ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

08/05/2025 15:25
Email Print 860
ຂປລ ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ຈັດ​ຂຶ້ນ​ໃນວັນທີ 8 ພຶດສະພາ 2025 ຢູ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ



ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ຈັດ​ຂຶ້ນ​ໃນວັນທີ
8 ພຶດສະພາ 2025 ຢູ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະ ນະທີ່ປຶກສາທາງດ້ານກົດໝາຍ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ແມ່ນການຄົ້ນຄວ້າເນືື້ອໃນຮອບ ດ້ານຂອງຮ່າງກົດໝາຍຢ່າງລະອຽດ ໂດຍເລີ່ມແຕ່ມາດຕາທໍາອິດຫາມາດຕາສຸດທ້າຍ ເພື່ອເຮັດໃຫ້ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້ ຄົບຖ້ວນ, ຊັດເຈນ, ສອດຄ່ອງກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ການຈັດຕັ້ງປະຕິບັດວຽກງານປ້າຍຕົວຈິງ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະ ກາດໃຊ້ແລ້ວ ເພື່ອສາມາດນໍາເຂົ້າພິຈາລະນາ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.




ໂອກາດ​ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນ ຂອງການປັບປຸງກົດໝາຍວ່າດ້ວຍປ້າຍ ແມ່ນເພື່ອປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແຜນພັດທະນາເສດຖະກິດ-ສັງຄົມ
, ວັດທະນະທຳ ແຕ່ລະໄລຍະ ໃຫ້ສອດຄ່ອງ ແລະ ບັນລຸຄາດໝາຍທີ່ວາງໄວ້, ສາມາດຮັກສາໄດ້ລັກສະນະຊາດ, ລັກສະນະ​ກ້າວໜ້າ ແລະ ລັກສະນະມະຫາຊົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສ້າງຄວາມເປັນເອກະພາບ, ສະເໝີພາບ ແລະ ຄວາມຍຸຕິທຳ ໃນການແຂ່ງຂັນດຳເນີນທຸລະກິດກ່ຽວກັບປ້າຍ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ; ແກ້ໄຂການແບ່ງຂັ້ນຄຸ້ມຄອງ ແລະ ເກັບລາຍຮັບວິຊາການຖອກ ເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍ; ສ້າງຄວາມສອດຄ່ອງຕໍ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກັບບັນດາຂະແໜງການ (ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ອຸດສາຫະກຳ ແລະ ການຄ້າ, ການລົງທຶນ); ແກ້ໄຂການຜະລິດ ແລະ ການຫ້າມນຳເຂົ້າປ້າຍຈາກຕ່າງປະເທດ ທີ່ຂຽນຕົວໜັງສືບໍ່ຖືກຕາມຫລັກໄວຍາກອນລາວ, ສີສັນຂອງປ້າຍບໍ່ສອດຄ່ອງກັບ ເອກະລັກວັດທະນະທຳຂອງ ສປປ ລາວ; ກຳນົດຮູບແບບຂອງປ້າຍໃຫ້ຄົບຖ້ວນ ເຮັດໃຫ້ການຄຸ້ມຄອງງ່າຍຂຶ້ນ; ກຳນົດຮູບແບບການຂໍອະ ນຸຍາດນຳໃຊ້ປ້າຍ, ການດຳເນີນທຸລະກິດປ້າຍ, ເວລານຳໃຊ້ປ້າຍໃຫ້ຄົບຖ້ວນ.




​ເມື່ອກົດໝາຍວ່າດ້ວຍປ້າຍ ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນເຄື່ອງມືໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງປ້າຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີກວ່າເກົ່າ
; ເນື້ອໃນກົດໝາຍມີຄວາມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດການກວດກາການເກັບລາຍຮັບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ທັນກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ; ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍ ບາຍຢ່າງຈະແຈ້ງຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ສົ່ງເສີມວຽກງານປ້າຍ; ຍົກສູງສະຕິຊາດ, ຄວາມເປັນເອກະລາດ, ເອກະພາບ ແລະ ເປັນເຈົ້າຕົນເອງ ຂອງປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ; ສາມາດແກ້ໄຂບັນຫາຄົງຄ້າງການໂຄສະນາດ້ວຍປ້າຍ ເປັນຕົ້ນແມ່ນສ້າງຄວາມເປັນເອກະພາບ, ສະເໝີພາບ ແລະ ຄວາມຍຸຕິທຳ ໃນການແຂ່ງຂັນດຳເນີນທຸລະກິດກ່ຽວກັບປ້າຍ; ສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກັບບັນດາຂະແໜງການອື່ນ; ສ້າງຄວາມອາດສາມາດສ້າງລາຍຮັບເຂົ້າງົບປະມານ ແລະ ການນຳໃຊ້ໂປ່ງໃສ, ກວດສອບໄດ້; ແກ້ໄຂການຜະລິດ ແລະ ນຳເຂົ້າປ້າຍຈາກຕ່າງປະເທດ; ສ້າງຄວາມເປັນລະບຽບຮຽບຮ້ອຍໃນການຕິດຕັ້ງປ້າຍໃນຕົວເມືອງ ໃຫ້ມີຄວາມສວຍງາມ.

ພ້ອມ​ກັນ​ນີ້, ຜູ້ເຂົ້າຮ່ວມກອງ​ປະຊຸມ​ຍັງໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍສະບັບນີ້ ຢ່າງມີຈຸດສຸມ, ມີລັກສະນະຫລັກການ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ. ໃນນັ້ນ, ມີຫລາຍເນື້ອໃນຂອງຫລາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ.

ຂ່າວ: ອາລິນ ສຸພິມມະປະດິດ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top