ສະຫະພາບເອີຣົບ ປະຈຳ ລາວ ສະຫລອງວັນເອີຣົບ ຄົບຮອບ 75 ປີ

08/05/2025 15:34
ຂປລ ຂປລ. ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງວັນຖະແຫລງການຊຸມານ ທີ່ນໍາໄປສູ່ການສ້າງຕັ້ງສະຫະພາບເອີຣົບ ໃນປັດຈຸບັນ ຈັດ​ຂຶ້ນ​ໃນວັນທີ 7 ພຶດສະພາ 2025 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ



ຂປລ. ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງ ຄົບຮອບ
75 ປີ ແຫ່ງວັນຖະແຫລງການຊຸມານ ທີ່ນໍາໄປສູ່ການສ້າງຕັ້ງສະຫະພາບເອີຣົບ ໃນປັດຈຸບັນ ຈັດ​ຂຶ້ນ​ໃນວັນທີ 7 ພຶດສະພາ 2025 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນ ຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາທູຕານຸທູດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ມາກ ກາລາເຮີ ໃຫ້ຮູ້ວ່າ: ສະຫະພາບເອີຣົບ ມຸ່ງໝັ້ນໃນການສົ່ງເສີມສັນຕິພາບ ລັດທິຫລາຍຝ່າຍ ແລະ ລະບຽບການສາກົນ ທີ່ອີງໃສ່ກົດເກນຕ່າງໆ ເຊິ່ງເປັນຄຸນຄ່າທີ່ພວກເຮົາມີຮ່ວມກັບ ສປປ ລາວ ແລະ ອາຊຽນ ເຖິງແມ່ນວ່າໃນໂລກຈະມີຄວາມສັບຊ້ອນ ແລະ ມີຂໍ້ຂັດແຍ້ງກັນຫລາຍຂຶ້ນ ພວກເຮົາຍັງເຊື່ອໃນຄວາມສາມັກຄີ ໃນຄວາມຫລາກຫລາຍ ແລະ ຍຶດໝັ້ນຢ່າງໜັກແໜ້ນໃນຄຸນຄ່າສາກົນ ທີ່ພວກເຮົາຮ່ວມກັນ ສ້າງໃນສະຫະປະຊາຊາດຕັ້ງແຕ່ປີ 1945, ປີ 2025 ຍັງຈະເປັນປີຄົບຮອບ 50 ປີ ແຫ່ງສາຍພົວພັນທາງການທູດ ລະຫວ່າງ ສະຫະພາບເອີຣົບ ແລະ ສປປ ລາວ. ສະຫະພາບເອີຣົບ ຍັງໃຫ້ຄຳໝັ້ນສັນຍາຢ່າງເລິກເຊິ່ງ ທີ່ຈະເສີມສ້າງການຮ່ວມມືທີ່ໝັ້ນຄົງນີ້ ແລະ ຄົ້ນຄວ້າໃນບັນ ດາຂົງເຂດການຮ່ວມມືໃໝ່ໆ ເພື່ອສົ່ງເສີມການພັດທະນາ ແບບຍືນຍົງຂອງປະເທດລາວ.




ວັນເອີຣົບ ເປັນວັນຄົບຮອບຂອງຖະແຫລງການຊຸມານ ເຊິ່ງໄດ້ຈັດຂຶ້ນທຸກປີ ແລະ ໃນປີນີ້ ຖືວ່າມີຄວາມສໍາຄັນພິເສດ ເນື່ອງຈາກວ່າກົງກັບວັນຄົບຮອບທີ່ສໍາຄັນອື່ນໆອີກຫລາຍວັນ ເປັນຕົ້ນ ວັນຄົບຮອບ
105 ປີ ວັນເກີດຂອງອະດີດ ປະທານ ໄກສອນ ພົມວິຫານ, ວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ, ວັນຄົບຮອບ 80 ປີ ແຫ່ງການສິ້ນສຸດສົງຄາມໂລກຄັ້ງທີສອງ ແລະ ວັນຄົບຮອບ 80 ປີ ແຫ່ງໄຊຊະນະໃນເອີຣົບ.

ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ

ads
ads

Top