ກອງປະຊຸມສຸດຍອດອາຊຽນ ຮັບຮອງ ວິໄສທັດປະຊາຄົມອາຊຽນປີ 2045

27/05/2025 14:08
Email Print 451
ຂປລ ກອງ​ປະ​ຊຸມ ​ສຸດຍອດ​ ອາ​ຊຽນ ​ຄັ້ງ​ທີ 46 ທີ່​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ຂອງ ​ມາ​ເລ​ເຊຍ ໄດ້ຮັບ​ຮອງ “ວິ​ໄສ​ທັດ​ ປະ​ຊາ​ຄົມ ອາ​ຊຽນ​ປີ 2045” ແລະ ​ອອກ “​ຖະ​ແຫລງ​ການ​ກົວ​ລາ​ລຳ​ເປີ”

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 26 ພຶດ​ສະ​ພາ​ນີ້, ກອງ​ປະ​ຊຸມ ​ສຸດຍອດ​ ອາ​ຊຽນ ​ຄັ້ງ​ທີ 46 ທີ່​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ຂອງ ​ມາ​ເລ​ເຊຍ ໄດ້ຮັບ​ຮອງວິ​ໄສ​ທັດ​ ປະ​ຊາ​ຄົມ ອາ​ຊຽນ​ປີ 2045” ແລະ ​ອອກ “​ຖະ​ແຫລງ​ການ​ກົວ​ລາ​ລຳ​ເປີ”, ເພື່ອ​ສະ​ໜອງ ​ຄຳ​ເຫັນ​ ແລະ ແຜນ​​ການ ​ທີ່​ມີ​ລັກ​ສະ​ນະ ​ຊີ້​ນຳ​ ໃຫ້​ແກ່​ ການ​ພັດ​ທະ​ນາ ​ຂອງ​ປະ​ເທດ​ສະ​ມາ​ຊິກ​ ອາ​ຊຽນ​ໃນ 20 ປີ​ຕໍ່​ມາ. ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1967  ​ແລະ ມາ​ເລ​ເຊຍ ​ເປັນ​ປະ​ເທດ​ ປະ​ທານ​ ໝູນ​ວຽນ​ ປະ​ຈຳ​ປີ 2025 ຂອງ​ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top