ທຫລ ວາງຫລາຍມາດຕະການ ຮັກສາສະຖຽນລະພາບ ດ້ານເສດຖະກິດ-ເງິນຕາ ແລະ ຄວບຄຸມເງິນເຟີ້

12/10/2026 11:41
ຂປລ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈະສືບຕໍ່ດຳເນີນນະໂຍບາຍເງິນຕາແບບປະສົມປະ ສານ ເພື່ອຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ດ້ານເງິນຕາ ໂດຍຈະສຸມໃສ່ຄວບຄຸມອັດຕາເງິນເຟີ້, ຮັກສາຄ່າເງິນກີບ, ຄຸ້ມຄອງປະລິມານເງິນ ແລະ ອັດຕາແລກປ່ຽນ, ພ້ອມທັງຊຸກຍູ້ສິນເຊື່ອໃຫ້ໄຫລເຂົ້າສູ່ຂະແໜງການຜະລິດ, ກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ຂະແໜງການສົ່ງອອກ.

ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈະສືບຕໍ່ດຳເນີນນະໂຍບາຍເງິນຕາແບບປະສົມປະ ສານ ເພື່ອຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ດ້ານເງິນຕາ ໂດຍຈະສຸມໃສ່ຄວບຄຸມອັດຕາເງິນເຟີ້, ຮັກສາຄ່າເງິນກີບ, ຄຸ້ມຄອງປະລິມານເງິນ ແລະ ອັດຕາແລກປ່ຽນ, ພ້ອມທັງຊຸກຍູ້ສິນເຊື່ອໃຫ້ໄຫລເຂົ້າສູ່ຂະແໜງການຜະລິດ, ກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ຂະແໜງການສົ່ງອອກ.

ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ຫລາຍບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງ ທຫລ ໂດຍສະເພາະ ການນໍາໃຊ້ນະໂຍບາຍເງິນຕາ ເພື່ອຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ດ້ານເງິນຕາໃນຕໍ່ໜ້າ. ຕໍ່ບັນຫານີ້, ຜູ້ວ່າການທະນາຄານ ຊີ້ແຈງວ່າ: ການນໍາໃຊ້ນະໂຍບາຍເງິນຕາ ເພື່ອຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ໂດຍສະເພາະແມ່ນການຄຸ້ມຄອງອັດຕາເງິນເຟີ້ ທຫລ ຈະເນັ້ນດໍາເນີນນະໂຍບາຍເງິນຕາ ເພື່ອຄວບຄຸມປະລິມານເງິນ (M2) ໃຫ້ມີຄວາມເໝາະສົມ ເພື່ອບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້ ໃນໄລຍະທີ່ເສດຖະກິດຍັງມີຄວາມຕ້ອງການແຫລ່ງທຶນ ໃນການພັດ ທະນາຢ່າງມະຫາສານ.

ສຳລັບ ອັດຕາເງິນເຟີ້ ໃນໄລຍະ 9 ເດືອນຕົ້ນປີ 2026 ຢູ່ໃນລະດັບ 7,9% ຜ່ານການຄົ້ນຄວ້າຂອງ ທຫລ ເຫັນວ່າ: ປັດໄຈສຳຄັນທີ່ຜັກດັນໃຫ້ເງິນເຟີ້ສູງຂຶ້ນ ຕົ້ນຕໍແມ່ນມາຈາກລາຄາໄຟຟ້າ, ຮອງລົງມາແມ່ນລາຄານໍ້າມັນເຊື້ອໄຟ ແລະ ປັດໄຈດ້ານອັດຕາແລກປ່ຽນ. ສໍາລັບ ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ຄາດວ່າຈະຢູ່ໃນລະດັບ 7,9% ຊຶ່ງຄາດວ່າຈະເກີນແຜນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໝົດປີ 2026 ຢູ່ໃນລະດັບ 5% (ເໜັງຕີງ ±2%) ໃນຂະນະທີ່ ປີ 2027 ທຫລ ຈະສູ້ຊົນຄວບຄຸມໃຫ້ເງິນເຟີ້ສະເລ່ຍຢູ່ລະຫວ່າງ 5,5-5,8% ຫລື ໂດຍລວມບໍ່ເກີນ 6% ໂດຍອີງໃສ່ການຄາດຄະເນວ່າລາຄານ້ຳມັນເຊື້ອໄຟຈະບໍ່ຜັນຜວນຮຸນແຮງຄືປີ 2026. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ທຫລ ຈະສຸມໃສ່ຄວບຄຸມປະລິມານເງິນໃຫ້ຢູ່ໃນລະດັບທີ່ເໝາະສົມ ຜ່ານການຄວບຄຸມອັດຕາການຂະຫຍາຍຕົວຂອງສິນເຊື່ອ. ໃນນີ້, ຈະຄຸ້ມຄອງໃຫ້ຂະຫຍາຍຕົວບໍ່ເກີນ 16% ຕໍ່ປີ (ປັດຈຸບັນຢູ່ໃນລະດັບ 17,6%). ໄປພ້ອມກັບການຄຸ້ມຄອງສະຖຽນລະພາບຂອງຄ່າເງິນກີບ; ຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມສະ ຫງົບ ແລະ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້, ພັດທະນາເຄື່ອງມືປ້ອງກັນຄວາມສ່ຽງອັດຕາແລກ ປ່ຽນ, ຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຕະຫລາດແລກປ່ຽນເງິນຕາຕ່າງປະເທດ ເພື່ອເປັນເຄື່ອງມືໃນການດຸ່ນດ່ຽງ ເງິນຕາຕ່າງປະເທດຢູ່ໃນສັງຄົມ ຕີຖອຍການເຄື່ອນໄຫວແລກປ່ຽນເງິນຕາ ຢູ່ນອກລະບົບທະນາຄານ; ຄົ້ນຄວ້າສ້າງຕະຫລາດຊື້-ຂາຍແລກປ່ຽນເງິນຕາຕ່າງປະເທດມູນຄ່າສູງ ເພື່ອໃຫ້ນິຕິບຸກຄົນ ໂດຍສະເພາະຜູ້ນຳເຂົ້າ-ສົ່ງອອກສາມາດຊື້-ຂາຍເງິນຕາໄດ້ຫລາຍຂຶ້ນ; ຄົ້ນຄວ້າເພີ່ມຊ່ອງທາງການຊື້-ຂາຍເງິນຕາຕ່າງປະເທດ ຜ່ານກົນໄກການປະມູນ ເພື່ອຄຸ້ມຄອງອັດຕາແລກປ່ຽນ ແລະ ສ້າງຄັງສໍາຮອງເງິນຕາຕ່າງປະເທດ ຜ່ານຕະຫລາດລະຫວ່າງທະນາຄານ; ຄຸ້ມຄອງການນໍາເຂົ້າສິນຄ້າ ໂດຍສະເພາະການນໍາເຂົ້ານໍ້າມັນເຊື້ອໄຟ ໃຫ້ແທດເໝາະກັບສະພາບປະຈຸບັນ; ຄົ້ນຄວ້າ ແລະ ຈັດຕັ້ງປະຕິ ບັດນະໂຍບາຍສິນເຊື່ອ ໃຫ້ຂະແໜງກະສິກຳ ແລະ ຂະແໜງການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກ ໂດຍຊຸກຍູ້ທະນາຄານທຸລະກິດ ທີ່ມີສະພາບຄ່ອງສ່ວນເກີນສະໜອງສິນເຊື່ອ, ສືບຕໍ່ຄົ້ນຄວ້າກົນໄກການກຳນົດລາຍການສິນຄ້າຈໍາເປັນ ເພື່ອປັບສ້າງໂຄງສ້າງລາຄາ ແລະ ມາດຕະການໃນການຄຸ້ມຄອງລາຄາສິນຄ້າ ແລະ ສ້າງຕະຫລາດປະມູນສິນຄ້າ ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງລາຄາສິນຄ້າ. ພ້ອມນີ້, ທຫລ ຈະເລັ່ງສ້າງຄວາມຕ້ອງການນຳໃຊ້ເງິນກີບ ໂດຍສຸມໃສ່ຮັກ ສາຄ່າເງິນກີບໃຫ້ມີສະຖຽນລະພາບ, ຢູ່ໃນລະດັບທີ່ຄວບຄຸມໄດ້, ນຳເງິນຕາຕ່າງປະເທດເຂົ້າສູ່ລະບົບ ແລະ ຄຸ້ມຄອງເງິນຕາຈາກການສົ່ງອອກໃຫ້ໄດ້ 75% ໃນທ້າຍປີ 2026 ແລະ 85% ໃນທ້າຍປີ 2030, ພ້ອມທັງຄົ້ນຄວ້າສ້າງຍຸດທະສາດ ຫັນສູ່ການນຳໃຊ້ເງິນກີບເປັນສະກຸນດຽວໃນປະເທດ ໃນໄລຍະ 2026-2035. ພ້ອມນີ້, ທຫລ ໄດ້ສືບຕໍ່ພັດທະນາການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນໃນການຊໍາລະການຄ້າ ແລະ ການລົງທຶນ ຮ່ວມກັບປະເທດເພື່ອນບ້ານ ເປັນຕົ້ນ ໄດ້ເຊື່ອມຕໍ່ລະບົບຊຳລະຍ່ອຍຂ້າມແດນຜ່ານ QR Code ກັບ 4 ປະເທດ ຄື: ໄທ, ສສ ຫວຽດນາມ, ກຳປູເຈຍ ແລະ ສປ ຈີນ, ພ້ອມທັງຊຸກຍູ້ ແລະ ຍົກລະດັບ ການຂະຫຍາຍຂອບເຂດການເຊື່ອມຕໍ່່ລະບົບ Finlink ຂອງກະຊວງການເງິນ ກັບບັນດາທະນາຄານທຸລະກິດ, ຄົ້ນຄວ້າການໝູນໃຊ້ນະວັດຕະກໍາທາງດ້ານການເງິນ (Fintech) ເຂົ້າມາໝູນໃຊ້ເຂົ້າໃນວຽກງານການເງິນການທະນາຄານ, ປັດຈຸບັນ ໄດ້ເລີ່ມທົດສອບລະບົບປ່ອຍກູ້ລາຍຍ່ອຍເເບບດີຈິຕອນ ເພື່ອສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ, ຫລຸດຜ່ອນຕົ້ນທຶນ ແລະ ຍົກສູງການນໍາໃຊ້ເງິນຕາເເຫ່ງຊາດ. ນອກນັ້ນ, ຍັງໄດ້ເປີດໂຄງການໃຫ້ບໍລິ ການຊຳລະຍ່ອຍຂ້າມແດນ ລາວ-ຈີນ ດ້ວຍ e-CNY ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວຈີນໃນການຊຳລະຄ່າສິນຄ້າ ແລະ ບໍລິການຜ່ານ QR Code.

ດ້ານສິນເຊື່ອ, ທຫລ ຈະສົ່ງເສີມໃຫ້ທະນາຄານທຸລະກິດສະໜອງສິນເຊື່ອທີ່ມີຄຸນນະພາບ, ຮັດ ກຸມ, ທັນສະໄໝ ແລະ ມີຈຸດສຸມ ຊຶ່ງ ທຫລ ກໍຄື ລັດຖະບານ ໄດ້ຮັບຮອງນະໂຍບາຍຄຸ້ມຄອງສິນເຊື່ອ ຂອງ ສປປ ລາວ ຮອດປີ 2030 ໂດຍໄດ້ກໍານົດວິໄສທັດ, ທິດທາງ, ຄາດໝາຍ ແລະ ແຜນການ ຈັດຕັ້ງປະຕິບັດ ຂອງ ທຫລ ໃນໄລຍະ 5 ປີ (2026-2030), ນະໂຍບາຍນີ້ ປະກອບມີ 11 ແຜນງານ, 30 ຕົວຊີ້ວັດ ແລະ ໄດ້ກໍານົດກົນໄກການຈັດຕັ້ງປະຕິບັດບັນດາແຜນງານດັ່ງກ່າວ ໂດຍຈະສຸມໃສ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງດ້ານຂໍ້ມູນສິນເຊື່ອ; ພັດທະນາເຄື່ອງມືຄຸ້ມຄອງ, ຕິດຕາມ ແລະ ປະເມີນຄວາມສ່ຽງສິນເຊື່ອ; ການແກ້ໄຂໜີ້ບໍ່ເກີດດອກອອກຜົນ (NPLs) ແລະ ສະພາບໜີ້ ໃນລະບົບທະນາຄານ; ສະໜອງສິນເຊື່ອທີ່ມີປະສິດທິພາບ ເພື່ອຄວາມຍືນຍົງ, ສົ່ງເສີມສະກຸນເງິນກີບພາຍໃນ ແລະ ໃຫ້ສອດຄ່ອງກັບຂະແໜງການຈຸດສຸມຂອງຂະແໜງເສດຖະກິດ ແຕ່ລະໄລຍະ; ການຍົກສູງບົດ ບາດ ການບໍລິຫານຄຸ້ມຄອງສິນເຊື່ອຂອງທະນາຄານທຸລະກິດ; ການສ້າງ ແລະ ພັດທະນາຜະລິດຕະພັນສິນເຊື່ອ ໃຫ້ມີຄວາມຫລາກຫລາຍ, ທັນສະໄໝ ແລະ ປະຊາຊົນສາມາດເຂົ້າເຖິງແຫລ່ງທຶນໄດ້ ໄປຄຽງຄູ່ກັບການພັດທະນາຕະຫລາດທຶນ ໃຫ້ເປັນຊ່ອງທາງລະດົມທຶນໄລຍະຍາວ ຂອງທະນາຄານທຸລະກິດ.

ທ່ານ ນາງ ບຸນຄຳ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນ ແລະ ອະທິບາຍ ກ່ຽວກັບການນໍາໃຊ້ເຄື່ອງມືທາງດ້ານການເງິນ ແລະ ກົນໄກການເຮັດວຽກຮ່ວມກັບຂະແໜງການຂອງລັດຖະການ ໃນການຮັກສາສະຖຽນລະພາບດ້ານເງິນຕາ ແລະ ຄ່າຂອງເງິນກີບ; ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກຜ່ານລະບົບທະນາຄານ ໂດຍສະເພາະການນໍາເຂົ້າເງິນຕາຈາກການສົ່ງອອກສິນຄ້າ ຢູ່ດ່ານສາກົນ, ດ່ານທ້ອງຖິ່ນ, ທ່າບົກ, ການນໍາເຂົ້າທຶນຈົດທະບຽນຈາກການລົງທຶນຕ່າງປະເທດ ແລະ ການເຂົ້າເຖິງແຫ່ງທຶນຂອງທະນາຄານທຸລະກິດ.

ໂດຍ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top