ຂປລ
ກອງປະຊຸມ ສະໄໝສາມັນ ຄັ້ງທີ 2 ຂອງກົນໄກ ປຶກສາຫາລືການຄ້າ ແລະ ການລົງທຶນຈີນ-ເອີຣົບ ໄດ້ຈັດຂຶ້ນຢູ່ນະຄອນ ຫລວງປັກກິ່ງຂອງ ສປ ຈີນ ເມື່ອບໍ່ດົນມານີ້. ໂດຍສອງຝ່າຍ ໄດ້ປຶກສາຫາລື ທີ່ເນັ້ນປະຕິບັດຕົວຈິງ ແລະ ໄດ້ຮັບໝາກຜົນ ຢ່າງອຸດົມສົມບູນ ພ້ອມທັງ ໄດ້ບັນລຸບັນຊີລາຍການ ຄວາມຮັບຮູ້ ທີ່ເປັນເອກະພາບກັນ 16 ລາຍການ ທີ່ກວມເອົາ 4 ຂົງເຂດ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງກົນໄກ ປຶກສາຫາລືການຄ້າ ແລະ ການລົງທຶນຈີນ-ເອີຣົບ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ ເມື່ອບໍ່ດົນມານີ້. ໂດຍສອງຝ່າຍ ໄດ້ປຶກສາຫາລື ທີ່ເນັ້ນປະຕິບັດຕົວຈິງ ແລະ ໄດ້ຮັບໝາກຜົນ ຢ່າງອຸດົມສົມບູນ ພ້ອມທັງ ໄດ້ບັນລຸບັນຊີລາຍການ ຄວາມຮັບຮູ້ທີ່ເປັນເອກະພາບກັນ 16 ລາຍການ ທີ່ກວມເອົາ 4 ຂົງເຂດ. ໂດຍສອງຝ່າຍ ຍັງໄດ້ຕົກລົງ ຈະຈັດກອງປະຊຸມ ສະໄໝສາມັນ ຄັ້ງທີ 3 ຂອງກົນໄກດັ່ງກ່າວ ໃນເດືອນມີນາປີ 2027. ນີ້ສະແດງໃຫ້ເຫັນ ຢ່າງເຕັມທີ່ວ່າ: ສປ ຈີນ ແລະ ສະຫະພາບເອີຣົບ ມີຄວາມເຕັມໃຈ ແລະ ມີສະຕິປັນຍາ ເພື່ອຄວບຄຸມ ແລະ ແກ້ໄຂຂໍ້ຍັດແຍ້ງຢ່າງເໝາະສົມ ໂດຍຜ່ານການສົນທະນາ ແລະ ການປຶກສາຫາລືກັນ. ໃນກອງປະຊຸມສະໄໝສາມັນດັ່ງກ່າວ, ສອງຝ່າຍ ໄດ້ຢືນຢັນຈະແກ້ໄຂຂໍ້ຂັດແຍ້ງ ລະຫວ່າງ ສອງຝ່າຍ ແລະ ຄວາມກັງວົນຂອງກັນ ແລະ ກັນ ຢ່າງສົມດຸນ ໃນຂອບກົດລະບຽບ ອົງການການຄ້າໂລກ ເພື່ອຊຸກຍູ້ໃຫ້ການຄ້າຈີນ-ເອີຣົບ ພັດທະນາໄປຂ້າງໜ້າຢ່າງໝັ້ນທ່ຽງ. ສອງຝ່າຍ ໄດ້ບັນລຸຄວາມຮັບຮູ້ທີ່ ເປັນເອກະພາບກັນ 16 ລາຍການ, ຈຸດເດັ່ນໃຫຍ່ທີ່ສຸດ ແມ່ນຈັດເອົາບັນຫາລົດຍົນ ທີ່ວົງການພາຍນອກ ໃຫ້ຄວາມສົນໃຈ ໃນລະດັບສູງນັ້ນ ເຂົ້າໃນວົງໂຄຈອນແຫ່ງການເຈລະຈາ ທີ່ຈະສືບຕໍ່ດຳເນີນໄປ. ນອກນີ້, ບັນຊີລາຍການດັ່ງກ່າວ ກໍໄດ້ຮັບຄວາມຄືບໜ້າ ໃນດ້ານການຄຸ້ມຄອງ ການສົ່ງອອກ, ຊັບສິນທາງປັນຍາ ແລະ ອື່ນໆ ເຊິ່ງສະແດງໃຫ້ເຫັນວ່າ: ກົນໄກປຶກສາຫາລືການຄ້າ ແລະ ການລົງທຶນຈີນ-ເອີຣົບ ໄດ້ປ່ຽນຈາກການສ້າງຂອບ ໄປສູ່ການສ້າງຜົນໄດ້ຮັບ. ໃນຖານະເປັນ 2 ກຸ່ມ ເສດຖະກິດໃຫຍ່ ຕົ້ນຕໍຂອງໂລກ, ການທີ່ຈີນ ແລະ ເອີຣົບ ເກີດມີຂໍ້ຂັດແຍ້ງ ໃນການແລກປ່ຽນດ້ານເສດຖະກິດການຄ້າ ແມ່ນເລື່ອງປົກກະຕິ. ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ສປ ຈີນ ບໍ່ເຄີຍຕັ້ງໃຈສະແຫວງຫາ ການໄດ້ປຽບ ດຸນການຄ້າຈັກເທື່ອ. ນັກການເມືອງ ບາງຄົນໃນເອີີຣົບ ປ່າວຂ່າວ ອັນທີ່ເອີ້ນວ່າ “ຄວາມສາມາດການຜະລິດ ເກີນຄວາມຕ້ອງການ” ເຊິ່ງສ່ວນຫລາຍ ແມ່ນຕັ້ງຢູ່ບົນພື້ນຖານ ຕົວຊີ້ວັດດຽວ ຄື ການຂາດດຸນ ການຄ້າສິນຄ້າ ປະເພດຈັບຕ້ອງໄດ້, ແຕ່ຕັ້ງໃຈຫລີກລ່ຽງ ຄວາມຈິງທີ່ການຄ້າ ການບໍລິການ ແມ່ນການເກີນດຸນ. ຂໍ້ມູນສະແດງໃຫ້ເຫັນວ່າ: ໃນປີ 2025, ການເກີນດຸນການຄ້າ ການບໍລິການຂອງເອີຣົບຕໍ່ ສປ ຈີນ ແມ່ນ 48 ຕື້ ກວ່າໂດລາສະຫະລັດ. “ການເກີນດຸນຢູ່ ສປ ຈີນ ແລະ ຜົນກຳໄລຢູ່ເອີຣົບ” ຈຶ່ງແມ່ນສະພາບຕົວຈິງ ຂອງການຄ້າຈີນ-ເອີຣົບ. ຄວາມຈິງ ໄດ້ພິສູດໃຫ້ເຫັນແລ້ວວ່າ: ສປ ຈີນ ບໍ່ແມ່ນສາເຫດຕົ້ນຕໍ ຂອງບັນຫາຕ່າງໆຂອງເອີຣົບ, ແຕ່ແມ່ນຄູ່ຮ່ວມມືໃນການແກ້ໄຂບັນຫາ. ປີນີ້ແມ່ນປີທຳອິດ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15 ຂອງ ສປ ຈີນ. ໃນໄລຍະຈັດຕັ້ງປະຕິບັດ ແຜນດັ່ງກ່າວ, ສປ ຈີນ ຈະສົ່ງເສີມການຄ້າ ຕ່າງປະເທດໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງຂຶ້ນ, ຊຸກຍູ້ການພັດທະນາການນຳເຂົ້າ-ສົ່ງອອກ ໃຫ້ມີຄວາມສົມດຸນ, ປັບປຸງບັນຊີ ລາຍການຜະລິດຕະພັນ, ການບໍລິການ ແລະ ເຕັກໂນໂລຊີ ທີ່ນຳເຂົ້າ, ຫລຸດຜ່ອນບັນຊີ ລາຍການທາງລົບ ສຳລັບ ການເຂົ້າມາລົງທຶນຈາກຕ່າງປະເທດ ແລະອື່ນໆ. ເລື່ອງເຫຼົ່ານີ້ຈະສະໜອງໂອກາດ ການຕະຫລາດ ທີ່ກວ້າງຂວາງກວ່າເກົ່າ ໃຫ້ແກ່ ປະເທດຕ່າງໆໃນໂລກ ເຊິ່ງລວມທັງ ສະຫະພາບເອີຣົບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL