ການສໍ້ໂກງຊັບ ຫລັກການ ໃນການຈຳແນກ ລະຫວ່າງ ຄະດີອາຍາ ແລະ ຄະດີແພ່ງ ແລະ ຜົນທາງແພ່ງຂອງການກະທຳຜິດ

12/10/2026 11:46
ຂປລ ຂປລ. ໃນກົນໄກເສດຖະກິດຕະຫລາດ, ສາຍພົວພັນທາງຊັບ, ສັນຍາ, ໜີ້ສິນ, ການຊື້ຂາຍ ແລະ ການຄ້ຳປະກັນ ນັບມື້ນັບມີຄວາມຫລາກຫລາຍ ແລະ ສັບຊ້ອນ. ການສໍ້ໂກງຊັບ ຈຶ່ງມີຂຶ້ນ ໃນຮູບການຂອງສັນຍາ ຫລື ສາຍພົວພັນທາງແພ່ງຕ່າງໆ.

ຂປລ. ໃນກົນໄກເສດຖະກິດຕະຫລາດ, ສາຍພົວພັນທາງຊັບ, ສັນຍາ, ໜີ້ສິນ, ການຊື້ຂາຍ ແລະ ການຄ້ຳປະກັນ ນັບມື້ນັບມີຄວາມຫລາກຫລາຍ ແລະ ສັບຊ້ອນ. ການສໍ້ໂກງຊັບ ຈຶ່ງມີຂຶ້ນ ໃນຮູບການຂອງສັນຍາ ຫລື ສາຍພົວພັນທາງແພ່ງຕ່າງໆ. ເຖິງວ່າ ປະມວນກົດໝາຍອາຍາ ໄດ້ວາງຫລັກການກ່ຽວກັບຄວາມຮັບຜິດທາງອາຍາ ແລະ ອົງປະກອບຂອງການກະທຳຜິດໄວ້ແລ້ວກໍຕາມ, ແຕ່ໃນພາກປະຕິບັດການຈຳແນກ ລະຫວ່າງ ການສໍ້ໂກງຊັບ ທີ່ເປັນຄະດີອາຍາ ກັບ ຂໍ້ຂັດແຍ່ງທາງແພ່ງ ຍັງບໍ່ທັນມີຄວາມເຂົ້າໃຈ ແລະ ການນຳໃຊ້ທີ່ເປັນເອກະພາບ.

ດັ່ງນັ້ນ, ການສຶກສາຫລັກການ ໃນການຈຳແນກ ລະຫວ່າງ ຄະດີອາຍາ ແລະ ຄະດີແພ່ງ ໃນກໍລະນີ ການສໍ້ໂກງຊັບ ຈຶ່ງມີຄວາມຈຳເປັນ ເພື່ອໃຫ້ການກຳນົດລັກສະນະຄະດີ, ການດຳເນີນຄະດີ ແລະ ການແກ້ໄຂຜົນທາງແພ່ງ ທີ່ຕິດພັນກັບການສໍ້ໂກງ ເປັນໄປຢ່າງຖືກຕ້ອງ, ເປັນເອກະພາບ ແລະ ສອດຄ່ອງກັບຫັກນິຕິທຳ.

ການສໍ້ໂກງຊັບ ແມ່ນການກະທຳຜິດຕໍ່ຊັບ ຊຶ່ງມີລັກສະນະສຳຄັນໃນການໃຊ້ວິທີຫລອກລວງ ເພື່ອເຮັດໃຫ້ຜູ້ອື່ນຫລົງເຊື່ອ ແລະ ຍອມມອບຊັບ ຫລື ສິດກ່ຽວກັບຊັບໃຫ້ແກ່ຜູ້ກະທຳ ຫລື ບຸກຄົນອື່ນ ໂດຍຜູ້ກະທຳ ມີເຈດຕະນາສະແຫວງຫາຊັບ ຫລື ຜົນປະໂຫຍດຈາກການຫລົງເຊື່ອນັ້ນ.

ມາດຕາ 233 ຂອງປະມວນກົດໝາຍອາຍາ ປີ 2017 ໄດ້ກຳນົດວ່າ: ບຸກຄົນໃດ ຫາກໄດ້ “ໃຊ້ເລ່ລ່ຽມ ຕົວະຍົວະຫລອກລວງ ດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ” ຈະຖືກລົງໂທດ ຕາມທີ່ໄດ້ກົດໝາຍກຳນົດໄວ້. ມາດຕາດັ່ງກ່າວ ຍັງກຳນົດກໍລະນີ ທີ່ມີລັກສະນະໜັກຂຶ້ນ ເຊັ່ນ: ການສໍ້ໂກງເປັນອາຊີບ, ມີການຈັດຕັ້ງເປັນກຸ່ມ ຫລື ກໍ່ຄວາມເສຍຫາຍຢ່າງຫລວງຫລາຍ ໂດຍໃນດ້ານຫລັກການແລ້ວ ມີອົງປະກອບທາງດ້ານວັດຖຸກຳ, ພາວະວິໄສ, ອັດຕະວິໄສ ແລະ ເຈົ້າກຳ ດັ່ງນີ້:

ໜຶ່ງ.ດ້ານພາວະວິໄສ: ເຄື່ອງໝາຍສຳຄັນ ຂອງການສໍ້ໂກງຊັບ ຢູ່ໃນພຶດຕິກຳທີ່ມາດຕາ 233 ກຳນົດໄວ້ວ່າ “ໃຊ້ເລ່ລ່ຽມ ຕົວະຍົວະຫລອກລວງ ດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ”. ການເຂົ້າ ໃຈຖ້ອຍຄຳນີ້ ໃຫ້ຊັດເຈນ ຄວນແຍກອະທິບາຍແຕ່ລະຄຳກ່ອນ ແລ້ວຈຶ່ງນຳມາປະກອບເຂົ້າກັນ.

ຄຳວ່າ “ການໃຊ້ເລ່ລ່ຽມ ຕົວະຍົວະຫຼອກລວງ” ໝາຍເຖິງ ການທີ່ຜູ້ກະທຳໃຊ້ກົນອຸບາຍ, ຂໍ້ຄວາມອັນບໍ່ເປັນຄວາມຈິງ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ຫລື ສ້າງສະພາບການອັນໃດໜຶ່ງ ເພື່ອໃຫ້ຜູ້ອື່ນຫລົງເຊື່ອ ແລະ ຍ້ອນຄວາມຫລົງເຊື່ອນັ້ນ ຈຶ່ງມອບຊັບໃຫ້ຜູ້ກະທຳ. ດັ່ງນັ້ນ, ລຳດັບທາງພາວະວິໄສຂອງການສໍ້ໂກງຊັບສາມາດສັງລວມໄດ້ວ່າ: “ການຫລອກລວງ - ການຫລົງເຊື່ອ -ການມອບຊັບ-ຜູ້ກະທໍາໄດ້ຊັບ”.

ການຫລົງເຊື່ອ ເປັນຕົວເຊື່ອມສາຍເຫດ ລະຫວ່າງ ພຶດຕິກຳຫລອກລວງ ກັບ ການມອບຊັບ. ຖ້າການມອບຊັບ ບໍ່ໄດ້ເກີດຈາກການຫລົງເຊື່ອຕໍ່ພຶດຕິກຳຫລອກລວງ, ກໍຈະຕ້ອງພິຈາລະນາວ່າ ອົງປະກອບຂອງການສໍ້ໂກງຊັບຄົບຖ້ວນແລ້ວ ຫລື ບໍ່. ສ່ວນ, ການມອບຊັບ ເປັນລັກສະນະສຳຄັນຂອງການສໍ້ໂກງຊັບ ເພາະຜູ້ຖືກເສຍຫາຍເປັນຜູ້ມອບຊັບໃຫ້ເອງ, ແຕ່ການມອບນັ້ນ ເກີດຂຶ້ນຍ້ອນຖືກຫລອກລວງ.

ສອງ.ດ້ານອັດຕະວິໄສ: ການສໍ້ໂກງຊັບເປັນການກະທຳຜິດໂດຍເຈດຕະນາ. ຜູ້ກະທຳຮູ້ວ່າ ເລ່ລ່ຽມ, ຂໍ້ຄວາມ ຫລື ສະພາບການທີ່ຕົນນຳມາໃຊ້ນັ້ນ ເປັນການຫລອກລວງ, ແຕ່ຍັງຈົງໃຈນຳໃຊ້ ເພື່ອໃຫ້ຜູ້ອື່ນມອບຊັບໃຫ້ຕົນ. ສຳລັບການສໍ້ໂກງຊັບ, ຈຸດສຳຄັນຂອງດ້ານອັດຕະວິໄສ ຈຶ່ງຢູ່ທີ່ ເວລາເກີດຂອງເຈດຕະນາ ຊຶ່ງຕ້ອງພິຈາລະນາວ່າ ໃນຂະນະທີ່ໃຊ້ການຫລອກລວງ ແລະ ກ່ອນ ຫລື ໃນເວລາໄດ້ຮັບຊັບນັ້ນ ຜູ້ກະທຳມີເຈດຕະນາເອົາຊັບໂດຍຜ່ານການຫຼອກລວງຢູ່ແລ້ວ ຫລື ບໍ່ ແລະ ປະເດັນນີ້ ມີຄວາມສຳຄັນໂດຍກົງຕໍ່ການຈຳແນກການສໍ້ໂກງຊັບອອກຈາກການບໍ່ປະຕິບັດພັນທະທາງແພ່ງ.

ສາມ.ດ້ານເຈົ້າກຳ: ຜູ້ກະທຳຜິດ ຕ້ອງເປັນບຸກຄົນທີ່ມີສະຕິສຳປະຊັນຍະ ແລະ ຮອດເກນອາຍຸທີ່ຕ້ອງຮັບຜິດຊອບທາງອາຍາຕາມທີ່ກົດໝາຍກຳນົດ. ປະມວນກົດໝາຍອາຍາກຳນົດອົງປະກອບດ້ານເຈົ້າກຳໄວ້ໃນຫຼັກທົ່ວໄປຂອງອົງປະກອບການກະທຳຜິດ.

ສີ່.ດ້ານວັດຖຸກຳ: ການສໍ້ໂກງຊັບ ແຕະຕ້ອງຕໍ່ສາຍພົວພັນທາງສັງຄົມ ທີ່ກົດໝາຍຄຸ້ມຄອງກ່ຽວກັບສິດໃນຊັບ. ສ່ວນຊັບທີ່ຖືກສໍ້ໂກງ ແມ່ນວັດຖຸທີ່ການກະທຳແຕະຕ້ອງໂດຍກົງ. ຕາມຫລັກທົ່ວໄປ ດ້ານວັດຖຸກຳແມ່ນສາຍພົວພັນທາງສັງຄົມທີ່ປະມວນກົດໝາຍອາຍາຄຸ້ມຄອງ ແລະ ຖືກແຕະຕ້ອງຈາກການກະທຳຜິດ.

ຈາກອົງປະກອບທັງໝົດ ສາມາດສັງລວມໄດ້ວ່າ: ການສໍ້ໂກງຊັບ ບໍ່ໄດ້ພິຈາລະນາແຕ່ພຽງວ່າ ຜູ້ໜຶ່ງໄດ້ຮັບຊັບຂອງຜູ້ອື່ນ ຫລື ໄດ້ຮັບຊັບແລ້ວ ບໍ່ສົ່ງຄືນ, ແຕ່ຕ້ອງພິຈາລະນາວ່າ ການໄດ້ຊັບນັ້ນ ເກີດຈາກການໃຊ້ເລ່ລ່ຽມ ຕົວະຍົວະຫລອກລວງ ຈົນເຮັດໃຫ້ຜູ້ອື່ນຫລົງເຊື່ອ ແລະ ມອບຊັບໃຫ້ ໂດຍຜູ້ກະທຳຜິດ ມີເຈດຕະນາດັ່ງກ່າວ ໃນຂະນະນັ້ນ ຫລື ບໍ່.

 

     ຫລັກການຈຳແນກຄະດີອາຍາ ກັບ ຄະດີແພ່ງ.

ຫລັກການຄົບອົງປະກອບຂອງການກະທຳຜິດ  ຄະດີອາຍາ. ຂໍ້ເທັດຈິງສະແດງວ່າ ພຶດຕິກຳຂອງຜູ້ກະທຳ ຄົບອົງປະກອບ ແລະ ເຄື່ອງໝາຍຂອງການສໍ້ໂກງຊັບ ຕາມມາດຕາ 233 ປະມວນກົດໝາຍອາຍາ ກໍເປັນຄະດີອາຍາ ໃນສະຖານການສໍ້ໂກງຊັບ ໂດຍສະເພາະ ດ້ານພາວະວິໄສ ແລະ ດ້ານອັດຕະວິໄສ ໂດຍແຍກເປັນຂໍ້ ດັ່ງນີ້:

  1. ຕ້ອງມີພຶດຕິກຳຫລອກລວງ.

ຜູ້ກະທຳຜິດ ຕ້ອງມີການໃຊ້ເລ່ລ່ຽມ, ຕົວະຍົວະຫຼອກລວງ, ສ້າງຂໍ້ເທັດຈິງ ບໍ່ຈິງ, ໃຊ້ເອກະສານ ບໍ່ຈິງ, ສ້າງສະພາບການ ບໍ່ຈິງ ຫລື ປິດບັງຂໍ້ເທັດຈິງອັນສຳຄັນ “ໃຫ້ຂໍ້ມູນ ໂດຍບໍ່ຖືກຕ້ອງ”  ເພື່ອໃຫ້ຜູ້ອື່ນເຊື່ອ.

ຕົວຢ່າງ 1: ກ ນໍາໃບຕາດິນປອມ ມາສະແດງຕໍ່ ຂ ວ່າ ເປັນທີ່ດິນຂອງຕົນ ແລະ ຂໍໃຫ້ ຂ ປ່ອຍເງິນກູ້. ກ ຮູ້ຢູ່ແລ້ວວ່າ ໃບຕາດິນເປັນປອມ ແຕ່ນຳມາໃຊ້ ເພື່ອສ້າງຄວາມເຊື່ອ. ອັນນີ້ ເປັນພຶດຕິກຳຫລອກລວງ ທີ່ຊັດເຈນ.

  1. ການຫລອກລວງ ຕ້ອງເຮັດໃຫ້ຜູ້ຖືກເສຍຫາຍ ຫລົງເຊື່ອ.

ບໍ່ແມ່ນພຽງພົບວ່າຜູ້ກະທຳເວົ້າບໍ່ຈິງແລ້ວຈະຄົບອົງປະກອບ. ຕ້ອງພິສູດຕໍ່ໄປວ່າ ການຕົວະຫລອກລວງນັ້ນເຮັດໃຫ້ຜູ້ຖືກເສຍຫາຍເຂົ້າໃຈຜິດ ແລະ ເຊື່ອວ່າຂໍ້ອ້າງນັ້ນເປັນຄວາມຈິງ.

ຕົວຢ່າງ 2: ກ ບອກ ຂ ວ່າ ຕົນ ມີສິດຈັດສັນໂຄງການເຮືອນ ແລະ ມີໃບອະນຸຍາດຄົບຖ້ວນ, ທັງທີ່ຕົນ ບໍ່ມີ. ຂ ເຫັນເອກະສານທີ່ ກ ສ້າງຂຶ້ນ ແລ້ວເຊື່ອວ່າ ໂຄງການເປັນຂອງແທ້ ຈຶ່ງຈ່າຍເງິນຈອງ. ການຫລົງເຊື່ອນັ້ນ ຈຶ່ງເກີດຈາກການຫລອກລວງໂດຍກົງ.

  1. ຍ້ອນການຫລົງເຊື່ອ ຜູ້ຖືກເສຍຫາຍ ຈຶ່ງມອບຊັບ.

ຈຸດພິເສດ ຂອງການສໍ້ໂກງຊັບ ແມ່ນ ຜູ້ຖືກເສຍຫາຍ ເປັນຜູ້ມອບຊັບໃຫ້ເອງ, ແຕ່ການມອບຊັບນັ້ນ ເກີດຈາກຄວາມຫຼົງເຊື່ອ. ດັ່ງນັ້ນ, ຕ້ອງພິສູດໃຫ້ໄດ້ວ່າ ການຫລົງເຊື່ອຈາກການຫລອກລວງ ເປັນສາເຫດໂດຍກົງ ໃຫ້ຜູ້ຖືກເສຍຫາຍມອບຊັບ.

ຕົວຢ່າງ 3: ກ ນໍາໃບຕາດິນປອມມາຄ້ໍ້າປະກັນ. ຂ ເຫັນໃບຕາດິນແລ້ວເຊື່ອວ່າ ມີຊັບຄ້ໍ້າປະກັນແທ້ ຈຶ່ງມອບເງິນໃຫ້ ກ. ຖ້າບໍ່ມີໃບຕາດິນດັ່ງກ່າວ ຂ ຈະບໍ່ມອບເງິນ. ສະນັ້ນ, ການຫລອກລວງ ແມ່ນສາເຫດໂດຍກົງ ຂອງການມອບຊັບ.

  1. ຕ້ອງມີເຈດຕະນາສໍ້ໂກງ ກ່ອນ ຫລື ໃນເວລາ ໄດ້ຮັບຊັບ.

ນີ້ແມ່ນຈຸດສຳຄັນຂອງດ້ານອັດຕະວິໄສ ຊຶ່ງຕ້ອງພິຈາລະນາວ່າ ໃນເວລາທີ່ຜູ້ກະທຳຜິດ ໃຊ້ການຫລອກລວງ ແລະ ຮັບຊັບ ຜູ້ກະທຳຜິດ ມີເຈດຕະນາເອົາຊັບ ໂດຍການຫລອກລວງຢູ່ແລ້ວ ຫລື ບໍ່.

ຕົວຢ່າງ 4: ກ ຂໍຢືມເງິນ 500 ລ້ານກີບຈາກ ຂ ໂດຍອ້າງວ່າ ຈະນຳໄປຊື້ສິນຄ້າ ເພື່ອນຳມາຂາຍ, ແຕ່ກ່ອນຮັບເງິນ ກ ບໍ່ມີທຸລະກິດນັ້ນເລີຍ, ບໍ່ມີການສັ່ງຊື້ສິນຄ້າ ແລະ ມີແຜນນຳເງິນໄປໃຊ້ສ່ວນຕົວຕັ້ງແຕ່ຕົ້ນ. ຖ້າພິສູດໄດ້ດັ່ງນີ້ ກໍຊີ້ເຖິງເຈດຕະນາສໍ້ໂກງ ທີ່ມີຢູ່ກ່ອນ ໄດ້ຮັບຊັບ.

  1. ສັນຍາ ບໍ່ໄດ້ຕັດລັກສະນະອາຍາໂດຍອັດຕະໂນມັດ.

ການມີສັນຍາ ບໍ່ໝາຍຄວາມວ່າ ຄະດີນັ້ນ ຕ້ອງເປັນຄະດີແພ່ງ ຊຶ່ງຕ້ອງເບິ່ງວ່າ ສັນຍານັ້ນ ເປັນສັນຍາ ທີ່ຄູ່ກໍລະນີ ຕັ້ງໃຈປະຕິບັດຈິງ ຫລື ເປັນພຽງຮູບການ ທີ່ຜູ້ກະທຳສ້າງຂຶ້ນ ເພື່ອໃຫ້ໄດ້ຊັບ.

ຕົວຢ່າງ 5: ກ ເຮັດສັນຍາກູ້ຢືມເງິນ ກັບ ຫລາຍຄົນໃນໄລຍະສັ້ນ, ແຕ່ລະຄົນຖືກບອກວ່າ ກ ມີໂຄງການລົງທຶນຈິງ ແລະ ຈະໄດ້ກຳໄລສູງ. ຖ້າໃນຄວາມເປັນຈິງ ບໍ່ມີໂຄງການ ແລະ ສັນຍາ ຖືກໃຊ້ເປັນພຽງເຫດຜົນ ເພື່ອໃຫ້ຜູ້ອື່ນມອບເງິນໃຫ້ຕົນ ກໍບໍ່ອາດອ້າງໄດ້ວ່າ ຕົນ “ມີສັນຍາ ຈຶ່ງເປັນຄະດີແພ່ງ”ໄດ້.

  1. ການມີຊັບຄ້ຳປະກັນ ບໍ່ໄດ້ຕັດລັກສະນະອາຍາ ໂດຍອັດຕະໂນມັດ.

ໃນກໍລະນີນີ້ ຕ້ອງພິຈາລະນາຄຸນຄ່າ ແລະ ຄວາມແທ້ຈິງຂອງຊັບຄ້ຳປະກັນ.

ຕົວຢ່າງ 6: ນຳ ໃບຕາດິນປອມ ມາຄ້ຳປະກັນ; ນໍາໃບຕາດິນ ຂອງຜູ້ອື່ນ ມາອ້າງເປັນຂອງຕົນ; ນໍາທີ່ດິນທີ່ໄດ້ຂາຍໄປແລ້ວ ມາຄ້ຳປະກັນອີກ; ນໍາຊັບດຽວ ໄປຄ້ໍ້າຫລາຍບ່ອນ ແຕ່ປິດບັງຂໍ້ເທັດຈິງ; ອ້າງມູນຄ່າຊັບສູງກວ່າຄວາມຈິງ ຢ່າງຈົງໃຈ ເພື່ອໃຫ້ໄດ້ເງິນ. ໃນກໍລະນີເຫລົ່ານີ້ ຊັບຄ້ຳປະກັນ ເປັນພຽງ ເຄື່ອງມືຂອງການຫລອກລວງ ແທນທີ່ ຈະເປັນຫລັກຖານວ່າ ເປັນຄະດີເປັນແພ່ງ.

  1. ການນຳເງິນ ທີ່ໄດ້ຈາກການຫລອກລວງໄປຊື້ຊັບໃນນາມຕົນເອງ

ຕົວຢ່າງ 7: ກ ມອບເງິນໃຫ້ ຂ ໂດຍຕົກລົງວ່າໃຫ້ ຂ ນຳເງິນນັ້ນໄປຊື້ຊັບໃຫ້ ກ. ແຕ່ກ່ອນຮັບເງິນ ຂ ມີເຈດຕະນາຢູ່ແລ້ວວ່າ ຈະນຳເງິນຂອງ ກ ໄປຊື້ຊັບໃນນາມຂອງຕົນ ແລະ ໃຫ້ຊັບນັ້ນຕົກເປັນກຳມະສິດຂອງຕົນ. ຂ ຈຶ່ງໃຊ້ຄຳອ້າງວ່າ “ຈະຊື້ໃຫ້ ກ” ເພື່ອໃຫ້ ກ ຫລົງເຊື່ອ ແລະ ມອບເງິນ.

  1. ຈຸດຂອງເວລາຂອງການຕົວະຫລອກລວງ: ຕ້ອງເກີດກ່ອນ ຫລື ໃນຂະນະຂອງການມອບຊັບ.

ການຕົວະຍົວະຫລອກລວງ ທີ່ຈະປະກອບເປັນການສໍ້ໂກງຊັບ ຕ້ອງເກີດຂຶ້ນ ກ່ອນ ຫລື ໃນຂະນະທີ່ຜູ້ຖືກ ເສຍຫາຍຕັດສິນໃຈມອບຊັບ ແລະ ຕ້ອງເປັນສາເຫດໃຫ້ຜູ້ຖືກເສຍຫາຍຫລົງເຊື່ອ ແລະ ຍ້ອນຄວາມຫລົງເຊື່ອນັ້ນ ຈຶ່ງມອບຊັບ. ມາດຕາ 233 ກຳນົດລັກສະນະການ “ໃຊ້ເລ່ລ່ຽມ ຕົວະຍົວະຫລອກລວງ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ” ຊຶ່ງສະແດງວ່າ ການຫຼອກລວງ ຕ້ອງມີຄວາມສຳພັນໂດຍກົງກັບການມອບຊັບ.

ຕົວຢ່າງ 8: ຂ ນຳໃບຕາດິນປອມມາສະແດງຕໍ່ ກ ກ່ອນວັນຮັບເງິນ 5 ມື້ ແລະ ອ້າງວ່າເປັນຊັບຂອງຕົນທີ່ຈະນຳມາຄ້ຳປະກັນ. ໃນວັນມອບເງິນ ຂ ບໍ່ໄດ້ເວົ້າຕົວະຊ້ຳອີກ, ແຕ່ ກ ຍັງເຊື່ອວ່າ ໃບຕາດິນແທ້ ແລະ ຍ້ອນຄວາມເຊື່ອນັ້ນ ຈຶ່ງມອບເງິນ. ການຫຼອກລວງທີ່ເກີດກ່ອນ 5 ມື້ ຍັງເປັນສາເຫດຂອງການມອບຊັບ.

ຕົວຢ່າງ 9: ກ ມອບເງິນໃຫ້ ຂ ຕາມສັນຍາທີ່ແທ້ຈິງ ໂດຍໃນເວລາມອບເງິນບໍ່ມີການຫຼອກລວງ. ຫລັງຈາກໄດ້ເງິນແລ້ວ ຂ ຈຶ່ງຕົວະວ່າ ໄດ້ນຳເງິນໄປຊື້ຊັບແລ້ວ ທັງທີ່ບໍ່ໄດ້ຊື້. ຄຳຕົວະພາຍຫຼັງນີ້ ບໍ່ແມ່ນສາເຫດທີ່ເຮັດໃຫ້ ກ ມອບເງິນໃນຕອນຕົ້ນ; ຈຶ່ງບໍ່ຄວນນຳຄຳຕົວະ ພາຍຫລັງຢ່າງດຽວ ໄປສະຫລຸບວ່າ ການຮັບເງິນຕັ້ງແຕ່ຕົ້ນ ເປັນການສໍ້ໂກງຊັບ.

  1. ເມື່ອຄົບອົງປະກອບທາງອາຍາແລ້ວ ຕ້ອງພິຈາລະນາແກ້ໄຂຜົນທາງແພ່ງຄຽງຄູ່ກັນ.

ເມື່ອການກະທຳຄົບອົງປະກອບເປັນການສໍ້ໂກງຊັບ ຜູ້ກະທຳຜິດຍ່ອມຕ້ອງຮັບຜິດທາງອາຍາ; ແຕ່ຖ້າການຫລອກລວງເກີດຂຶ້ນຜ່ານສັນຍາ ຫລື ນິຕິກຳ ກໍຕ້ອງແກ້ໄຂຜົນທາງແພ່ງຄຽງຄູ່ກັນ. ຕາມມາດຕາ 19, 24, 27 ແລະ 28 ຂອງປະມວນກົດໝາຍແພ່ງ, ນິຕິກຳທີ່ເກີດຈາກການຕົວະຍົວະຫຼອກລວງ ເປັນນິຕິກຳ ໂມຄະບໍ່ເດັດຂາດ ຊຶ່ງຝ່າຍທີ່ເສຍປະໂຫຍດມີສິດ ຂໍລົບລ້າງນິຕິກຳ; ເມື່ອນິຕິກຳຖືກລົບລ້າງແລ້ວ ຕ້ອງແກ້ໄຂຜົນທາງແພ່ງ ເຊັ່ນ ການຄືນຊັບ ຫລື ໃຊ້ແທນຄ່າເສຍຫາຍ. ພ້ອມກັນນັ້ນ, ຖ້າຊັບຂອງຜູ້ເສຍຫາຍ ຢູ່ໃນການຄອບຄອງຂອງບຸກຄົນອື່ນໂດຍບໍ່ມີພື້ນຖານທາງດ້ານກົດໝາຍ, ເຈົ້າຂອງຊັບ ສາມາດທວງເອົາຊັບຄືນ ຕາມມາດຕາ 334 ຂອງປະມວນກົດໝາຍແພ່ງ.

ຕົວຢ່າງ 10: ຖ້າ ກ ຮູ້ຢູ່ແລ້ວວ່າລົດເປັນຂອງ ຄ ແຕ່ຫຼອກ ຂ ວ່າເປັນຂອງຕົນ ແລ້ວຂາຍໃຫ້ ຂ ເພື່ອຮັບເງິນ, ພຶດຕິກຳດັ່ງກ່າວອາດຄົບອົງປະກອບການສໍ້ໂກງຊັບ. ຂະນະດຽວກັນ, ໃນທາງແພ່ງ ສັນຍາຊື້ຂາຍທີ່ເກີດຈາກການຫລອກລວງກໍອາດຖືກ ຂໍລົບລ້າງ ແລະ ຕ້ອງແກ້ໄຂຜົນຂອງສັນຍາຕາມກົດໝາຍ.

ຫລັກການບໍ່ຄົບອົງປະກອບຂອງການກະທຳຜິດ-ຄະດີແພ່ງ.

ການທີ່ບຸກຄົນໜຶ່ງ ຮັບຊັບຂອງຜູ້ອື່ນແລ້ວ ຕໍ່ມາບໍ່ສົ່ງຄືນ, ບໍ່ຊຳລະໜີ້ ຫລື ບໍ່ປະຕິບັດສັນຍາ ບໍ່ໄດ້ໝາຍຄວາມໂດຍອັດຕະໂນມັດວ່າ ເປັນການສໍ້ໂກງຊັບ. ຖ້າບໍ່ຄົບອົງປະກອບຂອງການສໍ້ໂກງຊັບ ແລະ ຂໍ້ຂັດແຍ່ງ ມີພຽງບັນຫາສິດ ແລະ ພັນທະ ກໍຢູ່ໃນຂອບເຂດທາງແພ່ງ.

  1. ບໍ່ມີພຶດຕິກຳຫລອກລວງ ໃນເວລາໄດ້ຮັບຊັບ.

ຖ້າຄູ່ກໍລະນີ ເຮັດສັນຍາ ດ້ວຍຄວາມຈິງໃຈ, ຂໍ້ມູນທີ່ໃຫ້ກັນເປັນຈິງ ແລະ ການມອບຊັບເກີດຈາກສັນຍາທີ່ແທ້ຈິງ ແຕ່ຕໍ່ມາມີການບໍ່ປະຕິບັດພັນທະ ກໍບໍ່ຄົບດ້ານພາວະວິໄສຂອງການສໍ້ໂກງ.

ຕົວຢ່າງ 11: ກ ກູ້ຢືມເງິນຈາກ ຂ 200 ລ້ານກີບ. ໃນກໍລະນີນີ້ ມີສັນຍາກູ້ຢືມຈິງ, ແຕ່ບໍ່ມີຊັບຄ້ຳປະກັນ. ໃນເວລາກູ້ຢືມ ກ ມີທຸລະກິດຈິງ ແລະ ມີລາຍຮັບພຽງພໍ. ຕໍ່ມາ ທຸລະກິດຂາດທຶນ ຈຶ່ງບໍ່ສາມາດຊຳລະໄດ້. ການບໍ່ມີຊັບຄ້ຳປະກັນ ບໍ່ແມ່ນຫລັກຖານວ່າ ກ ສໍ້ໂກງ, ຖ້າວ່າ ບໍ່ພົບການຫລອກລວງໃນເວລາກູ້ຢືມ.

  1. ຜູ້ກະທຳຜິດ ມີເຈດຕະນາປະຕິບັດພັນທະແທ້ ໃນເວລາຮັບຊັບ.

ຖ້າວ່າ ໃນເວລາຮັບຊັບ ຜູ້ຮັບຊັບ ມີເຈດຕະນາຈະປະຕິບັດ ຕາມສັນຍາແທ້ ແຕ່ພາຍຫລັງເກີດບັນຫາ ຈຶ່ງບໍ່ສາ ມາດປະຕິບັດໄດ້ ກໍຂາດອົງປະກອບດ້ານອັດຕະວິໄສ.

ຕົວຢ່າງ 12: ກ ຮັບເງິນຈາກ ຂ ເພື່ອສັ່ງຊື້ສິນຄ້າ. ກ ໄດ້ສັ່ງຊື້ຈິງ, ຈ່າຍເງິນມັດຈຳຈິງ ແລະ ມີເອກະສານການຄ້າ. ຕໍ່ມາຜູ້ສະໜອງ ບໍ່ສົ່ງສິນຄ້າ ຫຼື ທຸລະກິດລົ້ມ. ກໍລະນີນີ້ ຜົນສຸດທ້າຍຄື ຂ ບໍ່ໄດ້ຮັບສິນຄ້າ, ແຕ່ຜົນນັ້ນ ບໍ່ພຽງພໍທີ່ຈະພິສູດການສໍ້ໂກງ.

  1. ການມອບຊັບເກີດຈາກສັນຍາ ບໍ່ແມ່ນຈາກການຫລັງເຊື່ອຕໍ່ການຫຼອກລວງ.

ຖ້າຜູ້ຖືກເສຍຫາຍມອບຊັບ ເພາະວ່າ ມີສັນຍາ ທີ່ແທ້ຈິງ ແລະ ບໍ່ມີຂໍ້ຕົວະອັນໃດ ເປັນສາເຫດໃຫ້ມອບຊັບ ກໍຂາດສາຍສຳພັນ ຫລອກລວງ -ຫລົງເຊື່ອ- ມອບຊັບ.

ຕົວຢ່າງ 13: ກ ແລະ ຂ ຊື້ຂາຍສິນຄ້າກັນມາຫລາຍປີ. ຂ ສົ່ງສິນຄ້າໃຫ້ ກ ໂດຍໃຫ້ຈ່າຍພາຍຫລັງ 30 ວັນ. ກ ຮັບສິນຄ້າແລ້ວ ແຕ່ຕໍ່ມາຂາດສະພາບຄ່ອງຕົວ ຈຶ່ງບໍ່ສາມາດຈ່າຍໄດ້ຕາມການຕົກລົງກັນ. ຖ້າບໍ່ພົບວ່າ ກ ຫລອກລວງ ຂ ຕັ້ງແຕ່ກ່ອນຮັບສິນຄ້າ ບັນຫາ ແມ່ນການບໍ່ປະຕິບັດພັນທະ ໃນການຊຳລະ.

  1. ມີຊັບຄ້ຳປະກັນຈິງ ແລະ ມີເຈດຕະນາຄ້ຳປະກັນຈິງ.

ການມີຊັບຄ້ຳປະກັນຈິງ ບໍ່ໄດ້ເຮັດໃຫ້ຄະດີເປັນແພ່ງ ໂດຍອັດຕະໂນມັດ, ແຕ່ອາດເປັນຫລັກຖານປະກອບວ່າ ຜູ້ກູ້ມີເຈດຕະນາຈິງໃຈ.

ຕົວຢ່າງ 14: ກ ນໍາໃບຕາດິນຈິງ ຂອງຕົນມາຄ້ໍ້າປະກັນ, ບອກສະພາບຂອງທີ່ດິນ ຕາມຄວາມເປັນຈິງ, ບໍ່ປິດບັງພັນທະ ແລະ ເຄີຍຊຳລະໜີ້ສິນບາງສ່ວນແລ້ວ. ຕໍ່ມາ ຈຶ່ງຂາດຄວາມສາມາດ ໃນການຊຳລະ. ຂໍ້ເທັດຈິງແບບນີ້ ມີນ້ຳໜັກຊີ້ໄປຫາສາຍພົວພັນທາງແພ່ງ.

  1. ການຊຳລະ ຫລື ການປະຕິບັດພັນທະບາງສ່ວນ ເປັນຫລັກຖານປະກອບ.

ຖ້າວ່າ ຜູ້ຮັບຊັບ ໄດ້ລົງມືປະຕິບັດສັນຍາຕົວຈິງ ກໍເປັນຂໍ້ປະກອບສໍາຄັນ ໃນການພິຈາລະນາເຈດຕະນາ.

ຕົວຢ່າງ 15: ກ ກູ້ຢືມເງິນ ຈໍານວນ 300 ລ້ານກີບ, ຊຳລະຄືນແລ້ວ 150 ລ້ານກີບ, ແຕ່ຕໍ່ມາ ບໍ່ສາມາດຈ່າຍສ່ວນ ທີ່ຍັງເຫລືອ. ການຊຳລະຜ່ານມາ ບໍ່ໄດ້ຕັດຄະດີອາຍາ ຢ່າງສິ້ນເຊີງ, ແຕ່ເປັນຫລັກຖານປະກອບສຳຄັນວ່າ ໃນເວລາຮັບເງິນ ອາດມີເຈດຕະນາ ໃນການຊຳລະແທ້ຈິງ.

 

  1. ພຶດຕິກຳພາຍຫລັງຢ່າງດຽວບໍ່ພຽງພໍ.

ການຫລົບໜ້າ, ບໍ່ຮັບໂທລະສັບ, ບໍ່ຊຳລະໜີ້ ຫລື ບໍ່ສົ່ງຊັບຄືນ ເປັນພຽງພຶດຕິກໍາ ທີ່ເກີດຂຶ້ນ ພາຍຫລັງ. ຕ້ອງນຳໄປປະກອບກັບຂໍ້ເທັດຈິງກ່ອນ ແລະ ໃນເວລາ ໄດ້ຮັບຊັບ.

ຕົວຢ່າງ 16: ກ ກູ້ຢືມເງິນຈາກ ຂ ໂດຍສຸດຈະລິດ, ແຕ່ຕໍ່ມາບໍ່ມີເງິນຊຳລະ ແລະ ຢ້ານ ຂ ຈຶ່ງບໍ່ຮັບໂທລະສັບ. ພຶດຕິກໍານີ້ ອາດບໍ່ເໝາະສົມ ແຕ່ບໍ່ສາມາດຍ້ອນກັບໄປສ້າງເຈດຕະນາສໍ້ໂກງໃນເວລາກູ້ ຖ້າບໍ່ມີຫຼັກຖານອື່ນ.

ກໍລະນີສຶກສາ ທີ່ເປັນຄະດີອາຍາ ໃນສະຖານການສໍ້ໂກງຊັບ

  1. ມີສັນຍາ ແຕ່ໃຊ້ສັນຍາເປັນວິທີຫລອກລວງ ໃຫ້ມອບຊັບ

ກ ເຮັດສັນຍາຊື້ສິນຄ້າຈາກ ຂ ໂດຍຕົກລົງວ່າ ຈະຊຳລະລາຄາພາຍໃນ 30 ວັນ, ແຕ່ກ່ອນຮັບສິນຄ້າ ກ ບໍ່ມີເຈດຕະນາຈະຊຳລະລາຄາຢູ່ແລ້ວ ແລະ ມີແຜນຈະນຳສິນຄ້າໄປຂາຍຕໍ່ ເພື່ອເອົາເງິນໄປໃຊ້ຢ່າງອື່ນ. ຂ ເຊື່ອວ່າ ກ ຈະຊຳລະຕາມສັນຍາ ຈຶ່ງມອບສິນຄ້າໃຫ້.

  1. ໃຊ້ເອກະສານປອມ ຫລື ຊັບຄ້ຳປະກັນບໍ່ແທ້ຈິງ

ກ ຂໍກູ້ຢືມເງິນຈາກ ຂ ແລະ ນຳໃບຕາດິນມາສະແດງວ່າ ເປັນຊັບຄ້ຳປະກັນ. ກ ຮູ້ຢູ່ແລ້ວວ່າ ໃບຕາດິນນັ້ນປອມ, ບໍ່ແມ່ນຂອງຕົນ ຫລື ບໍ່ສາມາດນຳມາຄ້ຳປະກັນໄດ້. ຂ ເຊື່ອວ່າ ມີຫລັກປະກັນຈິງ ຈຶ່ງປ່ອຍເງິນໃຫ້.

  1. ອ້າງຕົນເອງ ເປັນເຈົ້າຂອງ ຫລື ຜູ້ມີສິດຂາຍຊັບ ທັງທີ່ບໍ່ມີສິດ

ກ ນຳເຮືອນ ຫລື ຊັບຂອງ ຄ ມາສະເໜີຂາຍໃຫ້ ຂ ໂດຍອ້າງວ່າ ເປັນຊັບຂອງຕົນ ຫລື ຕົນໄດ້ຮັບມອບໝາຍໃຫ້ຂາຍ. ກ ອາດສະແດງໜັງສືມອບໝາຍປອມ ຫລື ເອກະສານປອມປະກອບ. ຂ ເຊື່ອ ແລະ ມອບເງິນມັດຈຳ.

  1. ຮັບເງິນໄປຊື້ຊັບໃຫ້ຜູ້ອື່ນ ແຕ່ຕັ້ງໃຈຈະຊື້ໃຫ້ຕົນຕັ້ງແຕ່ຕົ້ນ

ກ ມອບເງິນໃຫ້ ຂ ໂດຍຕົກລົງວ່າ ໃຫ້ ຂ ຊື້ຊັບໃຫ້ ກ. ແຕ່ກ່ອນຮັບເງິນ ຂ ມີແຜນຢູ່ແລ້ວວ່າ ຈະນຳເງິນຂອງ ກ ໄປຊື້ຊັບໃນນາມຕົນ. ຂ ຈຶ່ງບອກ ກ ວ່າ “ຈະຊື້ໃຫ້” ເພື່ອໃຫ້ ກ ມອບເງິນ. ຕໍ່ມາ ຂ ເຮັດສັນຍາຊື້ຂາຍກັບ ຄ ໃນນາມຂອງຕົນ ແລະ ໄດ້ກຳມະສິດໃນຊັບ.

  1. ສ້າງຫລັກຖານການຈ່າຍເງິນປອມ ເພື່ອຮັບຊັບ

ກ ຕົກລົງຊື້ສິນຄ້າຈາກ ຂ. ກ່ອນຮັບສິນຄ້າ ກ ສ້າງຫລັກຖານການໂອນເງິນປອມໃຫ້ເບິ່ງຄືວ່າ ໄດ້ຈ່າຍລາຄາແລ້ວ. ຂ ເຊື່ອຫລັກຖານນັ້ນ ຈຶ່ງມອບສິນຄ້າໃຫ້.

  1. ສ້າງໂຄງການ ຫລື ທຸລະກິດປອມ ເພື່ອຮັບເງິນລົງທຶນ

ກ ອ້າງຕໍ່ ຂ ແລະ ຄ ວ່າ ຕົນມີໂຄງການທຸລະກິດ, ມີໃບອະນຸຍາດ, ມີສັນຍາຮັບຊື້ ແລະ ຈະໄດ້ຜົນຕອບແທນສູງ. ແຕ່ໂຄງການບໍ່ມີຢູ່ຈິງ ຫລື ເອກະສານ ທີ່ນຳມາສະແດງເປັນປອມ. ຂ ແລະ ຄ ເຊື່ອ ແລະ ມອບເງິນລົງທຶນ.

  1. ຮັບເງິນມັດຈຳຈາກຫລາຍຄົນສຳລັບຊັບອັນດຽວ

ກ ຮັບເງິນມັດຈຳຈາກ ຂ ສຳລັບລົດຄັນໜຶ່ງ ແລະ ຕົກລົງຈະມອບລົດໃຫ້ ຂ. ຫລັງຈາກນັ້ນ ກ ຍັງປະກາດຂາຍລົດຄັນດຽວກັນໃຫ້ ຄ ແລະ ງ, ປິດບັງວ່າ ມີຂໍ້ຕົກລົງກັບ ຂ ແລ້ວ ແລະ ຮັບມັດຈຳຈາກທຸກຄົນ.

  1. ປິດບັງສະຖານະສຳຄັນຂອງຊັບ ເພື່ອໃຫ້ອີກຝ່າຍມອບເງິນ

ກ ຮູ້ວ່າ ຊັບຂອງຕົນຖືກນຳໄປຄ້ຳປະກັນ, ຂາຍ, ມີຂໍ້ພິພາດ ຫລື ມີຂໍ້ຈຳກັດທີ່ສຳຄັນ ແຕ່ປິດບັງ ແລະ ອ້າງຕໍ່ ຂ ວ່າຊັບປອດພັນທະ ຫລື ສາມາດໂອນໃຫ້ໄດ້ແນ່ນອນ. ຂ ຈຶ່ງມອບເງິນ.

  1. ນາຍໜ້າ ຫລື ຜູ້ຮັບມອບໝາຍສ້າງລາຄາປອມ ເພື່ອເອົາເງິນສ່ວນເກີນ

ກ ມອບໝາຍໃຫ້ ຂ ຊື້ລົດໃຫ້. ລາຄາຈິງແມ່ນ 200 ລ້ານກີບ, ແຕ່ ຂ ສ້າງໃບສະເໜີລາຄາປອມວ່າ 300 ລ້ານກີບ. ກ ເຊື່ອ ແລະ ມອບ 300 ລ້ານກີບໃຫ້ ຂ; ຂ ນຳ 200 ລ້ານໄປຊື້ລົດ ແລະ ເອົາ 100 ລ້ານໄວ້ເອງ.

3.2 ກໍລະນີສຶກສາທີ່ບໍ່ເປັນຄະດີອາຍາ ໃນສະຖານການສໍ້ໂກງຊັບ ແລະ ເປັນຄະດີແພ່ງ

  1. ກູ້ຢືມເງິນຈິງ ແຕ່ຕໍ່ມາ ບໍ່ສາມາດຊຳລະ

ກ ກູ້ເງິນຈາກ ຂ ເພື່ອນຳໄປດຳເນີນທຸລະກິດ. ໃນເວລາກູ້ ກ ມີທຸລະກິດຈິງ, ມີລາຍຮັບ ແລະ ມີເຈດຕະນາຊຳລະ. ກ ເຄີຍຊຳລະບາງສ່ວນ, ແຕ່ຕໍ່ມາທຸລະກິດຂາດທຶນ ຈຶ່ງບໍ່ສາມາດຊຳລະຄົບຖ້ວນ.

  1. ຊື້ສິນຄ້າເປັນໜີ້ ແຕ່ຕໍ່ມາຂາດສະພາບການຄ່ອງຕົວທາງດ້ານທຸລະກິດ

ກ ແລະ ຂ ຄ້າຂາຍກັນມາດົນນານ ໂດຍ ຂ ສົ່ງສິນຄ້າໃຫ້ ກ ແລະ ກ ຊຳລະພາຍໃນ 30 ວັນ. ກ ເຄີຍຊຳລະຕາມກຳນົດຫລາຍຄັ້ງ. ຕໍ່ມາ ການຂາຍສິນຄ້າເຄື່ອງຂອງ ຂອງ ກ ຕົກຕ່ຳ ແລະ ບໍ່ສາມາດຊຳລະຄ່າສິນຄ້າ ງວດຫລ້າສຸດ.

  1. ມີຊັບຄ້ຳປະກັນຈິງ ແລະ ມີການຊຳລະຈິງບາງສ່ວນ

ກ ກູ້ເງິນຈາກ ຂ ແລະ ນຳຊັບຂອງຕົນມາຄ້ຳປະກັນຕາມຄວາມຈິງ. ກ ຊຳລະດອກເບ້ຍ ແລະ ເງິນຕົ້ນຫລາຍງວດ ແຕ່ພາຍຫລັງຂາດລາຍຮັບ.

  1. ຮັບເງິນມັດຈຳໂດຍມີເຈດຕະນາຂາຍຈິງ ແຕ່ຕໍ່ມາບໍ່ສາມາດມອບຊັບ

ກ ເປັນເຈົ້າຂອງລົດຈິງ ແລະ ຕົກລົງຂາຍໃຫ້ ຂ. ຂ ຈ່າຍເງິນມັດຈຳ. ກ່ອນວັນມອບລົດ ລົດເກີດອຸບັດເຫດເສຍຫາຍ ຫລື ເກີດເຫດອື່ນ ທີ່ເຮັດໃຫ້ມອບບໍ່ໄດ້.

  1. ຮັບເງິນກໍ່ສ້າງ ແລະ ໄດ້ກໍ່ສ້າງຈິງ ແຕ່ບໍ່ສຳເລັດຕາມກຳນົດ

ກ ຮັບເໝົາກໍ່ສ້າງເຮືອນໃຫ້ ຂ ແລະ ຮັບເງິນລ່ວງໜ້າ. ກ ຊື້ວັດສະດຸ, ນຳຄົນງານເຂົ້າກໍ່ສ້າງ ແລະ ໄດ້ກໍ່ສ້າງໄປແລ້ວບາງສ່ວນ. ຕໍ່ມາເກີດບັນຫາການເງິນ ຈຶ່ງບໍ່ສຳເລັດຕາມສັນຍາ.

  1. ຮັບເງິນສັ່ງຊື້ສິນຄ້າ ແລະ ໄດ້ສັ່ງຊື້ຈິງແຕ່ສົ່ງມອບຊ້າ

ກ ຮັບເງິນຈາກ ຂ ເພື່ອສັ່ງເຄື່ອງຈັກ. ກ ມີການພົວພັນຜູ້ຂາຍເຄື່ອງຈັກ, ໄດ້ສັ່ງຊື້ ແລະ ຊຳລະຄ່າສິນຄ້າບາງສ່ວນແລ້ວ. ແຕ່ຜູ້ຜະລິດສົ່ງຊ້າ ຫລື ມີບັນຫາການຂົນສົ່ງ.

  1. ລົງທຶນໃນກິດຈະການຈິງ ແຕ່ຂາດທຶນ

ກ ຊັກຊວນ ຂ ລົງທຶນໃນຮ້ານອາຫານ. ກ ເຊົ່າສະຖານທີ່, ຊື້ອຸປະກອນ, ຈ້າງພະນັກງານ ແລະ ເປີດຮ້ານຈິງ. ຕໍ່ມາກິດຈະການ ຂາດທຶນ.

  1. ຄຳຕົວະຍົວະຫລອກລວງ ເກີດຂຶ້ນພາຍຫລັງການມອບຊັບ

ກ ມອບເງິນໃຫ້ ຂ ຕາມສັນຍາທີ່ແທ້ຈິງ. ໃນເວລາຮັບເງິນ ຂ ບໍ່ໄດ້ຕົວະ ແລະ ມີເຈດຕະນາປະຕິບັດຕາມສັນຍາ. ຫຼັງຈາກໄດ້ເງິນແລ້ວ ຂ ຈຶ່ງຕົວະວ່າ ໄດ້ນຳເງິນໄປຊື້ຊັບແລ້ວ.

  1. ເຈດຕະນາຈະເອົາຊັບເປັນຂອງຕົນເກີດຂຶ້ນພາຍຫລັງ

ກ ມອບເງິນໃຫ້ ຂ ໄປຊື້ຊັບໃຫ້. ໃນເວລາຮັບເງິນ ຂ ມີເຈດຕະນາຊື້ໃຫ້ ກ ຈິງ ແລະ ໄດ້ດຳເນີນການຊື້ຕາມທີ່ມອບໝາຍ. ແຕ່ພາຍຫລັງ ຂ ຈຶ່ງປ່ຽນໃຈ ແລະ ບໍ່ຍອມໂອນສິດໃຫ້ ກ.

10) ມີການຕົວະບາງຢ່າງ ແຕ່ຄຳຕົວະບໍ່ແມ່ນສາເຫດຂອງການມອບຊັບ

ກ ບອກ ຂ ວ່າ ຕົນມີລາຍຮັບສູງ ທັງທີ່ລາຍຮັບບໍ່ສູງຕາມທີ່ອ້າງ. ແຕ່ ຂ ບໍ່ໄດ້ປ່ອຍເງິນ ຍ້ອນເຊື່ອເລື່ອງລາຍຮັບ; ຂ ປ່ອຍເງິນ ຍ້ອນມີຊັບຄ້ຳປະກັນຈິງທີ່ພຽງພໍ.

ໂດຍລວມແລ້ວ, ຈາກກໍລະນີສຶກສາ ຂ້າງເທິງ ສາມາດສະຫລຸບໄດ້ວ່າ: ການສໍ້ໂກງຊັບ = ມີການຫລອກລວງກ່ອນ ຫລື ໃນຂະນະມອບຊັບ + ຜູ້ຖືກເສຍຫາຍຫລົງເຊື່ອ + ຍ້ອນຄວາມຫລົງເຊື່ອ ຈຶ່ງມອບຊັບ + ຜູ້ກະທຳ ມີເຈດຕະນາເອົາຊັບຈາກການຫລອກລວງຢູ່ແລ້ວ.

ສ່ວນ ຄະດີແພ່ງ ແມ່ນກໍລະນີ ທີ່ໃນເວລາຮັບຊັບ ມີສາຍພົວພັນສັນຍາ ຫລື ພັນທະທີ່ແທ້ຈິງ, ບໍ່ມີການຫຼອກລວງເປັນສາເຫດໃຫ້ມອບຊັບ ແລະ ບັນຫາເກີດຂຶ້ນ ພາຍຫລັງຈາກ ການບໍ່ປະຕິບັດພັນທະ, ປະຕິບັດພັນທະບໍ່ຄົບຖ້ວນ ຫລື ປະຕິບັດພັນທະຊັກຊ້າ.

ສັງລວມແລ້ວ, ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ຖືກຕ້ອງ ພ້ອມທັງການນຳໃຊ້ກົດໝາຍໃຫ້ເປັນເອກະພາບ ໃນການຈຳແນກຄະດີອາຍາ ໃນສະຖານການສໍ້ໂກງຊັບ ກັບ ຄະດີແພ່ງ ມີຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງ ເພື່ອໃຫ້ການວິນິດໄສ ແລະ ດຳເນີນຄະດີ ເປັນໄປຢ່າງຖືກຕ້ອງຕາມກົດໝາຍ, ສອດຄ່ອງກັນ ໃນທາງປະຕິບັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຄູ່ກໍລະນີ, ບໍ່ໃຫ້ນຳເອົາເອົາຄະດີອາຍາ ໄປເປັນຄະດີແພ່ງ ໂດຍບໍ່ຖືກຕ້ອງ ແລະ ບໍ່ໃຫ້ຮູບການທາງແພ່ງ ຖືກນຳໃຊ້ ເພື່ອປົກປິດການຫລອກລວງ ທີ່ເປັນການສໍ້ໂກງຊັບ. ການມີຫລັກການກ່ຽວກັບການຮັບຮູ້ ແລະ ນຳໃຊ້ທີ່ຊັດເຈນ ແລະ ເປັນເອກະພາບ ຈະເຮັດໃຫ້ການພິຈາລະນາຄະດີສໍ້ໂກງຊັບ ແລະ ຄະດີແພ່ງ ມີຄວາມຖືກຕ້ອງ, ເປັນທຳ, ມີມາດຕະຖານ ແລະ ສອດຄ່ອງກັນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ສ້າງຄວາມແນ່ນອນໃນການນຳໃຊ້ກົດໝາຍ, ຄວາມເຊື່ອໝັ້ນ ຕໍ່ຂະບວນການຍຸຕິທຳ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ນັບມື້ນັບເຂັ້ມແຂງ.

 

KPL

ຂ່າວອື່ນໆ

ads
ads

Top