ຂປລ
ຂປລ. ກອງປະຊຸມຄະນະຊີ້ນໍາຂອງ ໂຄງການຊ່ວຍເຫລືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ(DSTIA) ຈັດຂຶ້ນໃນວັນທີ 8 ພຶດສະພາ 2025 ຢູ່ນະ ຄອນຫລວງວຽງຈັນ

ຂປລ. ກອງປະຊຸມຄະນະຊີ້ນໍາຂອງ ໂຄງການຊ່ວຍເຫລືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ(DSTIA) ຈັດຂຶ້ນໃນວັນທີ 8 ພຶດສະພາ 2025 ຢູ່ນະ ຄອນຫລວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພ ອຸດສາຫະກໍາພະລັງງານ ແລະ ທ່ານ ບີຍອນ ຊານ (Bjorn Schranz) ຫົວໜ້າແຜນງານການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ ແລະ ຊັບພະຍາກອນທໍາມະຊາດ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດ.
ໂຄງການຊ່ວຍເຫລືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ ເປັນໂຄງການຂອງລັດຖະບານສະວິດ ຈັດຕັ້ງປະຕິບັດໂດຍອົງການເຮວວີຕັດ ຮ່ວມກັບລັດຖະບານລາວ ຜ່ານກົມຄຸ້ມຄອງ ຄວາມປອດໄພອຸດສາຫະກໍາພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່, ມະຫາວິທະຍາໄລແຫ່ງຊາດລາວ, ສະມາຄົມເຂື່ອນລາວ ແລະ ບໍລິສັດໄຟຟ້າລາວ ມະຫາຊົນ ເຊິ່ງບັນດາຜູ້ຊ່ຽວຊານສະວິດ ໄດ້ສະໜັບສະໜູນການເສີມສ້າງ ຄວາມສາມາດທາງດ້ານເຕັກນິກ ແລະ ສະຖາບັນຂອງພາກສ່ວນກ່ຽວຂ້ອງທີ່ສຳຄັນຂອງລາວ ໃນການປັບປຸງຄວາມປອດໄພ ຂອງເຂື່ອນໄຟຟ້າໃນ ສປປ ລາວ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຮອງການເປີດຫລັກສູດວິສະວະກໍາເຂື່ອນ ຄັ້ງທໍາອິດ ຂອງປະເທດລາວ ເຊິ່ງໄດ້ເປີດຂຶ້ນໃນວັນທີ 13 ກຸມພາ 2025 ຜ່ານມາ, ເປັນຂີດໝາຍສຳຄັນ ຖືວ່າເປັນສັນຍາລັກຂອງຜົນສຳເລັດ ທີ່ເຫັນໄດ້ຊັດເຈນ ຂອງການພົວພັນຄູ່ຮ່ວມມື ລາວ-ສະວິດ, ຊ່ວຍສ້າງຊ່ຽວຊານພາຍໃນປະເທດ ແລະ ຄວາມຍືນຍົງໃນໄລຍະຍາວ. ຄະນະຊີ້ນໍາໂຄງການ ຍິນດີຮັບເອົາບັນດາຂໍ້ສະເໜີຫລາຍຢ່າງ ເພື່ອເສີມສ້າງການດໍາເນີນໂຄງການ. ໃນນັ້ນ, ມີການເພີ່ມທະວີການຮ່ວມມືລະຫວ່າງຂະ ແໜງການ, ເພີ່ມທະວີການສະໜັບສະໜູນ ການສ້າງຄວາມອາດສາມາດ ໃຫ້ແກ່ໜ່ວຍງານລະດັບແຂວງ ແລະ ສາຍງານປັບປຸງກົນໄກແບ່ງປັນຂໍ້ມູນ ແລະ ຄວາມໂປ່ງໃສ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮູ້ເຖິງການທົບທວນຄືນ ໄລຍະກາງຂອງໂຄງການ ໂດຍພາກສ່ວນອົງກອນພາຍນອກທີ່ເປັນເອກະລາດ, ຈະເປັນໂອກາດທີ່ດີ ເພື່ອປະເມີນຄວາມຄືບໜ້າ, ປັບປຸງຍຸດທະສາດ ແລະ ການສ້າງຄວາມເປັນເອກະພາບ ໃນທິດທາງການດໍາເນີນງານໃນອະນາຄົດ. ການທົບທວນດັ່ງກ່າວ, ຄາດວ່າຈະເຮັດໃຫ້ໂຄງການສອດ ຄ່ອງກັບບຸລິມະສິດ ໃນການພັດທະນາແຫ່ງຊາດ ຂອງ ສປປ ລາວ ແລະ ບົດຮຽນການປະຕິບັດທີ່ດີທີ່ສຸດຂອງໂລກ.
ໃນໂອກາດນີ້, ປະທານກອງປະຊຸມ ໄດ້ເນັ້ນໜັກເຖິງຄວາມຈໍາເປັນ ຂອງການສືບຕໍ່ຮ່ວມມື ການປະຕິຮູບດ້ານນິຕິກຳ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ ເພື່ອປົກປ້ອງຊຸມຊົນ ແລະ ລະບົບນິເວດ ທີ່ຂຶ້ນກັບພື້ນຖານໂຄງລ່າງໄຟຟ້ານ້ຳຕົກ, ພ້ອມທັງຢ້ຳຄືນຄຳໝັ້ນສັນຍາ ຂອງສະວິດ ໃນການເຮັດວຽກຮ່ວມກັນ ກັບບັນດາຄູ່ຮ່ວມມືຂອງລາວ ໂດຍເນັ້ນເຖິງຄວາມສຳຄັນ ຂອງຄວາມຮັບຜິດຊອບຮ່ວມກັນ ແລະ ການພັດທະນາຮ່ວມກັນ ເພື່ອຍົກລະດັບໂຄງການໃຫ້ບັນລຸຜົນໄດ້ຮັບອັນໃໝ່.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL