ຫວຽດເຈັດ ມອບສ່ວນຫລຸດ 83% ທຸກຖ້ຽວບິນ ສະຫລອງວັນແມ່ຍິງສາກົນ

03/03/2025 18:07
Email Print 6876
ຂປລ ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 08 ມີນາ, ສາຍການບິນຫວຽດເຈັດ (VietJet Air) ໄດ້ຈັດ ໂປຣໂມຊັນພິເສດມອບສ່ວນຫລຸດສູງສຸດ 83%

ຂປລ. ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 08 ມີນາ, ສາຍການບິນຫວຽດເຈັດ (VietJet Air) ໄດ້ຈັດ ໂປຣໂມຊັນພິເສດມອບສ່ວນຫລຸດສູງສຸດ 83% (ບໍ່ລວມພາສີ ແລະ ຄ່າທໍານຽມ) ສໍາລັບການຈອງລະຫວ່າງວັນທີ 3-5 ມີນາ 2025, ໂດຍໃຊ້ລະຫັດສ່ວນຫລຸດ VJ83 ຜ່ານເວັບໄຊ ທາງການຂອງ VietJet. (www.vietjetair.com) ແລະ ແອັບມືຖື VietJet Air. ໂປຣໂມຊັນພິເສດ 3 ມື້ ກວມເອົາເຄືອຂ່າຍການບິນທັງໝົດຂອງ VietJet ສໍາລັບການເດີນທາງລະຫວ່າງວັນທີ 17 ມີນາ ຫາ 22 ພຶດສະພາ 2025 (ບໍ່ລວມວັນພັກລັດຖະການ ແລະ ຊ່ວງລະດູການທ່ອງທ່ຽວ), ເປັນການເປີດໂອກາດໃຫ້ແກ່ນັກເດີນທາງມາທ່ອງທ່ຽວປະເທດຫວຽດນາມ ໃນຊ່ວງລະດູໃບໄມ້ປົ່ງ. ບໍ່ວ່າທ່ານກໍາລັງຊອກຫາບ່ອນພັກຜ່ອນທີ່ຫາດຊາຍ ການປະຈົນໄພທີ່ໜ້າຕື່ນເຕັ້ນຢ່າພາດໂອກາດພິເສດນີ້ ເພື່ອສະເຫລີມສະຫລອງວັນແມ່ຍິງໃນຊີວິດຂອງທ່ານດ້ວຍການເດີນທາງທີ່ໜ້າອັດສະຈັນ.

ສໍາລັບຜູ້ໂດຍສານຈາກປະເທດລາວ VietJet ໃຫ້ບໍລິການຖ້ຽວບິນໂດຍກົງເຊື່ອມຕໍ່ນະຄອນຫລວງວຽງຈັນກັບ ນະຄອນໂຮ່ຈີ່ມິງ ແລະ ຮ່າໂນ້ຍ ເຊິ່ງເປັນສອງນະຄອນໃຫຍ່ທີ່ສຸດຂອງປະເທດຫວຽດນາມ ນັກທ່ອງທ່ຽວຈະມີ ຫລາຍທາງເລືອກໃນການບິນໄປຍັງຕົວເມືອງໃຫຍ່ ແລະ ແຫລ່ງທ່ອງທ່ຽວທີ່ນິຍົມຂອງປະເທດຫວຽດນາມ ແລະ ທົ່ວອາຊີ ລວມເຖິງປະເທດອົດສະຕຣາລີ. ປະເທດຫວຽດນາມແມ່ນມີຊື່ສຽງດ້ານວັດທະນະທຳທີ່ອຸດົມສົມບູນ ມີພູມສັນຖານທີ່ສວຍງາມ ແລະ ອາຫານ ທີ່ມີຊື່ສຽງລະດັບໂລກ. ນອກຈາກ ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງແລ້ວ, ນັກທ່ອງທ່ຽວຍັງສາມາດຊົມທິວທັດ, ຫາດຊາຍແດນຂອງນະຄອນດານັງ, ຍາຈາງ ແລະ ຟູກວັກ ຫລື ສະຖານທີ່ສິ່ງມະຫັດສະຈັນທີ່ເປັນມໍລະດົກໂລກຂອງອ່າວຮ່າລອງ, ນິງບິ່ງ, ໂຮ້ຍອານ ແລະ ເຫັວ.

ສາຍການບິນ VietJet ມີເຄືອຂ່າຍການບິນພາຍໃນປະເທດທີ່ເຂັ້ມແຂງຢູ່ຫວຽດນາມ ແລະ ຍັງສືບຕໍ່ຂະຫຍາຍບັນດາສະຖານທີ່ທ່ອງທ່ຽວທົ່ວໂລກ. ໃນເດືອນມີນາ ແລະ ເດືອນເມສາປີ 2025, ສາຍການບິນຈະເປີດເສັ້ນທາງການບິນໃໝ່ທີ່ເຊື່ອມຕໍ່ນະຄອນໂຮ່ຈີ່ມິງ ແລະ ຮ່າໂນ້ຍ ກັບ ປັກກິ່ງ ແລະ ກວາງໂຈ່ວ. ລວມທັງເສັ້ນທາງຈາກນະຄອນໂຮ່ຈີມິນໄປ Bangalore ແລະ Hyderabad.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top