ປະຊາຊົນ ອາເມລິກາ ກັງວົນກ່ຽວກັບ ລາຄາພະລັງງານ ຫລາຍກວ່າເກົ່າ

12/10/2026 20:17
ຂປລ ປະຊາຊົນ ອາເມລິກາ 74% “ກັງວົນ ຫລາຍທີ່ສຸດ” ຕໍ່ລາຄາພະລັງງານ ເພີ່ມຂຶ້ນ 14% ເມື່ອທຽບໃສ່ ເດືອນກໍລະກົດ ປີນີ້.ຜູ້ມີສິດເລືອກຕັ້ງ ທີ່ໄດ້ລົງທະບຽນ ທີ່ໃຫ້ສຳພາດ ຈຳນວນ 84% ເຫັນວ່າ ບັນຫາເສດຖະກິດ ແມ່ນປັດໄຈ ສຳຄັນ ທີ່ມີ ອິດທິ ພົນຕໍ່ ການເລືອກຕັ້ງກາງສະໄໝຂອງ ສ.ອາເມລິກາ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຜົນການສຳຫລວດ ຄວາມຄິດເຫັນ ຂອງປະຊາຊົນ ຈາກຫລາຍ ອົງການ ທີ່ໄດ້ປະກາດ ເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ: ປະຊາຊົນ ອາເມລິກາ ກັງວົນ ກ່ຽວ ກັບ ລາຄາ ພະລັງງານ ຫລາຍກວ່າເກົ່າ. ຜົນການສຳຫລວດ ຄວາມຄິດເຫັນ ທີ່ສູນຄົ້ນຄວ້າພິວ ຂອງ ສ. ອາເມລິກາ ໄດ້ປະກາດ ເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ: ປະຊາຊົນ ອາເມລິກາ 74% “ກັງວົນ ຫລາຍທີ່ສຸດ” ຕໍ່ລາຄາພະລັງງານ ເພີ່ມຂຶ້ນ 14% ເມື່ອທຽບໃສ່ ເດືອນກໍລະກົດປີນີ້.ຜູ້ມີສິດເລືອກຕັ້ງ ທີ່ໄດ້ລົງທະບຽນ ທີ່ໃຫ້ສຳພາດ ຈຳນວນ 84% ເຫັນວ່າ ບັນຫາເສດຖະກິດ ແມ່ນປັດໄຈ ສຳຄັນ ທີ່ມີ ອິດທິ ພົນຕໍ່ ການເລືອກຕັ້ງກາງສະໄໝຂອງ ສ.ອາເມລິກາ. ສ່ວນຜົນການສຳຫລວດ ຄວາມຄິດເຫັນທີ່ຂ່າວສານຣອຍເຕີ ແລະ ກຸ່ມບໍລິສັດອິບຊໍສ ໄດ້ປະກາດ ໃນວັນທີ 9 ຕຸລານີ້ ສະແດງໃຫ້ ເຫັນວ່າ: ຜູ້ໃຫ້ ສຳພາດ ຂອງພັກເດໂມແຄຣັດ ແລະ ພັກຣີພັບບລີກັນ ຂອງ ສ.ອາເມລິກາ ລ້ວນກັງວົນຫລາຍຕໍ່ຄ່າຄອງຊີບ. ຜົນການສຳຫລວດ ຍັງສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດ ຈຳນວນ 78% ເຫັນວ່າ: ນະໂຍບາຍ ຂອງລັດຖະບານ ທ່ານ ໂດນັນ ທຣຳ ແມ່ນໜຶ່ງໃນສາເຫດທີ່ເຮັດໃຫ້ລາຄາສິນຄ້າ ເພີ່ມຂຶ້ນໄວກວ່າການເຕີບໂຕ ຂອງລາຍຮັບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top