ຂປລ
ຂປລ. ກຸ່ມບໍລິສັດ ນໍ້າ ແລະ ໄຟຟ້າສາກົນແຫ່ງ ສປ ຈີນ (CCCG) ຮ່ວມກັບ ມະຫາວິທະຍາໄລ ລາວ-ຈີນ ແລະ ມະຫາວິທະຍາໄລ ເຫີໄຮ ສປ ຈີນ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ ຫ້ອງຮຽນສີຂຽວ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກຊັບພະວິຊາ ໃນວັນທີ 30 ພຶດສະພາ 2025 ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ໂຈ້ຈ້ຽນຊູ ຈາກພາກວິຊາໄຟຟ້າພະລັງງານນໍ້າ ມະຫາວິທະຍາໄລ ເຫີໄຮ ສປ ຈີນ ໄດ້ບັນຍາຍກ່ຽວກັບຜົນສໍາເລັດການພັດທະນາ, ການນໍາໃຊ້ໄຟຟ້າພະລັງານນໍ້າ ແລະ ເຕັກໂນໂລຊີທີ່ສໍາຄັນ ເຊິ່ງເນື້ອໃນບົດສອນ ໄດ້ຍົກໃຫ້ເຫັນເຖິງ ໂຄງການຕົວແບບພົ້ນເດັ່ນ ດ້ານພະລັງງານ ສີຂຽວ ຂອງ ສປ ຈີນ ລວມທັງເຂື່ອນໄຟຟ້າ, ໂຄງການສູບນໍ້າຜະລິດໄຟຟ້າໝູນວຽນ ແລະ ໄຟຟ້າພະລັງງານລົມ. ພ້ອມນີ້, ຍັງໄດ້ເນັ້ນກ່ຽວກັບການກໍ່ສ້າງ ແລະ ດໍາເນີນງານຂອງເຂື່ອນໄຟຟ້ານໍ້າລີກ 1-2, ເຂື່ອນໄຟຟ້ານໍ້າງຽບ 2, ເຂື່ອນໄຟຟ້ານໍ້າກົງ 1 ທີ່ບໍລິສັດຈີນມີສ່ວນຮ່ວມ ໃນການກໍ່ສ້າງ ຢູ່ໃນ ສປປ ລາວ ໂດຍອີງໃສ່ສະພາບຕົວຈິງຂອງໂຄງການ, ພ້ອມທັງອະທິບາຍລະອຽດເຖິງ ທິດສະດີການພັດທະນາເຕັກໂນໂລຊີເຂື່ອນໄຟຟ້າ, ພະລັງງານສີຂຽວ ມີຜົນດີແນວໃດຕໍ່ການພັດທະນາ ແລະ ວິທີການປົກປ້ອງລະບົບນິເວດຕ່າງໆ.

ໃນພິທີ, ຜູ້ຕາງໜ້າຈາກຝ່າຍລາວ ແລະ ຈີນ ໄດ້ເນັ້ນເຖິງຄວາມສໍາຄັນຕໍ່ ການຮ່ວມມືດ້ານການສຶກສາ ແລະ ການພັດທະນາສີຂຽວ, ເຊິ່ງການບັນຍາຍໃນຄັ້ງນີ້ ຈະຖ່າຍທອດແນວຄິດ ກ່ຽວກັບການພັດທະນາພະລັງງານສີຂຽວ ໃຫ້ແກ່ຊາວໜຸ່ມລາວ ກໍຄື ນັກສຶກສາລາວ ສາມາດແບ່ງປັນ ເຕັກໂນໂລຊີ ທີ່ກ່ຽວຂ້ອງ ແລະ ໝາກຜົນມາໃຊ້ໃນຕົວຈິງ. ນອກຈາກນັ້ນ, ນັກວິສະວະກອນຈາກທັງສອງປະເທດ ຍັງໄດ້ແບ່ງປັນປະສົບການກັບບັນດານັກສຶກສາ, ແນະນໍາຂັ້ນຕອນການກໍ່ສ້າງ ແລະ ບໍລິຫານດໍາເນີນງານຂອງເຂື່ອນໄຟຟ້າຕື່ມອີກ.
KPL