ຂປລ
ສສ ຫວຽດນາມ-ສິງກະໂປ ຍົກລະດັບ ການພົວພັນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາ ໃນວັນທີ 12 ມີນາ ລະຫວ່າງ ທ່ານ ໂຕເລິມ,ເລຂາທິການໃຫຍ່ ຫວຽດນາມ ກັບທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ສິງກະໂປ, ເນື່ອງໃນໂອກາດ ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ .

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ-ສິງກະໂປ ຍົກລະດັບ ການພົວພັນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາ ໃນວັນທີ 12 ມີນາ ລະຫວ່າງ ທ່ານ ໂຕເລິມ,ເລຂາທິການໃຫຍ່ ຫວຽດນາມ ກັບທ່ານ ລໍເຣັນສ ວອງ(Lawrence Wong) ນາຍົກລັດຖະມົນຕີ ສິງກະໂປ, ເນື່ອງໃນໂອກາດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ.ໃນໂອກາດນີ້ ການນຳ 2 ຝ່າຍ ໄດ້ເປັນເອກະພາບ ຍົກອອກບັນດາທິດທາງໃຫຍ່ ແລະ ມອບໃຫ້ບັນດາອົງການ, ກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ສ້າງໂຄງການກະທຳ ຜັນຂະຫຍາຍ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ແລະ ນຳການພົວພັນ 2 ຝ່າຍ ໃຫ້ພັດທະນາ ຢ່າງແທດຈິງ, ມີປະສິດທິຜົນ; ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ເລິກເຊິ່ງຂຶ້ນຕື່ມ. ກ່ຽວກັບ ບັນດາບັນຫາພາກພື້ນ, ທັງສອງຝ່າຍ ຍັງເຫັນດີເພີ່ມທະວີຄວາມສາມັກຄີໃນ ອາຊຽນ.ນອກນີ້ ຍັງເຂົ້າຮ່ວມ ເປັນສັກຂີພິຍານ ພິທີລົງນາມ ເອກະສານຮ່ວມມື ຫລາຍສະບັບໃນຂົງເຂດ ການຄ້າໄຟຟ້າແຮງລົມ, ການຫັນເປັນດີຈີຕອນ, ປ່ຽນແປງໃໝ່ ດ້ານການເງິນ.ຈາກນັ້ນ ທ່ານ ເລຂາທິການໃຫຍ່ ຫວຽດນາມ ໄດ້ກ່າວວ່າ: ສອງຝ່າຍ ໄດ້ເຫັນດີ ເປັນຢ່າງສູງ ກ່ຽວກັບ ທິດທາງ ຜັນຂະຫຍາຍ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ບົນພື້ນຖານ 6 ເສົາຄ້ຳຄື: 1 ແມ່ນ ຍູ້ແຮງການຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງໂລກ. 2 ແມ່ນ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດໃຫ້ເລິກເຊິ່ງກວ່າ ພິເສດແມ່ນການຜັນຂະຫຍາຍສັນຍາແມ່ກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ຫວຽດນາມ - ສິງກະໂປ ໃຫ້ມີປະສິດທິຜົນ. 3 ແມ່ນ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ການເຕີບໂຕສີຂຽວ, ເສີມຂະຫຍາຍປະສິດທິຜົນການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ - ເສດຖະກິດດີຈີຕອນ (ລົງນາມໃນປີ 2023). 4 ແມ່ນ ສ້າງກຳລັງຄວາມສາມາດ ແລະ ເຊື່ອມຕໍ່ມະນຸດດ້ວຍກັນ ຜ່ານການເພີ່ມທະວີການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ. 5 ແມ່ນ, ເພີ່ມທະວີການຮ່ວມມືໃນຂົງເຂດດີຈີຕອນ ແລະ ເຕັກໂນໂລຊີຫາກໍ່ພົ້ນເດັນ ແລະ ເສົ້າຄ້ຳທີ 6 ແມ່ນ ເພີ່ມທະວີ ການຮ່ວມມື ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ”. ນອກນີ້ ຍັງຢືນຢັນຄືນໃໝ່ວ່າ: ສອງຝ່າຍ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງເລື່ອງ ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີ ໃນການເດີນເຮືອ, ການບິນຢູ່ທະເລຈີນໃຕ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL