ກະຊວງການຕ່າງປະເທດ ຈັດກິດຈະກຳ ປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ

02/06/2025 14:54
Email Print 279
ຂປລ ຂປລ. ໃນວັນທີ 2 ມິຖຸນາ 2025 ທີ່ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1/6/1924-1/6/2025) ເປັນກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້



ຂປລ. ໃນວັນທີ
2 ມິຖຸນາ 2025 ທີ່ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1/6/1924-1/6/2025) ເປັນກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ ໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຮອງລັດຖະມົນຕີ ແລະ ຄະນະກົມ, ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ການຈັດກິດຈະກໍາປູກຕົ້ນໄມ້ ຂອງກະຊວງການຕ່າງປະເທດຄັ້ງນີ້, ເພື່ອເປັນການສ້າງຂະບວນການ ຂ່ຳນັບຮັບຕ້ອນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2025, ທັງເປັນການປະຕິບັດຄຳຂວັນ ສ ສີຂຽວ ຂອງນະຄອນຫລວງວຽງຈັນ ທີ່ໄດ້ວາງອອກ, ສ້າງສະພາບແວດລ້ອມຢູ່ຂອບເຂດ ນະຄອນຫລວງວຽງຈັນ ກໍຄື ຂອບເຂດທົ່ວປະເທດໃຫ້ເປັນພື້ນທີ່ສີຂຽວ, ເຮັດໃຫ້ມີອາກາດທີ່ສົດຊື່ນ ແລະ ສ້າງຄວາມຮົ່ມເຢັນ ທັງເປັນການປູກຈິດສໍານຶກໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຈິດໃຈມັກຮັກໃນການປູກຕົ້ນໄມ້ ເພື່ອປົກປັກຮັກສາ ສິ່ງແວດລ້ອມທີ່ດີ.

ກິດຈະກຳດັ່ງກ່າວ, ໄດ້ຈັດຂຶ້ນທຸກໆປີ ເພື່ອເພີ່ມພື້ນທີ່ສີຂຽວ ໃຫ້ກັບທຳມະຊາດ ແລະ ເພື່ອສະ ເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ເປັນຂະບວນການຟົດຟື້ນ. ສຳລັບປີນີ້, ກະຊວງການຕ່າງປະເທດໄດ້ປູກຕົ້ນໄມ້ 18 ຕົ້ນ ປະກອບມີຕົ້ນໄມ້ຮົ່ມ, ຕົ້ນໄມ້ມີດອກ ແລະ ຕົ້ນໄມ້​ໃຫ້ໝາກ ຄື: ຕົ້ນບາລະມີ, ຕົ້ນດອກຄູນ, ຕົ້ນໝາກມ່ວງ, ຕົ້ນໝາກອາໂວກາໂດ, ຕົ້ນໝາກຜູ ພັນໜ່ວຍໃຫຍ່, ຕົ້ນ  ໝາກຊົມພູ (ໝາກຈຽງ) ​ແລະ ຕົ້ນຝາງແດງ.

KPL

ຂ່າວອື່ນໆ

ads
ads

Top