ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

28/05/2025 15:57
Email Print 4728
ຂປລ ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສກຳ ແລະ ສະຫະກອນ ກະຊວງກະສກຳ ແລະ ປ່າໄມ້, ທ່ານ ນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ເສີມລະບົບຕ້ອງໂສ້ ການຜະລິດກະສກຳເປັນສນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສນຄ້າ ຢູ່ບ້ານພ້າວໃຫຍເມືອງສາລະວັນ ແຂວງສາລະວັນ.

ກຸ່ມຜະລິດແນວພັນເຂົ້າບ້ານພ້າວໃຫຍເປັນກຸ່ມໜຶ່ງທີ່ນອນໃນ 17 ກຸ່ມເປົ້າໝາຍໂຄງການຂອງ ເມືອງສາລະວັນ ແຂວງສາລະວັນ, ເຊິ່ງໄດ້ຮັບການສ້າງຕັ້ງໃນວັນທີ 15 ມັງກອນ 2021, ມີສະມະຊິກ 19ຄອບຄົວ ຍິງ 6 ຄອບຄົວ, ມີເນື້ອທີ່ຜະລິດເຂົ້ານາປີ 36.4 ເຮັກຕາ, ນາແຊງ 14,48 ເຮັກຕາ,ກິດຈະກຳຫລັກແມ່ນປູກເຂົ້າແນວພັນເປັນສນຄ້າ ໂດຍມີວິຊາການໂຄງການ ສກສ ຂັ້ນສູນກາງ, ພະແນກກະສກຳ ແລະ ປ່າໄມ້ແຂວງ, ເມືອງ ໄດ້ລົງມາຈັດຕັ້ງຝກອົບຮົມ ໃນດ້ານວິຊາການຕ່າງໆ ແລະ ການສ້າງຄວາມເຂັ້ມແຂງ ໃນຫາຍດ້ານໃຫ້ແກ່ກຸ່ມ, ເຊິ່ງໃນປີຜ່ານມາສາມາດຜະລິດເຂົ້ານາປີໄດ້ 135 ໂຕນ, ນາແຊງໄດ້ 53 ໂຕນ ໃນນັ້ນ, ໄດ້ຜະລິດເຂົ້າແນວພັນ 19 ກວ່າໂຕນ. ນອກນັ້ນ, ຍັງມີຄອບຄົວຕົວແບບເຮັດແປງສາທ 9 ຄອບຄົວ ຄື: ຕົວແບບການຜະລິດຕາມເຕັກນິກນາຢອດ ແລະ ນາດຳ 3 ຄອບຄົວ, ຄອບຄົວຕົວແບບເຕັກນິກປຽກສະຫລັບແຫ້ງ ປູກເຂົ້າແບບປະຢັດນ້ຳ 6 ຄອບຄົວ, ຈາກຜົນສຳເລັດດັ່ງກ່າວ ໃນປີຜ່ານມາ ພາຍໃນກຸ່ມຍັງໄດ້ນຳເອົາຜົນຜະລິດເຂົ້າແນວພັນ ເຂົ້າຮ່ວມວາງສະແດງ ໃນເທສະການໝາກພ້າວນາໄຊ ທີ່ບ້ານນາໄຊນ້ອຍ ເມືອງສາລະວັນ, ວາງສະແດງໃນກອງປະຊຸມໃຫຍອົງການປົກຄອງເມືອງ ແລະ ໃນບຸນຊ່ວງເຮືອປະເພນີ ຂອງເມືອງສາລະວັນ.

ປັດຈຸບັນ ພາຍໃນກຸ່ມຜະລິດແນວພັນເຂົ້າບ້ານພ້າວໃຫຍມີເຄື່ອງຢອດເຂົ້າ 01 ເຄື່ອງ, ເຄື່ອງສີດຢາ 01 ເຕົ້າ, ມີເຄື່ອງຮີດສູນອາກາດ 01 ເຄື່ອງ ເຊິ່ງທັງໝົດແມ່ນໄດ້ຮັບການສະໜັບສະໜູນ ຈາກທະນາຄານອາຊີພັດທະນາອາຊີ ໃນມູນຄ່າ ປະມານ 400 ລ້ານກວ່າກີບ. 

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top