ຂປລ
ກອງປະຊຸມປະຈຳປີ 2026 ຂອງກອງທຶນກອງເງິນສາກົນ ຫລື IMF ແລະ ທະນາຄານໂລກ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ບາງກອກ ຂອງໄທ. ຜູ້ຕາງໜ້າ IMF ແລະ ທະນາຄານໂລກ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ໂດຍປິ່ນອ້ອມ ການ ປະສານງານ ນະໂຍບາຍ ເສດຖະກິດໂລກ ແລະ ການຮ່ວມມື ດ້ານການພັດທະນາສາກົນ ແລະ ບັນຫາສຳຄັນອື່ນໆ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 12 ຕຸລານີ້, ກອງປະຊຸມປະຈຳປີ 2026 ຂອງກອງທຶນກອງເງິນສາກົນ ຫລື IMF ແລະ ທະນາຄານໂລກ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ບາງກອກ ຂອງ ໄທ. ຜູ້ຕາງໜ້າ IMF ແລະ ທະນາຄານໂລກ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ໂດຍປິ່ນອ້ອມ ການປະສານງານ ນະໂຍບາຍ ເສດຖະກິດໂລກ ແລະ ການຮ່ວມມື ດ້ານການພັດທະນາສາກົນ ແລະ ບັນຫາ ສຳຄັນອື່ນໆ. ນອກນີ້ ຍັງຈະປະກາດ “ບົດລາຍງານທ່າອຽງເສດຖະກິດໂລກ” ແລະ “ບົດລາຍງານສະຖຽນລະພາບ ທາງການເງິນໂລກ”,ໂດຍມີຜູ້ຕາງໜ້າ 15.000 ກວ່າຄົນ ທີ່ມາຈາກ 191 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ກອງປະຊຸມປະຈຳປີຄັ້ງນີ້ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ບັນຫາຕ່າງໆ ເຊັ່ນ:ເສດຖະກິດ ໂລກກັບ ຕະຫລາດການເງິນ, ການລະດົມທຶນເພື່ອ ການພັດທະນາ ໂອກາດ ແລະ ສິ່ງທ້າທາຍ ທີ່ເກີດຈາກເຕັກໂນໂລຊີ ຈະເລີນໃໝ່ ເປັນຕົ້ນ.ນອກນີ້ ປັນຍາປະດິດກັບ,ການປະກອບອາຊີບ ແລະ ການລະດົມທຶນ ພາກເອກະຊົນ ເພື່ອຊຸກຍູ້ ການລົງ ທຶນ ແລະ ການພັດທະນາ ກໍ່ຈະເປັນຫົວຂໍ້ ສຳຄັນຂອງກອງປະຊຸມປະຈຳປີຄັ້ງນີ້.\.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL