt9e lx 9u o s]kprkdlj ;o9a fry mu lts]v' ;a ogfa doh vplkdq o c]t ;a ox6 d8Q ow,h csj '-kf lt4kom6 f9u o xt9e]k; 9a fdy f9tde 0uj ]q fw2 ]k;{9u o ma fltotlb dlk ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 02.06.2025 ປີທີ 24 ສະບັບທີ 6.195ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a ox6 d8Q ow,h csj '-kf c]t ;a ogfa doh vplkdq o ;a omu 1 ,y 45 ok 2025 1j k'l5 f.9K  ອ່ານຕໍ່ໜ້າ 7່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 7່ າໍ່ ໜ້າ 7totz6h cmo]k; g0Q kIj ;,dv'xt-5 ,.spj 7A 'mu 78 0v'vq 'dkovtokw,3]d Iv'xtmkoxtgmf ]q '8y f8k, dko[6 ]totlh v,cx'3I'cI,9exkla drkg]f xtmkoxtgmf csj ' lxx ]k; rq [xtda [okpq d]a f4t,q o8u pu j x5 j o zq odv'xt-5 ,ltw\lk,a o 0v']a f4t[ko xt9egfn vorb fltrk 2025  ອ່ານຕໍ່ໜ້າ 6່ າໍ່ ໜ້າ  ອ່ານຕໍ່ໜ້າ 7່ າໍ່ ໜ້າ  ອ່ານຕໍ່ໜ້າ 6່ າໍ່ ໜ້າ Iv'okpq d]a f4t,q o8u Ij ;,ry mu ]q 'ok,lq omy la opk ;j kfh ;pdkolh k'8A 'vq 'dkowdj gdj p0= 0a fcpj 'lkdq o ຂປລ. ພິທີເຊັນລົງນາມຂອບເຂດ ການຈັດຕັ້ງປະຕິບັດວຽກງານຂອງຜູ້ ຕາງໜ້າການທ່ອງທ່ຽວລາວ ປະຈຳ ສປ ຈີນ ລະຫວ່າງກົມໂຄສະນາການ ທ່ອງທ່ຽວກະຊວງຖະເເຫລງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ເເລະ ບໍລິສັດເຟິ່ງຫວງເຫີ ວັດທະນະທຳ ເເລະ ສື່ມວນຊົນສາກົນປັກກິ່ງ ສປ ຈີນ ຈັດຂຶ້ນໃນວັນທີ 29 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ພູທອນ ດາລາລົມ ຮອງຫົວໜ້າ ກົມໂຄສະນາການທ່ອງທ່ຽວ ແລະ ທ່ານ ນາງ ຈາງ ຊຽວຢຽນ ປະທານ ບໍລິສັດເຟິ່ງຫວງເຫີ ວັດທະນະທຳ ເເລະ ສື່ມວນຊົນສາກົນປັກກິ່ງ ສປ ຈີນ ໂດຍມີທ່ານ ນາງ ດາລານີ ພົມ ມະວົງສາ ຮອງລັດຖະມົນຕີກະຊວງ ຖະເເຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຕາງໜ້າຈາກ ຫ້ອງການກະຊວງ ຖວທ, ກົມເເຜນ ການ ເເລະ ການຮ່ວມມືສາກົນ, ກົມ ພັດທະນາການທ່ອງທ່ຽວ, ກົມຄຸ້ມ ຄອງທຸລະກິດການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂປລ. ໃນວັນທີ 19-27 ພຶດສະ ພາ 2025, ຄະນະຜູ້ແທນແຫ່ງ ສປປ ລາວ ທີ່ປະກອບດ້ວຍຄະນະຈາກສຳ ນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຫ້ອງການສະຫະ ປະຊາຊາດ ແລະ ອົງການຈັດຕັ້ງສາ ກົນອື່ນໆທີ່ເຊີແນວ ແລະ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງ ປະຊຸມໃຫຍ່ ຄັ້ງທີ 78 ຂອງ ອົງການ ອະນາໄມໂລກ ພາຍໃຕ້ຄຳຂວັນ “ໂລກດຽວ ເພື່ອສຸຂະພາບ-One World for Health”. ໃນກອງປະຊຸມພາກລະດັບສູງ ໃນວັນທີ 20 ພຶດສະພາ 2025, ບັນດາຜູ້ນຳໂລກຈຳນວນໜຶ່ງໄດ້ ກ່າວປາໄສໃນກອງປະຊຸມ ແລະ ຜ່ານການບັນທຶກວິດີໂອ, ລວມທັງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ ກ່າວປາໄສກ່ຽວກັບຄວາມພະຍາ ຍາມຂອງລັດຖະບານ ໂດຍການ ຂປລ. ກອງປະຊຸມສະໄໝສາ ມັນຂອງລັດຖະບານ ປະຈຳເດືອນ ພຶດສະພາ 2025 ໄດ້ເປີດຂຶ້ນໃນ ຕອນເຊົ້າວັນທີ 29 ພຶດສະພາ ແລະ ປິດລົງ ໃນຕອນບ່າຍວັນທີ 30 ພຶດສະພາ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າ ກະຊວງ-ອົງການເຂົ້າຮ່ວມແບບ ຂປລ. ເນື່ອງໃນໂອກາດວັນ ເດັກນ້ອຍສາກົນຄົບຮອບ101ປີແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໃນປີນີ້ຫລາຍພາກສ່ວນໄດ້ ຈັດກິດຈະກຳສະຫລອງວັນດັ່ງກ່າວ ຢ່າງເປັນຂະບວນການຟົດຟື້ນເປັນ ຕົ້ນກະຊວງປ້ອງກັນປະເທດ ໄດ້ຈັດ ພິທີປູກຕົ້ນໄມ້ຢູ່ວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ ເພື່ອເປັນ ການປະກອບສ່ວນໃນການສ້າງ ຄວາມສົມດຸນໃຫ້ແກ່ທຳມະຊາດ ກໍຄື ປະກອບສ່ວນໃຫ້ແກ່ສັງຄົມໃນການ ປູກຕົ້ນໄມ້ໃຫ້ເປັນປ່າ ໂດຍສະເພາະ ແມ່ນສ້າງໃຫ້ກົມກອງມີສີຂຽວ ແລະ ຄືນຄວາມສົມບູນໃຫ້ແກ່ທຳມະຊາດ ໃນຂອບເຂດຂອງວິທະຍາຄານ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ h

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 02/06/2025 xtgmf]k; ຮອງປະທານປະເທດ... ຄະນະຜູ້ແທນລາວ...ູ້ ຫລາຍພາກສ່ວນຈັດພິທີ...່ັິີ ຂປລ. ວັນທີ 29 ພຶດສະພາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ລົງຕິດຕາມ ເບິ່ງໂຄງການບູລະນະໂຮງແຮມຈຳ ປາສັກພາເລດ (ຄະລືຫາດເກົ່າເຈົ້າ ບຸນອູ້ມ ຫລື ສາລາພັນຫ້ອງ) ທີ່ຕັ້ງ ຢູ່ນະຄອນປາກເຊ ແຂວງຈຳປາສັກ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ບັນດາການ ນໍາຂອງແຂວງ, ພະແນກການອ້ອມ ຂ້າງແຂວງ, ເຈົ້ານະຄອນປາກ ເຊ ແລະ ພະນັກງານຂະແໜງການ ກ່ຽວຂ້ອງເຂົ້າຮ່ວມຕິດຕາມ ເຊິ່ງ ໂຮງແຮມດັ່ງກ່າວ ໄດ້ດຳເນີນການ ບູລະນະສ້ອມແປງໃໝ່ ແລະ ກຽມ ເປີດບໍລິການຄືນໃໝ່ພາຍຫລັງຢຸດ ການບໍລິການມາແຕ່ ປີ 2019. ໂອກາດນີ້, ທ່ານ ຄໍາຕັນ ເຊັນສຸດ ໃຈ ຕາງໜ້າຜູ້ລົງທຶນຂອງໂຮງແຮມ ຈຳປາພາເລດ ໄດ້ລາຍງານຄວາມ ຄືບໜ້າຂອງໂຄງການໂດຍຫຍໍ້ ວ່າ: ໂຄງການປັບປຸງໂຮງແຮມຈຳ ປາສັກພາເລດ ໄດ້ທໍາການບູລະນະ ສ້ອມແປງຄືນໃໝ່ທັງໝົດໃນວັນທີ ຮ່ວມມືຢ່າງໃກ້ຊິດກັບອົງການອະ ນາໄມໂລກ ໃນຂົງເຂດວຽກງານ ສຸຂະພາບແມ່ ແລະ ເດັກ, ການໃຫ້ ວັກຊິນກັນພະຍາດ, ການຄວບຄຸມ ພະຍາດຕິດຕໍ່, ການຍົກສູງຂີດຄວາມ ສາມາດຂອງພະນັກງານແພດໝໍ ແລະ ຄຸນນະພາບການບໍລິການສາ ທາລະນະສຸກ, ວຽກງານສົ່ງເສີມ ສຸຂະພາບ ແລະ ຂົງເຂດອື່ນໆ ເຊິ່ງໄດ້ ເຮັດໃຫ້ປະຊາຊົນລາວ ມີສຸຂະພາບດີ ຂຶ້ນ ແລະ ຍັງໄດ້ຊ່ວຍສ້າງຜົນງານ ອັນພົ້ນເດັ່ນຫລາຍຢ່າງເຊັ່ນ: ການ ປະກາດລົບລ້າງພະຍາດໂປລິໂອ ໃນປີ 2000, ລົບລ້າງພະຍາດຕາ ສານ ໃນປີ 2017 ແລະ ລົບລ້າງ ພະຍາດຂາຊ້າງຢ່າງເປັນທາງການ ໃນປີ 2023, ອັດຕາການເສຍຊີວິດ ຂອງແມ່ລະຫວ່າງການຖືພາ ແລະ ການເກີດລູກໄດ້ຫລຸດລົງຫລາຍກວ່າ 80%ແຕ່ປີ2000ຫາປີ2023 ເຊິ່ງ ເປັນໜຶ່ງໃນອັດຕາທີ່ຫລຸດລົງໄວທີ່ສຸດ ໃນໂລກ. ພ້ອມກັນນັ້ນ, ທ່ານຍັງໄດ້ ເວົ້າເຖິງເປົ້າໝາຍ ແລະ ທິດທາງ ໃນຕໍ່ໜ້າ ກໍຄື ຄວາມສຳຄັນຂອງ 1 ມິຖຸນາ 2025 ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນຳ ພັກ, ລັດ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ພົນຈັດ ຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມ ໃຫຍ່ພະລາທິການກອງທັບໄດ້ກ່າວ ວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄຸນປະໂຫຍດຢ່າງຫລວງຫລາຍ ຂອງປ່າໄມ້ທີ່ຕິດພັນກັບຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພັກ ແລະ ລັດຖະບານລາວ ໄດ້ ກຳນົດເອົາວັນທີ 1 ມິຖຸນາຂອງ ທຸກໆປີ ເຊິ່ງກົງກັບວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍທຸກໆປີພະນັກງານ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວ ປະເທດ ໄດ້ພາກັນຈັດກິດຈະກຳ ຢ່າງເປັນຂະບວນຟົດຟື້ນເພື່ອປູກ ໄມ້ໃຫ້ເປັນປ່າແນໃສ່ເຮັດໃຫ້ເນື້ອທີ່ ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ໃນປີ 2025 ຕາມທິດທາງ ແລະ ຄ າ ດໝາ ຍຂອງລັດຖ ະ ບ າ ນ . ຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານເຫັນໄດ້ຄວາມສຳຄັນ ຂອງວຽກງານຄຸ້ມຄອງປົກປັກ ຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະ ແມ່ນການປົກປັກຮັກສາປ່າໄມ້ ເຊິ່ງສະແດງອອກໃນການກໍານົດ ເອົາຫລາຍເຂດໃນທົ່ວປະເທດເປັນ ປ່າປ້ອງກັນ ແລະ ປ່າສະຫງວນ ແຫ່ງຊາດ; ອອກກົດໝາຍ, ລະບຽບ ການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ການຈັດຕັ້ງ ປະຕິບັດຕົວຈິງເຊັ່ນ: ກົດໝາຍວ່າ ດ້ວຍປ່າໄມ້, ກົດໝາຍວ່າດ້ວຍ ສິ່ງແວດລ້ອມ, ກົດໝາຍວ່າດ້ວຍ ນໍ້າ-ຊັບພະຍາກອນນໍ້າ. ພ້ອມນີ້, ຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນ ສັງຄົມ ຈົ່ງພ້ອມກັນເປັນເຈົ້າການ ໃນການໂຄສະນາປູກຈິດສຳນຶກໃຫ້ ແກ່ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ ເຂົ້າມາມີສ່ວນຮ່ວມໃນການປົກປັກ ຮັກສາຊັບພະຍາກອນທຳມະຊາດໃຫ້ ມີຄວາມອຸດົມສົມບູນ ເປັນຕົ້ນແມ່ນ ພູຜາປ່າໄມ້ໃຫ້ຄົງຢູ່ຄູ່ກັບ ສປປ ລາວ ກໍຄື ປະຊາຊົນລາວ ແລະ ລູກຫລານ ລາວຕະຫລອດໄປ. ໃນມື້ດຽວກັນ, ກະຊວງສຶກສາທິ ການ ແລະ ກິລາ (ສສກ) ໄດ້ຈັດພິທີ ປູກຕົ້ນໄມ້ຂຶ້ນທີ່ວິທະຍາໄລເຕັກນິກ ວິຊາຊີບທາງລົດໄຟ ລາວ-ຈີນ ເພື່ອ ສະເຫລີມສະຫລອງ 2 ວັນດັ່ງກ່າວ ໃຫ້ມີຄວາມໝາຍ, ມີເນື້ອໃນ ແລະ ໃຫ້ເປັນຂະບວນການຟົດຟື້ນທັງເປັນ ການໂຄສະນາປູກຈິດສຳນຶກໃຫ້ພະ ນັກງານ, ຄູ-ອາຈານ, ນັກຮຽນ-ນັກ ສຶກສາ, ທົ່ວສັງຄົມໄດ້ລະນຶກເຖິງ ຄວາມສໍາຄັນຂອງເດັກໃນການສ້າງ ພື້ນທີ່ສີຂຽວ ໃນສະຖານການສຶກສາ ໃຫ້ມີສະພາບແວດລ້ອມທີ່ດີແລະ ທັງ ເປັນການປະກອບສ່ວນຫລຸດຜ່ອນ ພາວະໂລກຮ້ອນ. ເຂົ້າຮ່ວມໃນພິທີມີ ທ່ານ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ມີທ່ານ ພຸດ ສິມມາລາວົງ ກໍາມະການສູນກາງ ພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ສສກ ພ້ອມດ້ວຍຜູ້ບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ, ລັດ ວິສາຫະກິດລົດໄຟແຫ່ງຊາດລາວ, ກຸ່ມບໍລິສັດກໍ່ສ້າງ ແລະ ຖືຮຸ້ນແຂວງ ຢຸນນານ, ຄະນະນໍາກະຊວງ ສສກ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ພຸດ ສິມມາລາ ວົງ ໄດ້ກ່າວວ່າ: ວິທະຍາໄລແຫ່ງ ນີ້, ເປັນວິທະຍາໄລທີ່ສ້າງຕັ້ງຂຶ້ນໃໝ່ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ສປ ຈີນ ທັງພື້ນຖານ ໂຄງລ່າງ, ຫລັກສູດ ແລະ ການກໍ່ ສ້າງຄູ-ອາຈານ ຊຶ່ງຢູ່ພາຍໃຕ້ການ ຄຸ້ມຄອງຂອງກະຊວງ ສສກ, ຈັດຕັ້ງ ການຮຽນ-ການສອນໃນ 6 ສາຂາ ຄື: ເຕັກນິກຫົວລົດໄຟ, ເຕັກນິກຕູ້ ລົດໄຟ, ສັນຍານທາງລົດໄຟ, ວິສະ ວະກໍາທາງລົດໄຟ, ຄຸ້ມຄອງຂົນສົ່ງ ທາງລົດໄຟ ແລະ ສະໜອງໄຟຟ້າ ທາງລົດໄຟ ຊຶ່ງໄດ້ເລີ່ມຈັດການ ຮຽນ-ການສອນ ມາແຕ່ວັນທີ 23 ຕຸລາ 2023, ສອນຫລັກສູດຊັ້ນສູງ ລະບົບ (12+3) ໂດຍຮັບເອົາ ນັກຮຽນທີ່ຈົບມັດທະຍົມສຶກສາ ຕອນປາຍ, ປັດຈຸບັນມີນັກຮຽນ-ນັກ ສຶກສາທັງໝົດ 655 ຄົນ, ຍິງ 253 ຄົນ. ການປູກຕົ້ນໄມ້ໃນມື້ນີ້, ຈະ ປະກອບສ່ວນຕໍ່ການຫັນສະຖານ ອາຊີວະສຶກສາຕາມທິດສີຂຽວ ກໍຄື ສ້າງໃຫ້ສະຖານການສຶກສາ ໃນຂອບເຂດທົ່ວປະເທດກາຍເປັນ ພື້ນທີ່ສີຂຽວມີສະພາບແວດລ້ອມທີ່ ດີຄຽງຄູ່ກັບການໃຫ້ບໍລິການບັນດາ ທັກສະສີຂຽວ ແລະ ເປັນມິດກັບ ສິ່ງແວດລ້ອມ ເພື່ອດຶງດູດນັກຮຽນນັກສຶກສາໃຫ້ເຂົ້າເຖິງສະຖານການ ສຶກສາໃຫ້ຫລາຍຂຶ້ນ. ສ່ວນຢູ່ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ຈັດພິທີປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2025 ທີ່ ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາ ສະເພາະຫ້ອງການກົມໃຫຍ່ການ ເມືອງກະຊວງ ປກສ (ສະໜາມ ມ້າ) ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານ ປະທດ, ມີທ່ານ ພົທ ຄຳກິ່ງ ຜຸຍຫລ້າ ມະນີວົງ ຮອງລັດຖະມົນຕີ, ຫົວໜ້າ ກົມໃຫຍ່ຕຳຫລວດ, ທ່ານ ພົຕ ສົມ ວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະປະຈຳ ພັກ-ຄະນະພັກກະຊວງ, ກົມໃຫຍ່, ຫ້ອງວ່າການ, ກອງບັນຊາການ, ວິທະຍາຄານ, ກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານຫລັກແຫລ່ງ ກະຊວງ ປກສ ເຂົ້າຮ່ວມ. ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີ ວົງ ໄດ້ກ່າວວ່າ: ການສ້າງຂະບວນ ການປູກຕົ້ນໄມ້ໃນມື້ນີ້, ກໍເພື່ອເປັນ ການປົກປັກຮັກສາຊັບພະຍາກອນ ປ່າໄມ້ ໃຫ້ມີຄວາມຍືນຍົງ ແລະ ອຸດົມ ສົມບູນ, ຂຽວງາມ ສາມາດນໍາໃຊ້ ໄດ້ຍາວນານ, ທັງເປັນການເພີ່ມ ເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ກວມ ຫລາຍກວ່າ 70% ຕາມຄາດໝາຍ ທີ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄດ້ກຳນົດໄວ້ໃຫ້ປະ ກົດຜົນເປັນຈິງ ໂດຍສະເພາະແມ່ນ ເພີ່ມເນື້ອທີ່ປົກຫຸ້ມສີຂຽວກວມອັດ ຕາໃຫ້ສູງຂຶ້ນ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫລຸດຜ່ອນຜົນກະທົບຈາກໄພພິບັດ ທຳມະຊາດ. ພ້ອມດຽວກັນ, ຫ້ອງວ່າການ ສູນກາງພັກ (ຫສພ) ໄດ້ຈັດ ຂະບວນການປູກຕົ້ນໄມ້ ໂດຍມີທ່ານ ວັນໄຊ ແພງຊຸມມາ ກໍາມະການ ສູນກາງພັກ, ປະທານກວດກາພັກ, ຮອງຫົວໜ້າຫ້ອງວ່າການສູນກາງ ພັກ, ມີພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນພາຍໃນ ຫສພ ພ້ອມດ້ວຍລູກຫລານຂອງ ພະນັກງານ ຫສພ ເຂົ້າຮ່ວມ. ໃນພິທີ, ທ່ານ ວັນໄຊ ແພງຊຸມ ມາ ໄດ້ມີຄໍາເຫັນ ແລະ ຄໍາອວຍໄຊ ອັນປະເສີດມາຍັງລູກຫລານຂອງ ພະນັກງານ ຫສພ ທຸກໆຄົນຈົ່ງມີ ສຸຂະພາບແຂງແຮງ, ມີຄວາມສຸກ, ຄວາມຈະເລີນ, ເປັນຄົນຮູ້ຜູ້ດີຂອງ ສັງຄົມ, ເປັນຄົນດີຂອງພໍ່, ແມ່, ຄອບຄົວ. ພ້ອມນີ້, ຍັງໄດ້ອວຍໄຊ ໃຫ້ພອນມາຍັງ ພໍ່, ແມ່, ຜູ້ປົກຄອງ ເດັກຈົ່ງມີສຸຂະພາບແຂງແຮງ-ເຂັ້ມ ແຂງ, ຂໍໃຫ້ສືບຕໍ່, ດູແລ-ເບິ່ງແຍງ ແລະ ສົ່ງເສີມລູກຫລານຂອງຕົນ ໃຫ້ໄດ້ຮັບການສຶກສາ, ຮໍ່າຮຽນ ເລື້ອຍໆ. ສໍາລັບຕົ້ນໄມ້ທີ່ນໍາມາປູກ ຄັ້ງນີ້, ມີຕົ້ນໄມ້ປະດັບ ແລະ ຕົ້ນໄມ້ ໃຫ້ໝາກຈໍານວນໜຶ່ງ. ສຳລັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບກຸ່ມບໍລິສັດດາວ ເຮືອງຈັດກິດຈະກຳປູກຕົ້ນໄມ້ໂດຍມີ ທ່ານ ວັນສີກົວມົວ, ທ່ານ ໂພສີແກ້ວ ມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະພັກ ຄະນະນຳກະຊວງ, 3ອົງການຈັດຕັ້ງ ມະຫາຊົນກະຊວງ, ຄະນະກົມ ແລະ ພະນັກງານພາຍໃນກະຊວງ ຖວທ ເຂົ້າຮ່ວມ. ເຊິ່ງຕົ້ນໄມ້ທີ່ນຳມາປູກ ມີຕົ້ນໄມ້ປະດັບ (ຕົ້ນຈຳປາ) ແລະ ຕົ້ນໄມ້ອຸດສາຫະກຳ (ໄມ້ດູ່) ເພື່ອ ເພີ່ມພື້ນທີ່ສີຂຽວ ແລະ ໃຫ້ມີຄວາມ ຮົ່ມເຢັນໃຫ້ໂລກ ກໍຄື ປະເທດລາວ ເນື່ອງຈາກຕົ້ນໄມ້ມີຄວາມສຳຄັນ ຫລາຍຕໍ່ສິ່ງທີ່ມີຊີວິດໃນໂລກ ເປັນຕົ້ນ ສັດສາວາສິ່ງລວມເຖິງມະນຸດເຮົາ, ຕົ້ນໄມ້ແມ່ນສິ່ງແວດລ້ອມໜຶ່ງ, ເປັນ ກົນໄກໜຶ່ງທີ່ເຮັດໃຫ້ໂລກມີອາກາດ ສົດຊື່ນ ແລະ ມີຄວາມສວຍງາມຮົ່ມ ເຢັນ. ສະນັ້ນ, ຮຽກຮ້ອງມາຍັງທຸກ ພາກສ່ວນໃນທົ່ວສັງຄົມ ຈົ່ງຮ່ວມກັນ ປູກຕົ້ນໄມ້ໃຫ້ຫລາຍ ເພື່ອເຮັດໃຫ້ ປະເທດຊາດ ມີຄວາມສວຍສົດງົດ ງາມ ແລະ ມີພື້ນທີ່ສີຂຽວເພີ່ມຂຶ້ນ, ສິ່ງສຳຄັນຫລັງຈາກປູກແລ້ວຕ້ອງ ມີການປົກປັກ ແລະ ບົວລະບັດຮັກສາ ເຮັດໃຫ້ຕົ້ນໄມ້ທີ່ປູກເຕີບໂຕຫລາຍ ທີ່ສຸດ ແລະ ໃຫ້ຕາຍໜ້ອຍທີ່ສຸດ. ອົງການປົກຄອງເມືອງນາຊາຍ ທອງ ຮ່ວມກັບວັດພະບາດດານສູງ ຈັດກິດຈະກໍາປູກຕົ້ນໄມ້ຢູ່ວັດພະບາດ ດານສູງບ້ານນາຍາງ ເມືອງນາຊາຍ ທອງ ນະຄອນຫລວງວຽງຈັນ ໂດຍ ມີທ່ານ ສຸລິວັນ ພົມມະຫາໄຊ ເຈົ້າ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ, ພະອາຈານ ສີທົນ ໄຊຍະ ວົງສອນ ຫົວໜ້າກຳມາທິການເຜີຍ ແຜ່ສິລະທໍາ ແລະ ປະຕິບັດກໍາມະ ຖານສູນກາງ ອພສ, ເຈົ້າອາທິການ ວັດປ່ານາຄູນນ້ອຍ, ມີພໍ່ແມ່ປະຊາຊົນ ກຸ່ມນໍ້າກ້ຽງ, ນ້ອງນ້ອຍນັກຮຽນ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ດານິນ ດາວັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ໃຫ້ຮູ້ ວ່າ: ການສ້າງເມືອງນາຊາຍທອງ ໃຫ້ເປັນເມືອງໜ້າຢູ່ຕາມນະໂຍບາຍ 6ສ ໂດຍສະເພາະສຸມໃສ່ສສະຫງົບ, ສ ສະອາດ, ສ ສີຂຽວມີສະພາບ ແວດລ້ອມທີ່ດີ, ການພັດທະນາ ເສດຖະກິດ-ສັງຄົມ ທີ່ມີຄວາມເຕີບ ໃຫຍ່ຂະຫຍາຍຕົວດ່ານພື້ນຖານ ໂຄງລ່າງ, ເຄຫາສະຖານ, ລະບົບ ສາທາລະນະປະໂຫຍດໄດ້ຮັບການ ຍົກລະດັບສູ່ຄຸນນະພາບໃໝ່ ແລະ ຂະຫຍາຍເນື້ອທີ່ປົກຫຸ້ມສີຂຽວໃຫ້ ໄດ້ 75% ຕິດພັນກັບການພັດທະນາ ແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນາທຳ. ດັ່ງນັ້ນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ອົງການປົກຄອງ ເມືອງນາຊາຍທອງ, ຫ້ອງການ ແນວລາວສ້າງຊາດ, ກຸ່ມນໍ້າກ້ຽງ, ການຈັດຕັ້ງບ້ານນາຍາງ ແລະ ເຈົ້າ ອະທິການວັດດານສູງ ໄດ້ພ້ອມກັນ ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກ ຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ ເພື່ອເປັນການປູກຈິດສຳນຶກ ໃຫ້ແກ່ເຍົາວະຊົນ ແລະ ອານຸຊົນ ຮຸ່ນຫລັງໃຫ້ຮູ້ຄຸນປະໂຫຍດຂອງ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ເປັນການປຸກລະດົມທົ່ວປວງຊົນ, ຫົວໜ່ວຍທຸລະກິດ, ທຸກອົງການ ຈັດຕັ້ງເຂົ້າຮ່ວມວຽກງານປ່າໄມ້ນັບ ແຕ່ການກ້າເບ້ຍໄມ້ການກະກຽມເນື້ອ ທີ່ການປູກໄມ້ໄປຈົນເຖິງການປົກປັກ ຮັກສາ ແລະ ພັດທະນາປ່າໄມ້ແນໃສ່ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດຍຸດທະສາດປ່າໄມ້ຮອດປີ 2030 ເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ ໄດ້ 75% ໃນທົ່ວນະຄອນຫລວງ ວຽງຈັນ. ການປູກຕົ້ນໄມ້ຄັ້ງນີ້, ແມ່ນ ປູກແບບປະສົມປະສານລະຫວ່າງ ໄມ້ອຸດສາຫະກຳ ແລະ ໄມ້ປະດັບ ໃນເນື້ອທີ່ 4 ເຮັກຕາ ເຊິ່ງເບ້ຍໄມ້ທີ່ ນຳມາປູກມີທັງໝົດ 1.500 ເບ້ຍ ປະກອບມີ: ໄມ້ຂະຍຸງ, ໄມ້ດູ່, ໄມ້ຄູນ, ກາງກະເລົາ ແລະ ໄມ້ສະຝາງ. 6 ທັນວາ 2023 ເພື່ອຍົກລະດັບ ໃຫ້ເປັນໂຮງແຮມ 4 ດາວ, ພ້ອມ ທັງໄດ້ປ່ຽນຜູ້ອໍານວຍການຄົນ ໃໝ່ ໂດຍແມ່ນທ່ານ ຄຳຮຸ່ງ ແສງ ອາລຸນ ເປັນຜູ້ສໍາປະທານຕໍ່ໂດຍ ໄດ້ປັບປຸງຫ້ອງໃຫ້ໄດ້ 105 ຫ້ອງ, ລວມທັງຫ້ອງອາຫານ, ຫ້ອງປະ ຊຸມຂະຫນາດນ້ອຍ, ຫ້ອງສະປາ, ສະລອຍນໍ້າ ແລະ ສ້າງຂົວເບື້ອງ ແຄມນໍ້າເຊໂດນ ເພື່ອເຮັດໃຫ້ແຂກ ລົງຍ່າງທ່ຽວຊົມທິວທັດແຄມນໍ້າ ໄດ້ສະດວກສະບາຍ ເພື່ອໄປກາບ ສັກກາລະບູຊາຮູບປັ້ນເຈົ້າແມ່ກວນ ອິມ ແລະ ອົງພະກະຈາຍ ແລະ ທາງ ໂຮງແຮມໄດ້ມີການປັບປຸງໃຫ້ມີ ຄວາມທັນສະໄໝ ເພື່ອເຮັດໃຫ້ການ ບໍລິການຮັບແຂກທັງພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມເພິ່ງພໍໃຈ ໃນການເຂົ້າມາໃຊ້ບໍລິການ ແລະ ເພື່ອເປັນການຍົກລະດັບໃຫ້ນະຄອນ ປາກເຊ ມີໂຮງແຮມທີ່ທັນສະໄໝ ແລະ ມີຄວາມຈະເລີນກ້າວໜ້າ ຂຶ້ນຕື່ມ. ມາຮອດປັດຈຸບັນ, ການ ບູລະນະສ້ອມແປງໂຮງແຮມຈຳ ປາພາເລດ ແມ່ນບັນລຸຜົນສຳເລັດ 100%ແລະ ໄດ້ຮັບພະນັກງານເຂົ້າ ຝຶກຮົບຮົມ ເພື່ອກຽມເປີດບໍລິການ ແລະ ຄາດຄະເນໃນຕົ້ນເດືອນມິຖຸ ນາ 2025 ຈະໄດ້ຮັບພະນັກງານ ເຂົ້າມາປະຈຳການ ເພື່ອຂຽນສັນຍາ ແຮງງານໃຫ້ຄົບຖ້ວນຕາມຈໍານວນ ຄົນທີ່ໄດ້ຮັບເຂົ້າເຮັດວຽກ ແລະ ໃນ ວັນທີ 2 ກໍລະກົດ 2025 ຈະໄດ້ ທົດລອງເປີດບໍລິການຮັບແຂກ ແລະ ວັນທີ 15 ຕຸລາ 2025 ຈະໄດ້ຈັດພິທີ ເປີດໂຮງແຮມຢ່າງເປັນທາງການ. ໃນໂອກາດລົງຢ້ຽມຢາມໃນຄັ້ງ ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຂຶ້ນ ຊົມຫ້ອງທີ່ຈະໃຊ້ເປັນຫ້ອງປະຊຸມ ໂຕະມົນເທິງຊັ້ນດາດຟ້າ, ຊົມທິວທັດ ອ້ອມຮອບນະຄອນປາກເຊ, ເບິ່ງ ຫ້ອງພັກຂອງເຈົ້າບຸນອູ້ມ ທີ່ດັດແປງ ເປັນຫ້ອງພັກKING01, ຫ້ອງVIP ແລະ ພື້ນຖານໂຄງລ່າງອ້ອມຮອບ ໂຮງແຮມ, ພ້ອມທັງໃຫ້ທິດຊີ້ນຳ ເພື່ອ ປັບປຸງ, ບູລະນະໃຫ້ມີສີສັນຈົບງາມ ຕິດພັນກັບການຮັກສາສິ່ງແວດລ້ອມ, ຮັກສາສິລະປະກຳທີ່ເປັນວັດທະນະ ທໍາລາວດັ້ງເດີມທີ່ຫາຍາກນີ້ໄວ້ເພື່ອ ເອກອ້າງແຂກທີ່ຈະມາພັກເຊົາ ແລະ ທ່ອງທ່ຽວໄດ້ຮູ້ໄດ້ເຫັນ. ຂ່າວ: ເກດສະໜາ; ພາບ: ຈັນທະວີສັກ ອົງການອະນາໄມໂລກ ທີ່ຈຳເປັນ ຕ້ອງມີຊັບພະຍາກອນທີ່ເໝາະສົມ ແລະ ຍືນຍົງ ແລະ ສັນຍາວ່າດ້ວຍ ການລະບາດຂອງພະຍາດ ທີ່ຈະ ເປັນເຄື່ອງມືອັນໜຶ່ງໃນການບັນລຸ ເປົ້າໝາຍຮ່ວມກັນ. ໃນໂອກາດເຂົ້າຮ່ວມກອງປະຊຸມ ໃຫຍ່ຄັ້ງນີ້, ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳໂດຍທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ, ຜູ້ຕາງໜ້າ ຖາວອນກໍໄດ້ປະກອບຄຳເຫັນໃນ ກອງປະຊຸມຄະນະກຳມະການ ແລະ ກອງປະຊຸມພາກຄົບຄະນະພ້ອມ ທັງເຂົ້າຮ່ວມລົງຄະແນນສຽງ ເພື່ອ ຮັບຮອງບາງຍັດຕິທີ່ສຳຫລາຍຂອງ ຄະນະກຳມະການຕ່າງໆນອກຈາກ ນັ້ນ, ຄະນະຜູ້ແທນລາວຍັງໄດ້ເຂົ້າ ຮ່ວມກອງປະຊຸມປິ່ນອ້ອມ ເພື່ອ ເປັນການຂົນຂວາຍຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາເປັນຕົ້ນປະເທດ ອົດສະຕາລີ, ອົງການ GAVI ເພື່ອ ໃຫ້ການຊ່ວຍເຫລືອທາງດ້ານເຕັກ ນິກ-ວິຊາການ ແລະ ທຶນເຂົ້າໃນການ ປັບປຸງວຽກສາທາລະນະສຸກຂອງ ສປປ ລາວ. ຜົນສຳເລັດທີ່ເປັນປະຫວັດສາດ ຂອງກອງປະຊຸມໃຫຍ່ອົງການອະນາ ໄມໂລກ ຄັ້ງນີ້ແມ່ນການພິຈາລະນາ ຮັບຮອງເອົາສັນຍາວ່າດ້ວຍການ ລະບາດຂອງພະຍາດ (Pandemic Agreement) ຢ່າງເປັນເອກະສັນ ໃນວັນທີ19ພຶດສະພາ2025ທີ່ຜ່ານ ມາ ເຊິ່ງບັນດາປະເທດສະມາຊິກໄດ້ ເລີ່ມຂະບວນການເຈລະຈາແຕ່ກາງ ປີ 2021 ເປັນຕົ້ນມາ. ຈຸດປະສົງ ຂອງສັນຍາສະບັບດັ່ງກ່າວ ເພື່ອ ປະຕິຮູບລະບົບການຕິດຕາມ, ການ ປ້ອງກັນ ແລະ ຮັບມືກັບການລະ ບາດຂອງພະຍາດຢ່າງຮອບດ້ານ, ສົ່ງເສີມການຄົ້ນຄ້ວາ ແລະ ການ ແບ່ງປັນຜະລິດຕະພັນສຸຂະພາບທີ່ ກ່ຽວຂ້ອງກັບການລະບາດຂອງ ພະຍາດ, ປັບປຸງລະບົບບໍລິຫານ ດ້ານສາທາລະນະສຸກໃນທົ່ວໂລກ ໃຫ້ສົມບູນຂຶ້ນຕື່ມ ແລະ ຮ່ວມມືກັນ ເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍ ແລະ ສົ່ງເສີມຄວາມສະເໝີພາບໃນ ການພັດທະນາວຽກງານສຸຂະພາບ ໃນທົ່ວໂລກ. ພາຍຫລັງການຮັບຮອງ ຄັ້ງນີ້, ອົງການອະນາໄມໂລກຈະເລີ່ມ ຂະບວນການສ້າງຕັ້ງຄະນະເຮັດ ວຽກແບບເປີດກວ້າງ (an openended International Working Group-IGWG) ເຊິ່ງຈະເປັນ ໜ່ວຍງານສໍາຄັນທີ່ຮັບຜິດຊອບການ ກຳນົດກົນໄກ, ແບບແຜນການເຮັດ ວຽກ, ຈັດຕັ້ງປະຕິບັດເອກະສານ ເຈລະຈາສະບັບດັ່ງກ່າວ ແລະ ຂັ້ນ ຕອນອື່ນໆ, ພ້ອມທັງຈະເປີດໃຫ້ ປະເທດສະຊິກ ແລະ ພາກສ່ວນ ກ່ຽວຕ່າງໆພິຈາລະນາເຂົ້າຮ່ວມ ຂອງຮ່າງເຈລະຈາສະບັບດັ່ງກ່າວ ແລະ ສະເໜີໃຫ້ປະເທດສະມາຊິກ ພິຈາລະນາລົງນາມໃຫ້ສັດຕະຍາບັນ ໃຫ້ໄວທີ່ສຸດ.

xtgmf]k; 3 02/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me wfh Ia [g'y o8N ph vosa f4tdew\,h vo-eg|n v ໄຊຊະນະນັ້ນພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ ແມ່ນໄຊຊະນະຂອງປະຊາຊົນສອງ ປະເທດທີ່ມີອຸດົມການຮ່ວມກັນ, ເປົ້າໝາຍຮ່ວມກັນ, ສາມັກຄີຮັກ ແພງກັນ, ຮ່ວມກັນຕໍ່ສູ້ເພື່ອໄຊຊະ ນະ. ນັ້ນແມ່ນບົດຮຽນປະຫວັດ ສາດອັນລໍ້າຄ່າທີ່ສຸດໃນປະຫວັດ ສາດການປະຕິວັດປົດປ່ອຍຂອງ ສອງຊາດອ້າຍນ້ອງ. ການຕໍ່ສູ້ຕ້ານພວກລ່າເມືອງ ຂຶ້ນແບບເກົ່າສິ້ນສຸດລົງ, ປະຊາຊົນ ສອງປະເທດຕ້ອງສືບຕໍ່ຜະເຊີນ ໜ້າກັບທະຫານຜູ້ຮຸກຮານຂອງ ຈັກກະພັດລ່າເມືອງຂຶ້ນແບບໃໝ່. ພາລະກິດການປະຕິວັດຂອງສອງ ປະເທດ ລາວ-ຫວຽດນາມ ມີສາຍ ພົວພັນ ແລະ ມີຜົນກະທົບເຊິ່ງກັນ ແລະ ກັນ, ທ່ານມັກກ່າວເຕືອນວ່າ: “ການປະຕິວັດລາວ ບໍ່ສາມາດຂາດ ການຊ່ວຍເຫລືອຂອງການປະຕິວັດ ຫວຽດນາມ ແລະ ການປະຕິວັດ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ xtmko 3Ij 9uj ,y ' c]t lkprq ;ra olk,a d7u c[[ry glf s;Pfok,{]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນເກີດຂອງປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/2025)ື່ີັີ່ີ່ິົີ ບົດໂດຍ: ທ່ານເອກອັກຄະລັດຖະທູດ ົ່ັັູ ຫງວຽນ ມິນເຕີມິີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຫວຽດນາມ ກໍ່ບໍ່ສາມາດຂາດການ ຊ່ວຍເຫລືອຂອງການປະຕິວັດ ລາວ”. ຍ້ອນແນວນັ້ນ, ໃນການຕໍ່ສູ້ ເພື່ອເອກະລາດ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ສົ່ງ ລູກຫລານທີ່ຮັກແພງຫລາຍສິບໝື່ນ ຄົນໄປປະຕິບັດໜ້າທີ່ ແລະ ປະສານ ງານກັບທະຫານ ແລະ ປະຊາຊົນ ລາວຕໍ່ສູ້ຢູ່ບັນດາສະໜາມຮົບຂອງ ລາວ, ເລືອດຂອງບັນດາວິລະຊົນ, ນັກຮົບທີ່ບໍ່ຮູ້ຈັກຄົນຫວຽດນາມ ໄດ້ ປົນເປື້ອນກັບເລືອດຂອງທະຫານ ແລະ ປະຊາຊົນລາວ ເພື່ອນໍາເອົາ ໄຊຊະນະອັນສະຫງ່າງາມມາໃຫ້ ສອງຊາດ. ໃຫ້ຄວາມເອົາໃຈໃສ່, ແບ່ງປັນ ຄວາມສຸກຄວາມທຸກຮ່ວມກັນໃນ ສອງສົງຄາມຕໍ່ຕ້ານ, ພັກ, ລັດຖະ ບານ ແລະ ປະຊາຊົນລາວ ໄດ້ສະ ຫລະພື້ນທີ່ຂອງຕົນເພື່ອຊ່ວຍຫວຽດ ນາມ ສ້າງ “ເສັ້ນທາງໂຮ່ຈີ່ມິງ”, “ຜ່າກາງສາຍພູຫລວງໄປກູ້ຊາດ”. ລັດຖະບານສອງປະເທດໄດ້ ລົງນາມໃນສົນທິສັນຍາຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລາວ-ຫວຽດ ແລະ ສັນຍາວ່າດ້ວຍການຈັດຕັ້ງ ກໍາລັງຮ່ວມ ລາວ - ຫວຽດ, ວາງ ພື້ນຖານທາງດ້ານກົດໝາຍຄັ້ງທໍາ ອິດໃຫ້ແກ່ການຮ່ວມມືຊ່ວຍເຫລືອ ແລະ ພັນທະມິດຕໍ່ສູ້ຕ້ານສັດຕູ ຮ່ວມກັນຂອງສອງຊາດ ຫວຽດລາວ. ລັກສະນະຂອງສາຍພົວພັນ ພິເສດ ຫວຽດນາມ-ລາວ, ລາວຫວຽດນາມ, ໄດ້ຮັບການບົ່ມສອນ, ພັດທະນາດ້ວຍພະລັງແຮງຈູງໃຈ ອັນເລິກເຊິ່ງຂອງທັດສະນະ “ຊ່ວຍ ເພື່ອນແມ່ນຊ່ວຍຕົນເອງ” ທີ່ປະ ທານ ໂຮ່ຈີ່ມິງ ຊີ້ນໍາ. ນີ້ແມ່ນຄໍາ ເວົ້າທີ່ກະທັດຮັດ, ເຕັມໄປດ້ວຍ ຄວາມໝາຍທາງດ້ານການເມືອງ, ມະນຸດສະທໍາ, ເປີດກວ້າງທິດທາງ ໃນການແກ້ໄຂຜົນປະໂຫຍດຂອງ ສອງຊາດຢ່າງກົມກຽວ; ເປັນ ອາວຸດອັນແຫລມຄົມຕໍ່ຕ້ານແນວ ຄິດຊາດນິຍົມທີ່ເຫັນແກ່ຕົວ ແລະ ການໃຫ້ຄວາມຊ່ວຍເຫລືອແບບມີ ເງື່ອນໄຂ. ສາຍພົວພັນພິເສດຫວຽດນາມ- ລາວ ໄດ້ກາຍເປັນມໍລະດົກວັດທະ ນະທໍາອັນສັກສິດຂອງສອງຊາດ, ເປັນບ່ອນລວມຄຸນຄ່າອັນສູງສົ່ງ ແລະ ເລິກເຊິ່ງທີ່ສະຕິປັນຍາ ແລະ ຄວາມຮູ້ສຶກຂອງມະນຸດຊາດເຄີຍ ຊົມເຊີຍ, ຍົກຍ້ອງ, ເໝາະສົມຢ່າງ ຍິ່ງກັບຄໍາເວົ້າຂອງປະທານສຸພານຸ ວົງ ທີ່ວ່າ: “ມິດຕະພາບອ້າຍນ້ອງ ລະຫວ່າງປະຊາຊົນລາວ ແລະ ປະ ຊາຊົນ ຫວຽດນາມ ແມ່ນຍິ່ງໃຫຍ່ ແທ້ໆ ທີ່ບໍ່ມີເພງໃດ, ບົດເພງໃດ, ບົດ ກະວີໃດທີ່ດີທີ່ສຸດກໍ່ບໍ່ສາມາດພັນລະ ນາໄດ້ຢ່າງຄົບຖ້ວນ. ມິດຕະພາບນັ້ນ ສູງກວ່າພູ, ຍາວກວ່າແມ່ນໍ້າ, ກວ້າງ ກວ່າທະເລ, ງາມກວ່າເດືອນເພັງ, ຫອມຫວານກວ່າດອກໄມ້ໃດໆທີ່ ຫອມທີ່ສຸດ. ມິດຕະພາບອັນສູງສົ່ງ ນັ້ນໄດ້ຮັບການເສີມສ້າງ, ປັບປຸງ ດ້ວຍຄວາມຈິງໃຈຂອງພວກເຮົາ ທຸກຄົນ. ດັ່ງນັ້ນ, ບໍ່ມີຜີຮ້າຍໃດ, ບໍ່ມີ ສັດຕູໃດທີ່ຈະທໍາລາຍໄດ້”. ພາຍໃຕ້ການນໍາພາຂອງສູນ ກາງພັກ ແລະ ປະທານ ໂຮ່ຈີ່ມິງ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້ຮັບໄຊຊະນະອັນ ສະຫງ່າງາມໃນສົງຄາມຕໍ່ຕ້ານ ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກ ຮານ, ດ້ວຍໄຊຊະນະທາງປະຫວັດ ສາດ ດຽນບຽນຟູ “ດັງກ້ອງທົ່ວ ຫ້າທະວີບ, ສັ່ນສະເທືອນທົ່ວໂລກ” ໃນປີ 1954. ພາກເໜືອໄດ້ຮັບການ ປົດປ່ອຍຢ່າງສົມບູນ, ປະຊາຊົນ ຫວຽດນາມ ໄດ້ປະຕິບັດພ້ອມກັນ ສອງໜ້າທີ່ຍຸດທະສາດຂອງການ ປະຕິວັດ ຫວຽດນາມ: ສ້າງສາສັງ ຄົມນິຍົມຢູ່ພາກເໜືອ, ຕໍ່ສູ້ປົດປ່ອຍ ພາກໃຕ້, ທ້ອນໂຮມປະເທດຊາດ. ວັນທີ 5/9/1962, ຫລັງຈາກ ສັນຍາເຊີແນວກ່ຽວກັບລາວ ໄດ້ ລົງນາມ, ຫວຽດນາມ ແລະ ລາວ ໄດ້ຕົກລົງສ້າງຕັ້ງສາຍພົວພັນ ການທູດ, ເປີດບົດບາດໃໝ່ໃນພາ ລະກິດເສີມສ້າງ ແລະ ພັດທະນາ ສາຍພົວພັນລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຫລັງຈາກ ສັນຍາເຊີແນວ, ອາເມລິກາ ຍັງບໍ່ໄດ້ ປະລະແຜນການຮຸກຮານ ຫວຽດ ນາມ ແລະ ລາວ. ສອງປະເທດໄດ້ ກໍານົດຢ່າງຈະແຈ້ງວ່າຕ້ອງສາມັກ ຄີກັນລຸກຂຶ້ນຕໍ່ສູ້ຢ່າງເດັດດ່ຽວ ຂັບໄລ່ຜູ້ຮຸກຮານ. ຕັ້ງແຕ່ທ້າຍປີ 1965, ຫວຽດນາມ ໄດ້ສົ່ງໜ່ວຍ ກຳລັງອາສາສະໝັກ ແລະ ຄະນະ ຜູ້ຊ່ຽວຊານດ້ານການທະຫານ, ການເມືອງ, ເສດຖະກິດ ແລະ ວັດ ທະນະທໍາ ຈໍານວນໜຶ່ງ ໄປປະຕິບັດ ໜ້າທີ່ສາກົນຕາມຄວາມຮຽກຮ້ອງ ຕ້ອງການຂອງການປະຕິວັດລາວ. ໃນຂະນະດຽວກັນ, ຕອບສະໜອງ ຄວາມຕ້ອງການການຊ່ວຍເຫລືອ ໃຫ້ແກ່ສະໜາມຮົບພາກໃຕ້ ຫວຽດ ນາມ, ລາວ ແລະ ກຳປູເຈຍ, ລາວ ໄດ້ສະໜັບສະໜູນ ຫວຽດນາມ ເປີດເສັ້ນທາງຕາເວັນຕົກສາຍພູ ຫລວງ-ໂຄງການອັນຍິ່ງໃຫຍ່, ສັນ ຍະລັກອັນສູງສົ່ງຂອງສາຍພົວພັນ ພິເສດ ຫວຽດ-ລາວ. ວັນທີ 30/4/1975, ພາກໃຕ້ ຫວຽດນາມ ໄດ້ປົດປ່ອຍຢ່າງສົມ ບູນ ແມ່ນເງື່ອນໄຂອັນສະດວກໃຫ້ ແກ່ການປະຕິວັດລາວ ຍາດເອົາໄຊ ຊະນະຢ່າງສົມບູນ, ສ້າງຕັ້ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2/12/1975. ໄຊ ຊະນະອັນຍິ່ງໃຫຍ່ ແລະ ມີຄວາມ ໝາຍປະຫວັດສາດອັນສໍາຄັນນັ້ນ, ແມ່ນເປັນສິ່ງພິສູດອັນແຂງແຮງ ເຖິງມິດຕະພາບສາມັກຄີພິເສດ, ຈົງຮັກພັກດີ, ບໍລິສຸດ ແລະ ຢືນຢັນ ຄໍາເວົ້າຂອງປະທານ ໂຮ່ຈີ່ມິງ ທີ່ ວ່າ: “ການຕໍ່ສູ້ຕ້ານ ຫວຽດນາມ ຈະປະສົບຜົນສໍາເລັດ, ຫລັງຈາກ ນັ້ນການຕໍ່ສູ້ຕ້ານ ຂອງປະຊາຊົນ ຂະເມ ແລະ ລາວ ຈຶ່ງຈະໄດ້ຮັບໄຊ ຊະນະ ແລະ ການຕໍ່ສູ້ຕ້ານ ຄຳແມນ, ລາວ ໄດ້ຮັບໄຊຊະນະ, ຫລັງຈາກ ນັ້ນການຕໍ່ສູ້ຕ້ານ ຫວຽດນາມ ຈຶ່ງ ຈະໄດ້ຮັບໄຊຊະນະຢ່າງສົມບູນ”. ວັນທີ 02/09/1969, ປະທານ ໂຮ່ຈີ່ມິງ ໄດ້ຈາກໄປ, ນີ້ແມ່ນການ ສູນເສຍອັນໃຫຍ່ຫລວງທີ່ສຸດ, ທ່ານ ໄດ້ປະໄວ້ໃຫ້ປະຊາຊົນ ຫວຽດນາມ ພິໄນກຳອັນສັກສິດ. ພິໄນກຳແມ່ນ ຄໍາສັ່ງສອນສຸດທ້າຍທີ່ເຕັມໄປດ້ວຍ ຄວາມມຸ່ງໝັ້ນ, ສະແດງອອກເຖິງ ຄວາມຮັກອັນເລິກເຊິ່ງຂອງທ່ານຕໍ່ ປະເທດຊາດ, ຕໍ່ປະຊາຊົນ; ສະແດງ ອອກເຖິງຄວາມເຊື່ອໝັ້ນໃນໄຊ ຊະນະອັນແນ່ນອນໃນພາລະກິດ ຕໍ່ຕ້ານອາເມລິກາ. ພິໃນກຳແມ່ນເອ ກະສານປະຫວັດສາດອັນລໍ້າຄ່າ, ເຊິ່ງລວມເອົາຄວາມດີເດັ່ນຂອງ ແນວຄິດ, ຄຸນສົມບັດ ແລະ ຈິດວິນ ຍານອັນສູງສົ່ງຂອງທ່ານທີ່ໄດ້ຕໍ່ສູ້ ເສຍສະລະຕະຫລອດຊີວິດເພື່ອ ປະເທດຊາດ ແລະ ມວນມະນຸດ. ປະຊາຊົນ ແລະ ນັກຮົບທົ່ວປະເທດ ຫວຽດນາມ ຄິດຮອດທ່ານຢ່າງ ສຸດຊຶ້ງ. ການຈາກໄປຂອງທ່ານ ໄດ້ປະໄວ້ຄວາມຮັກອັນນັບບໍ່ຖ້ວນ ໃຫ້ແກ່ທົ່ວພັກ, ທົ່ວປວງຊົນ ຫວຽດ ນາມ ແລະ ຄວາມສາມັກຄີຮັກແພງ ກັບປະຊາຊົນກ້າວໜ້າໃນໂລກ. * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ຫັດຖະກໍາຕໍ່າແຜ່ນຊໍາເໜືອ ແມ່ນ ໜຶ່ງຕະພັນລາວ ທີ່ໄດ້ຮັບຄວາມ ນິຍົມສູງ ດ້ວຍສິລະປະລວດລາຍ ທີ່ໂດດເດັ່ນ, ຄວາມພາກພຽນ, ອົດ ທົນ, ຄວາມປານີດໃນການທັກທໍ ເຮັດໃຫ້ຜະລິດຕະພັນດັ່ງກ່າວຍິ່ງ ມີຄຸນຄ່າ ແລະ ລາຄາສູງຫລາຍໃນ ປັດຈຸບັນ ຈົນກາຍເປັນທ່າແຮງ ເຮັດ ໃຫ້ອາຊີບຂາຍເຄື່ອງໄໝຊໍາເໜືອ ຂະຫຍາຍຕົວຢ່າງກວ້າງຂວາງ ບໍ່ ວ່າພາຍໃນ ແລະ ຕ່າງແຂວງປະ ຊາຊົນກໍຫັນມາເຮັດອາຊີບນີ້ຫລາຍ ຂຶ້ນ ເນື່ອງຈາກວ່າຄວາມຕ້ອງການ ຂອງສັງຄົມທີ່ນັບມື້ນັບເພີ່ມຂຶ້ນ ຈົນ ເຮັດໃຫ້ອາຊີບນີ້ ສ້າງລາຍຮັບ ໃຫ້ປະຊາຊົນໄດ້ຫລາຍລ້ານກີບຕໍ່ ເດືອນ ເໝືອນ ທ່ານ ນາງ ລິນແສງ ກົງປາລີ ປະຊາຊົນ ບ້ານນາທົ່ງ ຈອງ ເມືອງຊໍາເໜືອ ແຂວງຫົວພັນ. ທ່ານ ນາງ ລິນແສງ ກົງປາລີ ປະຊາຊົນ ບ້ານນາທົ່ງຈອງ ເມືອງ ຊໍາເໜືອ ແຂວງຫົວພັນ ເປັນຄອບ ຄົວໜຶ່ງທີ່ເປັນແບບຢ່າງ ຂອງຄວາມ ສໍາເລັດໃນການພັດທະນາຫັດຖະ ກໍາຕໍ່າຫູກທໍ່ໄໝໃຫ້ສໍາພາດວ່າ: ພາຍໃນຄອບຄົວ ມີສະມາຊິກທັງ ໝົດ 4 ຄົນ, ພາຍຫລັງສ້າງຄອບຄົວ ແລ້ວກໍ່ໄດ້ເລີ່ມຕົ້ນຈາກການເປັນ ແມ່ຄ້າຂາຍເຄື່ອງເລັກໆນ້ອຍໆຢູ່ ທີ່ຕະຫລາດເທສະບານເມືອງຊໍາ ເໜືອ, ສ່ວນຄອບຄົວແມ່ນເປັນພະ ນັກງານສັງກັດລັດ ອາໄສແຕ່ເງິນ ເດືອນ ກໍ່ພໍແຕ່ກຸ້ມຢູ່ກຸ້ມກິນ, ມາ ຮອດປີ 2002-2012 ຈຶ່ງໄດ້ເປີດ ຮ້ານບໍລິການເສີມຄວາມງາມ ແລະ ຂາຍເຄື່ອງນຸ່ງຫົ່ມ, ຂາຍເກີບ, ກະ ເປົາ ຢູ່ຕະຫລາດເມືອງຊໍາເໜືອ ແຕ່ ກໍ່ຍັງບໍ່ທັນມີລາຍຮັບທີ່ໝັ້ນຄົງ. ມາຮອດປີ 2019-2020 ດ້ວຍ ຄວາມຮັກມັກອາຊີບນີີ້ທີ່ເຄີຍເຮັດ ມາແຕ່ນ້ອຍ ຈຶ່ງໄດ້ມີແນວຄວາມ ຄິດລິເລີ່ມໃນການລົງທຶນໃສ່ຫັດຖະ ກໍາຕໍ່າຫູກທໍ່ໄໝ ໂດຍນໍາເອົາເງິນ ທີ່ໄດ້ເກັບອອມການບໍລິການ ແລະ ຂາຍເຄື່ອງໃນໄລຍະທີ່ຜ່ານມາ ຈໍາ ນວນ 60.000.000 ກີບ ເພື່ອຊື້ ພື່ມ,ໄໝມ້ອນ ແລະ ອຸປະກອນການ ຕໍ່າຫູກທໍ່ໄໝ, ເບື້ອງຕົ້ນໄດ້ລົງທຶນ ທົດລອງຈໍານວນ 15 ກີ້ ເພື່ອຕໍ່າສິ້ນ ແລະ ຕໍ່າຜ້າບ່ຽງ, ໂດຍປ່ອຍໃຫ້ ເອື້ອຍນ້ອງແມ່ຍິງ ບ້ານງີ້ວ ເມືອງ ຊໍາເໜືອ ເປັນຜູ້ຕໍ່າໃຫ້ ແລະ ເຫັນວ່າ ສິ້ນ, ຜ້າບ່ຽງທີ່ຕໍ່າມາຂາຍມີການ ຕອບຮັບຈາກຕະຫລາດດີສົມຄວນ ເນື່ອງຈາກຄຸນນະພາບຂອງຜະລິດ ຕະພັນມີຄວາມໂດດເດັ່ນ, ມີລວດ ລາຍທີ່ເປັນເອກະລັກ, ສີສັນສວຍ ງາມ ແລະ ການຕໍ່າທີ່ແໜ້ນໜາດີ ເຊິ່ງໄດ້ສ້າງຄວາມໝັ້ນໃຈ ໃນການ ຂະຫຍາຍກິດຈະການອອກຕື່ມ ໂດຍ ໄດ້ລົງທຶນຂະຫຍາຍກີ່ອອກໃຫ້ ເອື້ອຍນ້ອງແມ່ຍິງບ້ານອ້ອມຂ້າງ ເທສະບານເມືອງຊໍາເໜືອ ແລະ ໄດ້ ຂະຫຍາຍອອກໄປບັນດາເມືອງ ຄື: ເມືອງຫົວເມືອງ, ຮ້ຽມ, ສົບເບົາ, ວຽງໄຊ ແລະ ເມືອງກວັນ ເຊິ່ງໃນ ປັດຈຸບັນນີ້ມີກີ່ທັງໝົດ284ກີ່, ໃນນີ້ ກີ່ຕໍ່າຜ້າບ່ຽງ 38 ກີ່, ໃນແຕ່ລະ ເດືອນສາມາດຕໍ່າສິ້ນໄດ້ 200-250 ຜືນ ຂາຍໃນລາຄາ 3.000.00015.000.000 ກີບຕໍ່ຜືນ (ຕໍ່ຊຸດ) ແລະຜ້າບ່ຽງ60ຜືນຕໍ່ເດືອນຂາຍໃນ ລາຄາ 2.800.000- 6.500.000 ກີບ ຕໍ່ຜືນ ໂດຍຂຶ້ນກັບລວດລາຍ ແລະ ແບບຕ່າງໆ, ສ່ວນການຂາຍ ແລະຈໍາໜ່າຍແມ່ນຂາຍຢູ່ກັບເຮືອນ, ພ້ອມທັງນໍາໃຊ້ເຕັກໂນໂລຊີການ ສື່ສານເພື່ອເຂົ້າເຖິງຕະຫລາດໃຫ້ ກວ້າງຂວາງ ໂດຍຜ່ານເຟສບຸກ ແລະ ວອັດແອັບ ສາມາດສັ່ງຊື້ໄດ້ ສະດວກສະບາຍ ຈົນມີລູກຄ້າທັງ ພາຍໃນ ແລະ ຕ່າງປະເທດ, ຜ່ານ ການລົງທຶນໃສ່ຫັດຖະກໍາຕໍ່າຫູກ ທໍ່ໄໝແຕ່ປີ 2020 ຈົນມາເຖິງ ປັດຈຸບັນ, ສາມາດສ້າງລາຍຮັບ ທັງໝົດ 10 ຕື້ 800 ລ້ານກວ່າກີບ. ຜົນສໍາເລັດດັ່ງກ່າວໄດ້ປ່ຽນແປງ ຊີວິດການເປັນຢູ່ຂອງຄອບຄົວ ຢ່າງຫລວງຫລາຍ ເປັນຕົ້ນ ແມ່ນ ສາມາດຕັ້ງເຮືອນຖາວອນ 1 ຫລັງ, ຊື້ດິນໄດ້ 4 ຕອນ, ມີລົດໃຫຍ່, ລົດ ຈັກ , ເຄື່ອງໃຊ້ຊອຍພາຍໃນຄອບ ຄົວ ແລະ ມີເງິນສ່ວນແຮໄວ້. ທ່ານຍັງໄດ້ເວົ້າຕື່ມວ່າ: ເຖິງ ແມ່ນວ່າຈະປະສົບຄວາມສໍາເລັດ ໃນລະດັບໜຶ່ງແລ້ວ, ແຕ່ກໍ່ຍັງຜະ ເຊີນກັບສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະການນໍາເຂົ້າວັດຖຸດິບ ປະເພດໄໝມ້ອນສ່ວນຫລາຍແມ່ນ ນໍາເຂົ້າຈາກປະເທດເພື່ອນບ້ານ, ການຊອກຫາຕະຫລາດສົ່ງອອກ ກໍ່ຍັງມີຄວາມຫຍຸ້ງຍາກຫລາຍ. ສະນັ້ນ, ໃນຕໍ່ໜ້າໄດ້ມີແຜນການ ປູກມອນລ້ຽງມ້ອນເພີ່ມເຕີມ,ເພື່ອ ຜະລິດໄໝມ້ອນໃຫ້ພຽງພໍ ຕອບສະ ໜອງຕາມຄວາມຕ້ອງການ ແລະ ຈະໄດ້ຂະຫຍາຍກີ່ຕໍ່າຫູກອອກຕື່ມ, ພ້ອມທັງປະດິດຄິດຄົ້ນລວດລາຍ ໃໝ່ໆອອກເລື້ອຍໆ ເພື່ອຕອບສະ ໜອງຄວາມຕ້ອງການຂອງລູກຄ້າ, ອີກຢ່າງໜຶ່ງກໍ່ເປັນການອະນຸລັກ ແລະ ສົ່ງເສີມສີໄມ້ລາຍມືອັນປານີດ ຂອງເອື້ອຍນ້ອງແມ່ຍິງລາວ ໂດຍ ສະເພາະແມ່ຍິງແຂວງຫົວພັນ. ພ້ອມນີ້ຍັງໄດ້ຮຽກຮ້ອງໃຫ້ເອື້ອຍ ນ້ອງແມ່ຍິງທີ່ຍັງບໍ່ທັນມີລາຍ ຮັບທີ່ໝັ້ນຄົງ ແລະ ສົນໃຈຢາກ ຮຽນຮູ້ການຕໍ່າຫູກທໍ່ໄໝ ສາມາດ ໄປປຶກສາຫາລື ແລະ ແລກປ່ຽນ ປະສົບການນໍາໄດ້. ເພາະຫັດຖະກໍາ ຕໍ່າຫູກທໍ່ໄໝໄດ້ເປັນທາງເລືອກ ໜຶ່ງທີ່ສາມາດນໍາໄປສູ່ການສ້າງ ລາຍຮັບທີ່ໝັ້ນຄົງ ແລະ ຫັດຖະກໍາ ຕໍ່າຫູກທໍ່ໄໝບໍ່ພຽງແຕ່ເປັນແຫລ່ງ ສ້າງລາຍຮັບເທົ່ານັ້ນ, ແຕ່ຍັງເປັນ ການຮັກສາເອກະລັກວັດທະນະ ທໍາ, ສ້າງໂອກາດການເຮັດວຽກ ໃຫ້ແກ່ແມ່ຍິງໃນຊົນນະບົດ, ແລະ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດທ້ອງຖິ່ນຢ່າງຍືນ ຍົງ, ຊ່ວຍສ້າງເສດຖະກິດຄອບຄົວ ໃຫ້ມີຄວາມເຂັ້ມແຂງອີກດ້ວຍ. ຍ້ອນເອື້ອຍນ້ອງແມ່ຍິງທີ່ມີ ສີໄມ້ລາຍມືອັນປານີດໃນການ ປະດິດ,ຈົກລວດລາຍດອກດວງອັນ ງົດງາມລົງໃນຜືນຜ້າໄໝມ້ອນ,ໃນ ປັດຈຸບັນນີ້ຫັດຖະກໍາຕໍ່າຫູກທໍ່ໄໝ ສາມາດຜະລິດເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ, ນອກຈາກນີ້ແຂວງຫົວພັນ ຍັງໄດ້ ນໍາເອົາຜະລິດຕະພັນຜ້າໄໝມ້ອນ ສົ່ງເຂົ້າປະກວດໃນງານຕ່າງໆທັງ ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ ໄດ້ຮັບຫລາກຫລາຍລາງວັນ ຊຶ່ງ ໄດ້ກາຍເປັນສິ່ງທີ່ເອກອ້າງທົງນົງ ໃຈ ແລະ ຄວາມພາກພູມໃຈໃຫ້ກັບ ປະຊາຊົນແຂວງຫົວພັນ ຊຶ່ງສາ ມາດເວົ້າໄດ້ວ່າແຂວງຫົວພັນ ເປັນ ຖິ່ນກໍາເນີດຫັດຖະກໍາໄໝມ້ອນ ໄດ້ ກາຍເປັນອາຊີບຫລັກຂອງເອື້ອຍ ນ້ອງແມ່ຍິງໃນຫລາຍໆຄອບຄົວ ດັ່ງຄໍາເວົ້າທີ່ວ່າ: ຊາວຫົວພັນ ມີມູນ ເຊື້ອຮັກຫໍ່ສາມັກຄີ ທັງສີມືລືນາມ ຫັດຖະກໍາໄໝມ້ອນ ທັງອາພອນ 9 ເຜົ່າເຊື່ອ ເຈົ້າຊ່າງປານີດຖັກ ມັດໝີ່ ສາວໄໝມ້ອນ ມາເກາະຊ້ອນເປັນ ຮູບລິງລາຍງາມເດ.

RkJQdWJsaXNoZXIy MTc3MTYxMQ==