ຂປລ
ສປ ຈີນ ທົດລອງ ປະຕິບັດ ນະໂຍບາຍ ການຍົກ ເວັ້ນວີຊ່າ ຕໍ່ບຸກຄົນ ທີ່ມາຈາກ ບຣາຊິນ, ອາກຊັງຕິນ, ຈີເລ, ເປຣູ, ອູຣູໄກວ ທີ່ຖືໜັງສືຜ່ານແດນທົ່ວໄປ, “ປະເທດເພື່ອນມິດ” ທີ່ ສປ ຈີນ ຍົກເວັ້ນວີຊ່າຝ່າຍດຽວ ໄດ້ເພີ່ມຂຶ້ນອີກ 5ປະເທດ.
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສປ ຈີນ ທົດລອງ ປະຕິບັດ ນະໂຍບາຍ ການຍົກ ເວັ້ນວີຊ່າ ຕໍ່ບຸກຄົນ ທີ່ມາຈາກ ບຣາຊິນ, ອາກຊັງຕິນ, ຈີເລ, ເປຣູ, ອູຣູໄກວ ທີ່ຖືໜັງສືຜ່ານແດນທົ່ວໄປ, “ປະເທດເພື່ອນມິດ” ທີ່ ສປ ຈີນ ຍົກເວັ້ນວີຊ່າຝ່າຍດຽວ ໄດ້ເພີ່ມຂຶ້ນອີກ 5ປະເທດ. ນັບແຕ່ວັນທີ 1 ມິຖຸນາປີ 2025 ຫາວັນທີ 31 ພຶດສະພາປີ 2026, ບຸກຄົນທີ່ຖືໜັງສືຜ່ານແດນ ທົ່ວໄປ ຈາກ 5 ປະເທດ ດັ່ງກ່າວ ເດີນທາງມາ ສປ ຈີນ ເພື່ອດຳເນີນ ທຸລະກິດ, ທ່ອງທ່ຽວ, ຢາມຍາດຕິພິ່ນ້ອງ ແລະ ເພື່ອນມິດ, ແລກປ່ຽນຢ້ຽມຢາມ, ຜ່ານແດນ ບໍ່ເກີນເວລາ 30 ວັນ, ສາມາດຍົກເວັ້ນວີຊ່າ ເຂົ້າເມືອງ.ຫລັງຈາກ ສປ ຈີນ ໄດ້ປະຕິບັດ ນະໂຍບາຍ ການຍົກເວັ້ນ ວີຊ່າ ຕໍ່ປະເທດ ອາເມຣິກາລາຕິນ ແລະ ປະເທດ ເຂດກາຣິບຽນ ເປັນຄັ້ງທຳອິດ. ນັບມາຮອດ ປັດຈຸບັນນີ້, ຈຳນວນປະເທດ ທີ່ເໝາະໃຊ້ ນະໂຍບາຍ ການຍົກເວັ້ນ ວີຊ່າ ຝ່າຍດຽວ ເຂົ້າເມືອງຈີນ ໄດ້ເພີ່ມຂຶ້ນຮອດ 43ປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL