ການຜະລິດຈຳໜ່າຍ-ການສົ່ງອອກ ລົດພະລັງງານໄຟຟ້າຈີນ ເພິ່ມຂຶ້ນຫລາຍກວ່າ 50%

13/03/2025 14:17
Email Print 257
ຂປລ ນັບແຕ່ ເດືອນມັງກອນ ຫາເດືອນກຸມພາປີນີ້,ປະລິມານ ການຜະລິດ ຈຳໜ່າຍລົດຂອງ ສປ ຈີນ ສືບຕໍ່ເພີ່ມຂຶ້ນ ຢ່າງໝັ້ນທ່ຽງ.ໃນນັ້ນ ການຜະລິດຈຳ ໜ່າຍ ແລະ ການສົ່ງອອກ ລົດພະລັດງານໄຟຟ້າ ໄດ້ເພີ່ມຫລາຍຂຶ້ນໄວ ສົມຄວນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອຸດສາຫະກຳລົດຈີນ ເປີດເຜີຍວ່າ: ນັບແຕ່ ເດືອນມັງກອນ ຫາເດືອນກຸມພາປີນີ້,ປະລິມານ ການຜະລິດ ຈຳໜ່າຍລົດຂອງ ສປ ຈີນ ສືບຕໍ່ເພີ່ມຂຶ້ນ ຢ່າງໝັ້ນທ່ຽງ.ໃນນັ້ນ ການຜະລິດຈຳ ໜ່າຍ ແລະ ການສົ່ງອອກ ລົດພະລັດງານໄຟຟ້າ ໄດ້ເພີ່ມຫລາຍຂຶ້ນໄວ ສົມຄວນ.ໃນ 2 ເດືອນຕົ້ນປີນີ້, ການຜະລິດ ແລະ ການຈຳໜ່າຍລົດ ຂອງ ສປ ຈີນ ໄດ້ບັນລຸ 4.553.000 ຄັນ ແລະ 4.552.000 ຄັນ,ເພີ່ມຂຶ້ນ 16,2% ແລະ 13,1% ຕາມລຳດັບ ເມື່ອທຽບກັບໄລຍະດຽວກັນ ປີ 2024.ໃນນັ້ນ,ການຜະລິດຈຳໜ່າຍ ແລະ ການສົ່ງອອກ ລົດພະລັງງານໄຟຟ້າ ເພີ່ມຂຶ້ນຫລາຍກວ່າ 50%. ແຕ່ເດືອນມັງກອນ ຫາເດືອນກຸມພາປີນີ້,ການຜະລິດ ແລະ ການຈຳໜ່າຍລົດ ພະລັງງານໄຟຟ້າ ບັນລຸເຖິງ 1.903.000 ຄັນ ແລະ 1.835.000 ຄັນ,ເພີ່ມຂຶ້ນ 52% ແລະ 52% ຕາມລຳດັບ ເມື່ອທຽບກັບ ໄລຍະດຽວກັນປີ2024. ການຈຳໜ່າຍລົດ ພະລັງງານໄຟຟ້າ ຄັນໃໝ່ ບັນລຸເຖິງ 40,3%ຂອງຍອດ ປະລິມານ ການຈຳໜ່າຍ ລົດຍົນຄັນໃໝ່.ໃນດ້ານການສົ່ງອອກ,ລົດພະລັງງານໄຟຟ້າ ໄດ້ສົ່ງອອກ 282.000 ຄັນ,ເພີ່ມຂຶ້ນ 54,5%  ເມື່ອທຽບກັບ ໄລຍະດຽວກັນ ປີກາຍນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top