ໄລຍະຜ່ານມາ ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ມີຜົນງານພົ້ນເດັ່ນຫລາຍດ້ານ

11/03/2025 10:14
Email Print 681
ຂປລ ຄະນະພັກສູນກາງສະຫະພັນແມ່ຍິງລາວ ໄດ້ນຳພາ-ຊີ້ນຳການເຄື່ອນໄຫວວຽກງານຕົວຈິງຕາມພາລະບົດບາດ, ໜ້າທີ່, ສິດຂອງຄະນະບໍລິຫານງານພັກ ສສຍລ ສະໄໝທີ IV, ໂດຍຍຶດໝັ້ນການນຳພາຕາມຫລັກການລວມສູນປະຊາທິປະໄຕ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ມີຄວາມເປັນເອກະພາບເປັນໝູ່ຄະນະໃນການຕັດສິນບັນຫາສຳຄັນ

     *ຄະນະພັກສູນກາງສະຫະພັນແມ່ຍິງລາວ ໄດ້ນຳພາ-ຊີ້ນຳການເຄື່ອນໄຫວວຽກງານຕົວຈິງຕາມພາລະບົດບາດ, ໜ້າທີ່, ສິດຂອງຄະນະບໍລິຫານງານພັກ ສສຍລ ສະໄໝທີ IV, ໂດຍຍຶດໝັ້ນການນຳພາຕາມຫລັກການລວມສູນປະຊາທິປະໄຕ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ມີຄວາມເປັນເອກະພາບເປັນໝູ່ຄະນະໃນການຕັດສິນບັນຫາສຳຄັນ..., ຄຽງຄູ່ກັບການນຳພາ-ຊີ້ນຳ ແລະ ບັນຊາຕົວຈິງໃນການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ (2021-2025) ມີ 5 ແຜນງານ, 3 ແຜນດຳເນີນງານແຫ່ງຊາດຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, 30 ໂຄງການຈຸດສຸມບູລິມະສິດ ແລະ 74 ກິດຈະກຳໃນການປະຕິບັດວາລະແຫ່ງຊາດ ແລະ ການຫັນປ່ຽນຢ່າງແຂງແຮງເລິກເຊ່ິງວຽກງານພະນັກງານ; ສຸມໃສ່ຊີ້ນຳຈັດຕັ້ງປະຕິບັດ 9 ຄາດໝາຍສູ້ຊົນ, 10 ແຜນງານ ແລະ 30 ໂຄງການຈຸດສຸມຂອງແຜນພັດທະນາແມ່ຍິງ. 

     ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ໄດ້ນຳພາສະມາຊິກພັກ-ພະນັກງານຄົ້ນຄວ້າເຊື່ອມຊຶມບັນດາແນວທາງນະໂຍບາຍ, ມະຕິ, ຄຳສັ່ງດ້ວຍຫລາຍຮູບຫລາຍວິທີ, ເອົາໃຈໃສ່ຕິດຕາມເກັບກຳສະພາບແນວຄິດຫາງສຽງສັງຄົມໃນແຕ່ລະເດືອນເພື່ອສັງລວມ ແລະ ລາຍງານຄະນະໂຄສະນາອົບຮົມສູນກາງພັກເປັນປົກກະຕິ. ພ້ອມນີ້ກໍໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອສົ່ງພະນັກງານໄປຍົກລະດັບທາງດ້ານທິດສະດີການເມືອງ, ຝຶກອົບຮົມວຽກງານແມ່ຍິງ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ, ສ້າຄູຝຶກວຽກງານພັດທະນາແມ່ຍິງ, ຝຶກອົບຮົມພາສາອັງກິດໄລຍະສັ້ນ, ຍົກລະດັບວິຊາສະເພາະ. ນອກນ້ັນຍັງມີພະນັກງານຈຳນວນໜຶ່ງໄປຍົກລະດັບດ້ວຍທຶນຕົນເອງ. ຄຽງຄູ່ກັນນີ້ ກໍໄດ້ຊີ້ນຳການຈັດຕັ້ງປະຕິບັດຄຳຂວັນ,  ເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ເຮັດໃຫ້ວຽກງານດັ່ງກ່າວນີ້ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸຜົນສຳເລັດຢ່າງມີຄຸນນະພາບ. ເອົາໃຈໃສ່ປະຕິບັດວຽກງານສ່ົງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ວຽກງານປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ, ໃຫ້ແມ່ຍິງໄດ້ເຂົ້າເຖິງຂະບວນຍຸຕິທຳ, ນຳພາ- ຊີ້ນຳໃຫ້ຄຳປຶກສາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ ໄດ້ຂະຫຍາຍສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍຂັ້ນແຂວງຕື່ມ 4 ແຂວງຄື: ແຂວງບໍ່ແກ້ວ, ອັດຕະປື, ບໍລິຄຳໄຊ ແລະ ແຂວງຈຳປາສັກ, ສູນຮັບຕ້ອນຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຈຸດພາກເໜືອຢູ່ແຂວງຫລວງນ້ຳທາ, ຮັບຄຳສະເໜີ ແລະ ບໍລິການໃຫ້ຄຳປຶກສາດ້ານກົດໝາຍ,  ສຸຂະພາບ ແລະ ຈິດໃຈໂດຍບໍ່ເສຍຄ່າໃຫ້ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາ, ຊ່ວຍເຫລືອຜູ້ເຄາະຮ້າຍໃຫ້ເຂົ້າເຖິງຂະບວນຍຸຕິທຳ ແລະ ອື່ນໆ.

   ໄລຍະຜ່ານມາສູນກາງສະຫະພັນແມ່ຍິງລາວ ມີພົນງານທີ່ພົ້ນເດັ່ນຫລາຍດ້ານເປັນຕົ້ນສຳເລັດການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ 6 ຫົວຂໍ້ໃຫຍ່, ສຳເລັດການປັບປຸງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ແລະ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ສະບັບປັບປຸງ) ຊຶ່ງຖືກຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນທັນວາ 2024; ໃນນີ້ ສິ່ງທີ່ພາກພູມໃຈແມ່ນໄດ້ຮັບໜ້າທີ່ເປັນ ປະທານຄະນະກຳມະການແມ່ຍິງ ອາຊຽນ (ACM)  ແລະ ໄດ້ເປັນ ເຈົ້າພາບກອງປະຊຸມ ACM ຄັ້ງທີ 21; ກອງປະຊຸມສຳມະນາກ່ຽວກັບ ວຽກງານດູແລຮ່ວມກັບບັນດາປະ ເທດສະມາຊິກອາຊຽນ ປີ 2023 ແລະ ກອງປະຊຸມສຸດຍອດການນຳ ແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ເສີມຂະຫຍາຍເສດຖະກິດການດູແລເບິ່ງແຍງ ແລະ ຄວາມ ເຂັ້ມແຂງ ເພື່ອນຳໄປສູ່ປະຊາຄົມອາຊຽນ ພາຍຫລັງ 2025 ແລະ ກອງປະຊຸມປິ່ນອ້ອມປີ 2024 ມີ 14 ປະເທດອາຊຽນເຂົ້າຮ່ວມ.

   ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top