ເວທີປຶກສາຫາລືເສດຖະກິດການຄ້າຈີນ-ອາຊຽນ

28/05/2025 13:07
Email Print 317
ຂປລ ເວທີ ປຶກສາ ຫາລື ເສດຖະກິດ ການຄ້າຈີນ-ອາຊຽນ ພາຍໃຕ້ ການເປັນເຈົ້າພາບຮ່ວມ ຂອງສະມາຄົມ ສົ່ງເສີມ ການຄ້າຈີນ ແລະ ສະພາມົນຕີ ການຄ້າ ມາເລເຊຍ-ຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ

  ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເວທີ ປຶກສາ ຫາລື ເສດຖະກິດ ການຄ້າຈີນ-ອາຊຽນ ພາຍໃຕ້ ການເປັນເຈົ້າພາບຮ່ວມ ຂອງສະມາຄົມ ສົ່ງເສີມ ການຄ້າຈີນ ແລະ ສະພາມົນຕີ ການຄ້າ ມາເລເຊຍ-ຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ເມື່ອບໍ່ດົນມານີ້, ໂດຍມີ ຜູ້ຕາງໜ້າ ຈາກອົງການ ສົ່ງເສີມ ການຄ້າ ແລະ ການລົງທຶນ, ສະພາການຄ້າ ແລະ ວິສາຫະກິດ ຂອງ ສປ ຈີນ ແລະ ປະເທດ ສະມາຊິກ ອາຊຽນ ເກືອບ 200 ຄົນ ເຂົ້າຮ່ວມ.ຈາກນັ້ນ ທ່ານ ເຣີນຫົງປິ່ນ ຫົວໜ້າ ສະມາຄົມ ສົ່ງເສີມ ການຄ້າຈີນ ຢືນຢັນວ່າ: ສະມາຄົມ ສົ່ງເສີມ ການຄ້າຈີນ ຍິນດີ ສຸມທຸກ ຄວາມພະຍາຍາມ ຮ່ວມກັບ ວົງການ ອຸດສາຫະກໍາ ການຄ້າ ຂອງປະເທດ ສະມາຊິກ ອາຊຽນ, ປະກອບສ່ວນ ເຂົ້າໃນການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງດ້ວຍຄຸນນະພາບສູງ ຢ່າງຕັ້ງໜ້າພາຍໃຕ້ ການນໍາພາ ທາງຍຸດທະສາດ ຂອງຜູ້ນໍາສອງຝ່າຍ, ນໍາໃຊ້ສັນຍາ ການຄ້າເສລີຕ່າງໆ ຢ່າງເຕັມສ່ວນ ເຊັ່ນ: ສັນຍາ ການພົວພັນ ຄູ່ຮ່ວມ ເສດຖະກິດ ຮອບດ້ານ ຂອງພາກພື້ນ ຫລື RCEP ເປັນຕົ້ນ, ຊຸກຍູ້ ການຮ່ວມມື ດ້ານເສດຖະກິດ ການຄ້າ ລະຫວ່າງ ສອງຝ່າຍ ໃຫ້ໄດ້ຮັບການຍົກລະດັບສູງຂຶ້ນ, ເພີ່ມທະວີ ການພັດທະນາ ຢ່າງຄຽງຄູ່ກັນ ລະຫວ່າງ ຕ່ອງໂສ້ ອຸດສາຫະກໍາ ແລະ ຕ່ອງໂສ້ ການສະໜອງ, ລົງເລິກ ການຮ່ວມມື ທີ່ຕິດແທດ ຕົວຈິງ ໃນຂົງເຂດ ຫລາຍຝ່າຍ ແລະ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ລະຫວ່າງ ອາຊຽນ- ສປ ຈີນ-ຄະນະ ກໍາມະການ ຮ່ວມມື ປະເທດ ອາຣັບ ອ່າວເປີເຊຍ ຢ່າງຕັ້ງໜ້າ ເພື່ອປະກອບສ່ວນ ເຂົ້າໃນການເຊື່ອມໂຍງ ເຂົ້າກັນ ຂອງພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top