ຂປລ
ເພື່ອສະເຫລີມ ສະຫລອງ ການສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ໄທ ຄົບຮອບ 50 ປີ ແລະ ຊຸກຍູ້ ການຮ່ວມມື ດ້ານການທ່ອງທ່ຽວ ລະຫວ່າງ ສປ ຈີນ-ໄທ, ອົງການ ທ່ອງທ່ຽວ ແຫ່ງປະເທດໄທ ໄດ້ຈັດກິດຈະກຳ ສົ່ງເສີມ ການທ່ອງທ່ຽວ “ສະບາຍດີ·ໜີຫາວ”

ຂປລ.ວິທະຍຸສາກົນ ແຫ່ງ ສປ ຈີນ, ເພື່ອສະເຫລີມ ສະຫລອງ ການສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ໄທ ຄົບຮອບ 50 ປີ ແລະ ຊຸກຍູ້ ການຮ່ວມມື ດ້ານການທ່ອງທ່ຽວ ລະຫວ່າງ ສປ ຈີນ-ໄທ, ອົງການ ທ່ອງທ່ຽວ ແຫ່ງປະເທດໄທ ໄດ້ຈັດກິດຈະກຳ ສົ່ງເສີມ ການທ່ອງທ່ຽວ “ສະບາຍດີ·ໜີຫາວ” ຈົນຮອດ ວັນທີ 6 ມິຖຸນານີ້ ໂດຍໄດ້ເຊີນຊວນ ອົງການ ທ່ອງທ່ຽວຈີນ 400 ແຫ່ງ ແລະ ຊາວເນັດ ທີ່ມີຊື່ສຽງ ດ້ານການທ່ອງທ່ຽວ 200 ຄົນ ໄປທັດສະນະ ສຶກສາ ແລະ ສຳຜັດປະສົບການຕົວຈິງຢູ່ໄທ.ທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີໄທ ໄດ້ກ່າວຄຳປາໄສວ່າ: ຂະແໜງ ການທ່ອງທ່ຽວ ແມ່ນສາຍພານ ທີ່ສຳຄັນ ໃນການເຊື່ອມຕໍ່ ລະຫວ່າງ ປະຊາຊົນຈີນ ແລະ ໄທ.ຂະນະທີ່ ໄທ ຈະຍົກລະດັບ ພື້ນຖານໂຄງລ່າງ ດ້ານການທ່ອງທ່ຽວ, ການຮັບປະກັນ ຄວາມປອດໄພ ແລະ ການບໍລິການ ດ້ານວິທະຍາສາດ ເຕັກໂນໂລຊີ ໃຫ້ສູງຂຶ້ນ ຢ່າງຕໍ່ເນື່ອງ,ພ້ອມທັງ ວາງແຜນສ້າງແຫລ່ງ ທ່ອງທ່ຽວ ທີ່ມີຄວາມດຶງດູດໃຈ ນັກທ່ອງທ່ຽວ ໃຫ້ຫລາຍກວ່າເກົ່າ, ຍິນດີຕ້ອນຮັບ ຢ່າງຈິງໃຈ ຕໍ່ນັກທ່ອງທ່ຽວຈີນ ທີ່ໄປທ່ຽວໄທ. ຕາມຕົວເລກຂໍ້ມູນຫລ້າສຸດ ສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ ມາຮອດປັດຈຸບັນ, ໄທໄດ້ຕ້ອນຮັບ ນັກທ່ອງທ່ຽວຈີນ 1,9 ລ້ານເທື່ອຄົນ. ອົງການທ່ອງທ່ຽວແຫ່ງປະເທດໄທ ພວມໃຊ້ມາດຕະການ ຢ່າງຕັ້ງໜ້າ ເພື່ອດຶງດູດ ນັກທ່ອງທ່ຽວຈີນ ໄປທ່ຽວໄທ ໃຫ້ຫລາຍກວ່າເກົ່າ ເຊິ່ງລວມທັງ ການຟື້ນຟູ ການເໝົາເຮືອບິນ, ເພີ່ມຈຳນວນຖ້ຽວບິນ ໄປຫາຕົວເມືອງ ທີ່ສຳຄັນຕ່າງໆ ຂອງ ສປ ຈີນເຊັ່ນ: ນະຄອນຫລວງປັກກິ່ງ, ນະຄອນຊຽງໄຮ້, ນະຄອນເຊີງຕູ່ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL