ສະຖານທີ່ທ່ອງທ່ຽວເຮືອນຫີນ ຮ່ອງຮອຍປະຫວັດສາດທີ່ໜ້າຄົ້ນຫາ

17/02/2025 10:41
Email Print 2660
ຂປລ ຜາສາດຫີນ ຫລື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ໜ້າຄົ້ນຫາຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງຫ່າງຈາກແຂວງ ສະຫວັນນະເຂດ ມາທາງທິດໃຕ້ ປະມານ 90 ກິໂລແມັດ.

    *ຜາສາດຫີນ ຫລື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ໜ້າຄົ້ນຫາຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງຫ່າງຈາກແຂວງ ສະຫວັນນະເຂດ ມາທາງທິດໃຕ້ ປະມານ 90 ກິໂລແມັດ; ຜາສາດເຮືອນຫີນ ເປັນຊາກຜາສາດຂອມເກົ່າແກ່ອາຍຸກວ່າ 1.000 ປີ ຢູ່ໃນເມືອງໄຊພູທອງ ແຂວງສະຫວັນນະເຂດ ຫ່າງຈາກເທສະບານເມືອງປະມານ 10 ກິໂລແມັດ. ຜາສາດຫີນແຫ່ງນີ້ ມີລັກສະນະເດັ່ນຄືຄ້າຍໆຄືກັບຜາສາດຫີນວັດພູຈຳປາສັກ, ແຕ່ຈະມີລັກສະນະນ້ອຍກວ່າ ເປັນຜາສາດພຽງຫລັງດຽວເທົ່ານັ້ນ ເຊິ່ງພາຍໃນຜາສາດເຮືອນຫີນກໍ່ຈະມີພະພຸດທະຮູບນ້ອຍໃຫຍ່ຈຳນວນໜຶ່ງແຕ່ບໍ່ຫລາຍ ຕັ້ງສະຫງ່າໄວ້ໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນບໍລິເວນນັ້ນໄດ້ເຄົາລົບບູຊາ, ໃນເວລາມີບຸນ ຫລື ງານສຳຄັນຕ່າງໆທາງພຸດທະສາສະໜາ ປະຊາຊົນກໍ່ຈະພາກັນເຕົ້າໂຮມເພື່ອເຮັດບຸນສິນກິນທານຕ່າງໆຕາມທາງພຸດທະສາສະໜາ. ໃນບໍລິເວນອ້ອມຮອບຜາສາດເຮືອນຫີນເຕັມໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ຈຳນວນຫລາຍ ເຊິ່ງພື້ນທີ່ບໍລິເວນດັ່ງກ່າວ ຖືກປົກຄຸມໄປດ້ວຍຕົ້ນໄມ້ນາໆຊະນິດ, ເຮັດໃຫ້ອາກາດຢູ່ເຂດນັ້ນຮົ່ມເຢັນສົດຊື່ນ.

   ຕາມການບອກເລົ່າປາກຕໍ່ປາກວ່າ: ຜາສາດຫີນແຫ່ງນີ້ສ້າງຂຶ້ນ ໃນປີ ຄສ 557 ຫາ 700 ໂດຍຂຸນອັງຄະຣາດ ແລະ ອົມທະຣາດ ສອງອ້າຍນ້ອງນຳພາສ້າງຜາສາດຫີນຂຶ້ນ ໃນສະໄໝອານາຈັກສີໂຄດຕະບູນຈະເລີນຮຸ່ງເຮືອງ ເພື່ອເປັນສະຖານທີ່ເຄົາລົບກາບໄຫວ້ບູຊາໃນສາສະໜາພາມ, ແຮງງານໃນການກໍ່ສ້າງແມ່ນໄດ້ເກນເອົາເຜົ່າຊົນຕ່າງໆ ມາຈາກອານາຈັກໂຍນົກເງິນຍາງ ອາໄສຢູ່ຕາມຖ້ຳຫີນຕ່າງໆ, ສ່ວນຂຸນອັງຄະຣາດຜູ້ນຳພາສ້າງໄດ້ເຈາະອຸມົງຢູ່ກະໂຕພື້ນຜາສາດຫີນ; ກ້ອນຫີນທີ່ນຳມາສ້າງໄດ້ເອົາສິ່ວເຈາະມາຈາກຫລາຍບ່ອນ ເຊິ່ງບ່ອນທີ່ໃຫຍ່ທ່ີສຸດ ແມ່ນຢູ່ເບື້ອງຕາເວັນຕົກຫ່າງຈາກຜາສາດຫີນ ປະມານ 1 ກິໂລແມັດ ເອີ້ນວ່າ: “ວັງເຮືອ” ຍ້ອນວ່າມີຮ່ອງຮອຍທີ່ສິ່ວເຈາະເອົາຫີນນັ້ນ ເຊິ່ງໃນປັດຈຸບັນນີ້ ຍັງມີຮ່ອຍຮອງເປັນລັກສະນະຮູບຄ້າຍຄືເຮືອ, ບາງຈຸດຍັງມີເສດເຫລືອ ຈາກກ້ອນຫີນທີ່ເຈາະອອກມາ ແລະ ຍັງບໍ່ທັນໄດ້ເອົາໄປສ້າງຍາຍຢູ່ເປັນຈຳນວນຫລາຍ. ຜາສາດຫີນໄດ້ຮັບການປະຕິສັງຂອນເປັນ 3 ໄລຍະຄື:ໄລຍະທຳອິດສະໄໝຂອມເຮືອງອຳນາດ, ໄລຍະທີ 2 ສະໄໝເຈົ້າໄຊຍະເສດຖາທິລາດ ແຫ່ງອານາຈັກລາວລ້ານຊ້າງ ເຊີ່ງເປັນສະໄໝທີ່ສາສະໜາພຸດຈະເລີນຮຸ່ງເຮືອງ ແລະ ໄລຍະສຸດທ້າຍສະໄໝອານາຈັກລາວລ້ານຊ້າງເສຍເອກະລາດ. ທຸກໆສ່ວນຂອງຜາສາດຫີນມີຂະໜາດແຕກຕ່າງກັນ ດ້ານທິດຕາເວັນອອກຂອງຜາສາດຫີນມີລານກວ້າງ 21 ແມັດ, ຍາວ 24 ແມັດ, ດ້ານທິດຕາເວັນຕົກ ມີລານກວ້າງ13,20 ແມັດ ແລະ ກວ້າງ 17,50 ແມັດ ທິດເໜືອ ແລະ  ທິດໃຕ້ຍາວ 85 ແມັດ, ສ່ວນບໍລິເວນທີ່ເປັນເຮືອນຍາວ 16,50 ແມັດ. ສະຖານທີ່ດັ່ງກ່າວນັບວ່າເປັນສະຖານທ່ີທ່ອງທ່ຽວທາງປະຫວັດສາດຂອງແຂວງສະຫວັນນະເຂດ ອີກແຫ່ງໜຶ່ງທີ່ຫລາຍໆຄົນຢາກໄປທ່ຽວຊົມຄວາມງາມຂອງຜາສາດຫີນແຫ່ງນີ້, ຖ້າທ່ານໃດຍັງບໍ່ທັງໄດ້ໄປສຳພັດບັນຍາກາດທ່ີເຮືອນຫີນແຫ່ງນີ້ຕ້ອງຫາໂອກາດໄປຈັກຄັ້ງໜຶ່ງໃນຊີວິດ.

   ພ້ອມນັ້ນ, ເມື່ອມໍ່ໆມານີ້ ແຂວງສະຫວັນນະເຂດ ໄດ້ປະກາດຮັບຮອງເອົາຜາສາດເຮືອນຫີນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຢ່າງເປັນທາງການຕິດພັນກັບການເປີດງານບຸນນະມັດສະການພະທາດໂຜ່ນ ທີ່ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂອງແຂວງ, ການນຳຂອງເມືອງເຂົ້າຮ່ວມ.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top