ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາ

03/03/2025 10:06
Email Print 3530
ຂປລ ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32.

     *ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32 ພາຍໃຕ້ການສໍາປະທານຂອງ ບໍລິສັດຍອດນໍ້າງາ ພັດທະນາ ຈຳກັດຜູ້ດຽວ ໂດຍການລົງຕິດຕາມໃນຄັ້ງນີ້ ກໍ່ເພື່ອຕິດຕາມຄວາມຄືບໜ້າຂອງການສ້າງສິ່ງອໍານວຍຄວາມສະດວກໃນສະຖານທີ່ດັ່ງກ່າວ ເພື່ອກຽມຄວາມພ້ອມຮອງຮັບນັກທ່ອງທ່ຽວກ່ອນເປີດໃຫ້ບໍລິການ.

     ດັ່ງທີ່ພວກເຮົາຮັບຮູ້ກັນແລ້ວວ່າ, ແຫລ່ງທ່ອງທ່ຽວພູຫຍ້າຄາ ບ້ານຫລັກ 32 ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ມີຄວາມສວຍງາມ, ໂດດເດັ່ນທາງດ້ານຮູບຊົງຫີນທີ່ມີຫລາຍສີສັນ ແລະ ຮູບແບບຄ້າຍຄືກັບສັດຕ່າງໆ ພ້ອມທັງຕິດພັນກັບວິຖີຊິວິດຂອງປະຊາຊົນໃກ້ຄຽງ ເຊັ່ນວ່າ: ເຜົ່າມົ້ງ ແລະ ເຜົ່າກຶມມຸ. ການພັດທະນາແຫລ່ງທ່ອງທ່ຽວດັ່ງກ່າວນີ້ ໄດ້ເລີ່ມແຕ່ປີ 2023 ເປັນຕົ້ນມາຈົນຮອດປັດຈຸບັນແມ່ນສາມາດພັດທະນາໄດ້ສ່ິງອຳນວຍຄວາມສະດວກໂດຍພື້ນຖານໄດ້ປະມານ 35 ເປີເຊັນ ເປັນຕົ້ນສຳເລັດການສ້າງທາງເຂົ້າຫາແຫລ່ງທ່ອງທ່ຽວມີຄວາມຍາວ 8 km, ສ້ອມແປງ ແລະ ວາງທໍ່ກໍ່ປາກທ່ໍ ມີ 9 ຈຸດ,  ສຳເລັດການສ້າງທາງຍ່າງ 2 ເສັ້ນຄື: ຈາກຈຸດບໍລິການຂຶ້ນຫາຈຸດຈອມພູຫີນປະຕູສະຫວັນລົງຫາຫີນຫົວງູມີຄວາມຍາວປະມານ 2 ກິໂລແມັດ ແລະ ຈາກຈຸດບໍລິການໄປຫາຈຸດປາໂລມາ ມີຄວາມຍາວປະມານ 5 ກິໂລແມັດ,  ສ້າງອ່າງເກັບນ້ຳໄດ້ 2 ອ່າງ, ສ້າງຫໍພັກພະນັກງານໄດ້ 1 ຫລັງ, ຂະໜາດ 8 m x 15 m  ມີ 6 ຫ້ອງນອນ 1 ຫ້ອງຄົວ 4 ຫ້ອງນໍ້າ ແລະ 2 ຫ້ອງອາບນໍ້າ, ສ້າງຫ້ອງນ້ຳສາທາ ລະນະໄດ້ 1 ຫລັງ, ມີຫ້ອງນ້ຳ 4 ອ່າງລ້າງມີ 3 ອ່າງ ແລະ 3 ຫ້ອງ ອາບນໍ້າ,  ສ້າງຮ້ານອາຫານໄດ້ 1 ຫລັງ ຂະໜາດ 14 m x 15 m  ມີ 14 ໂຕະ ສາມາດຮັບລູກຄ້າໄດ້ 40-50 ຄົນ, ມີເຕັ້ນໃຫ້ບໍລິການທັງໝົດ 20 ເຕັ້ນ ສາມາດຮອງຮັບນັກທ່ອງທ່ຽວໄກ້ 80-100 ຄົນ.

    ປັດຈຸບັນໄດ້ເລີ່ມເປີດບໍລິການທົດລອງຊົ່ວຄາວເລ່ີມແຕ່ເດືອນມັງກອນ 2025, ກຳລັງເລີ່ມກໍ່ສ້າງບັງກະໂລໃຫ້ໄດ້ຢ່າງນ້ອຍ 5-10 ຫລັງ ກ່ອນຮອດລະດູຝົນ, ເລີ່ມອອກແບບ ແລະ ຕິດຕັ້ງປ້າຍໂຄສະນາ, ປ້າຍຊີ້ບອກທາງ, ປ້າຍເຕືອນໃສ່ຈຸດສຳຄັນໃນຂອບເຂດບໍລິການ ແລະ ຈຸດທາງແຍກຕ່າງໆ, ສ້ອມແປງເສ້ັນທາງໂດຍສະເພາະຈຸດຄົດໂຄ້ງ, ຄ້ອຍຊັນ, ແຄບທີ່ອັນຕະລາຍຕໍ່ການເດີນທາງເຂົ້າເຖິງໃຫ້ມີຄວາມສະດວກກ່ອນເກົ່າ ແລະ ວ່າງແຜນຮ່ວມກັບບັນດາຂະແໜງການໃນການປ້ອງກັນໄຟລຳປ່າລວມທັງການບຸກລຸກເນື້ອທີ່ຂອບເຂດສຳປະທານຂອງປະຊາຊົນໃກ້ຄຽງໃນໄລຍະລະດູແລ້ງນີ້.

ໂດຍ: ລູກສາວຫລ້າ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top