ຂປລ
ຍານອະວະກາດ ບັນທຸກຄົນ “ເສີນໂຈ່ວ 24” ແລະ ຈະຫລວດສົ່ງຍານ “ສາງເຈີ່ງ-2FY24” ໄດ້ຖືກຂົນສົ່ງໄປເຖິງ ເຂດຍິງສົ່ງ ຢູ່ສູນ ສົ່ງດາວທຽມ ຈິວສວນຈີນ, ແລະມີກຳນົດຈະຍິງຂຶ້ນສູ່ ອະວະກາດ ໃນໄວໆນີ້.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 17 ພະຈິກນີ້, ຍານອະວະກາດ ບັນທຸກຄົນ “ເສີນໂຈ່ວ 24” ແລະ ຈະຫລວດສົ່ງຍານ “ສາງເຈີ່ງ-2FY24” ໄດ້ຖືກຂົນສົ່ງໄປເຖິງ ເຂດຍິງສົ່ງ ຢູ່ສູນ ສົ່ງດາວທຽມ ຈິວສວນຈີນ, ແລະມີກຳນົດຈະຍິງຂຶ້ນສູ່ ອະວະກາດ ໃນໄວໆນີ້. ພາລະກິດ ການບິນອະວະກາດ ບັນທຸກຄົນ ຂອງຍານອະວະກາດ “ເສີນໂຈ່ວ24” ເປັນການບິນຮ່ວມ ຂອງນັກບິນ ອະວະ ກາດຈີນ ແລະ ຕ່າງປະເທດ ເປັນຄັ້ງທຳອິດ ຂອງ ສປ ຈີນ. ໃນໄລຍະປະຕິບັດພາລະກິດ, ນັກບິນອະວະກາດ ປາກິດສະຖານ ໃນນາມຊ່ຽວຊານ ດ້ານນ້ຳໜັກ ບັນທຸກ ພາຍຫລັງ ເຮັດສຳເລັດ ພາລະກິດ ປະຈຳ ຢູ່ເທິງສະຖານີ ອະວະກາດ ເປັນໄລຍະສັ້ນແລ້ວ ຈະກັບຄືນສູ່ໜ່ວຍໂລກ ດ້ວຍຍານອະວະກາດ ບັນທຸກຄົນ “ເສີນໂຈ່ວ23”. ປັດຈຸບັນ, ພື້ນຖານໂຄງລ່າງຕ່າງໆ ຢູ່ສະໜາມຍິງສົ່ງຢູ່ ໃນສະ ພາບທີ່ດີ, ແລະ ທີມງານ ໂຄງການການບິນ ອະວະກາດຈີນ ຈະດຳເນີນການກວດກາ ອຸປະກອນ, ການທົດສອບ ເຕັກນິກປະສົມ ແລະ ອື່ນໆ ຕາມແຜນການ ກ່ອນຍິງສົ່ງ ຍານອະວະກາດດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL