ສໍາເລັດ ຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ກຸ່ມລ້ຽງປາ

17/02/2025 12:58
Email Print 501
ຂປລ ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫລີ ຈັດພິທີປິດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມລ້ຽງປາ ພາຍໃຕ້ການຈັດຕັ້ງປະຕິບັດ "ໂຄງການ ພັດທະນາ ຊົນນະບົດແບບມີສ່ວນຮ່ວມ ຢູ່ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ"



ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫລີ ຈັດພິທີປິດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມລ້ຽງປາ ພາຍໃຕ້ການຈັດຕັ້ງປະຕິບັດ "ໂຄງການ ພັດທະນາ ຊົນນະບົດແບບມີສ່ວນຮ່ວມ ຢູ່ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ" ໂດຍການເປັນປະທານຂອງ ທ່ານ ສີສະເກດ ຂັນທະລັດ ຮອງຫົວໜ້າສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫລີ, ມີຄະນະຮັບຜິດຊອບຝຶກອົບຮົມ
, ສໍາມະນາກອນທີ່ມາຈາກ 3 ແຂວງຄື: ແຂວງວຽງຈັນ, ບໍລິຄໍາໄຊ ແລະ ແຂວງຊຽງຂວາງ ເຂົ້າຮ່ວມ.




​ໂອກາດ​ນີ້, ທ່ານ ສີສະເກດ ຂັນທະລັດ ໄດ້ສະແດງຄວາມຊົມເຊີຍ ຕໍ່ສໍາມະນາກອນ ທີ່ສໍາເລັດການຝຶກອົບຮົມ ແລະ ສະເໜີໃຫ້ສືບຕໍ່ນໍາເອົາບົດຮຽນ ທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດ ເພື່ອສາມາດຜະລິດສ້າງລາຍຮັບໃຫ້ຄອບຄົວ ຕິດພັນກັບການຜະລິດ ເພື່ອທົດແທນການນໍາເຂົ້າ ຫລື ຜະລິດເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າ ແລະ ໃຫ້ສາມາດຜະລິດໃຫ້ກາຍເປັນສິນຄ້າ ເພື່ອສົ່ງອອກ ໃນຕໍ່ໜ້າ.





ສໍາລັບ ເນື້ອໃນເອກະສານທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ປະກອບມີ
8 ເນື້ອໃນເອກະສານຄື: ເອ ກະສານການພັດທະນາຊົນນະບົດເກົາຫລີ (ແຊມາອຶນອຸນດົງ) ແລະ ນະໂຍບາຍ 3 ສ້າງ; ການສະຫລຸບ ແລະ ຂຽນແຜນໂຄງການ; ການສ້າງຕັັ້ງກຸ່ມ; ການມີສ່ວນຮ່ວມໃນການພັດທະນາ; ການຕະຫລາດ; ເຕັກນິກການລ້ຽງປາ; ການຄັດເລືອກພໍໍ່ແມ່ພັນ ແລະ ການຂະຫຍາຍພັນປາ ແລະ ເອກະສານການບໍາບັດຮັກສານໍ້າ ແລະ ການປ້ອງກັນພະຍາດ. ນອກຈາກນີ້, ໄດ້ມີການລົງປະຕິບັດຕົວຈິງໃນການ ເຮັດການກະຕຸ້ນປະສົມພັນປາ 4 ຊະນິດຄື: ປາປາກ, ປາໄນ, ປານິນ, ປາດຸກ ຕື່ມອີກ.

ຂໍ້​ມູນ-ພາບ: ຂ່າວສານ​ກະສິກໍາ-ປ່າ​ໄມ້

KPL

ຂ່າວອື່ນໆ

ads
ads

Top