ໄຂກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວເປີເຊຍ ຄັ້ງທີ 2

28/05/2025 13:07
Email Print 320
ຂປລ ກອງປະຊຸມ ສຸດຍອດ ອາຊຽນ-ສະພາ ຮ່ວມມື ເຂດອ່າວເປີເຊຍ (GCC) ຄັ້ງທີ 2 ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 27 ພຶດສະພາ, ໃນຂອບເຂດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ອາຊຽນ-ສະພາ ຮ່ວມມື ເຂດອ່າວເປີເຊຍ (GCC) ຄັ້ງທີ 2 ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 27 ພຶດສະພາ, ໃນຂອບເຂດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46. ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມກັບ ການນຳ ບັນດາ ປະເທດ ອາຊຽນ ແລະ 6 ປະເທດ ເຂດອ່າວ ເປີເຊຍຄື: ອາຣັບບິ ຊາອຸດິດ, ສະຫະນະຄອນ ເອເມເຣດ ອາຣັບ, ກູເວດ, ກາຕາ, ບາເຣນ ແລະ ໂອມານ ເຂົ້າຮ່ວມ ກອງປະຊຸມ. ໃນໂອກາດນີ້, ທ່ານ ອັນວາ ອິບຣາຮິມ(Anwar Ibrahim), ນາຍົກລັດ ຖະມົນຕີ ມາເລເຊຍ ປະທານ ອາຊຽນ 2025 ໃຫ້ຮູ້ວ່າ ຫົວຂໍ້ ປີປະທານ ອາຊຽນຂອງ ມາເລເຊຍ ແມ່ນກວມລວມ ແລະ ຍືນຍົງ ສອ່ງແສງໃຫ້ເຫັນ ບັນດາ ມູນຄ່າລວມຂອງ ອາຊຽນ ແລະ GCC ກ່ຽວກັບ ຄວາມມີ ສະຖຽນ ລະພາບ ຜ່ານຄວາມເປັນເອກະພາບ, ວັດທະນາຖາວອນ ຜ່ານການຮ່ວມມື ແລະ ຄວາມສາມາດ ໃນການຟື້ນຟູ ຜ່ານຄວາມຮັບຜິດຊອບລວມ.ຈາກນັ້ນ ທ່ານ ຟ້າມມິງຈິງ,  ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເນັ້ນໜັ້ກວ່າ ອາຊຽນ ແລະ ສະພາຮ່ວມມື ເຂດອ່າວເປີເຊຍ ຕ້ອງພ້ອມກັນ ກຳນົດທິດ, ສ້າງຮູບແບບ ຮ່ວມມື ລະຫວ່າງ ເຂດລຸ້ນໃໝ່ ບົນພື້ນຖານຄວາມຈິງໃຈ, ແທດຈິງ, ຮອບດ້ານ ແລະ ຄວາມສະໜິດ ຕິດພັນ ແລະ ມີປະສິດທິຜົນ.ຕີລາຄາສູງ ຄວາມສາມາດ ບົ່ມຊ້ອນ ໃນການຮ່ວມມື ອາຊຽນ-GCC ແລະ ສະເໜີ ສອງຝ່າຍ ສ້າງຂໍ້ຕົກລົງ ຮ່ວມມື ເສດຖະກິດຮ່ວມໂດຍໄວ ທີ່ມີລັກສະນະໄຫວພິບ, ອາດສາມາດ ຜັນຂະຫຍາຍ ໂດຍໄວ, ເພື່ອແນໃສ່ ຊຸກຍູ້ ການສຳຜັດ ກັບຕະຫລາດ, ເຊື່ອມຕໍ່ ລະບົບສະໜອງ, ໜູນຊ່ວຍ ການລົງທຶນ ສອງສົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top