ປະກາດການແຕ່ງຕັ້ງ, ຍົກຍ້າຍ ພະນັກງານນໍາພາຄຸ້ມຄອງ ອອປສ ແລະ ອຍກ

14/02/2025 17:35
Email Print 2189
ຂປລ ຂປລ. ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ ແລະ ຂັ້ນພະແນກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ອົງການໄອຍະການປະຊາຊົນ ພາກກາງ (ອຍກ) ຈັດຂຶ້ນໃນວັນທີ 13 ກຸມພາ 2025 ໂດຍການເປັນປະທານ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ.
 ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ ແລະ ຂັ້ນພະແນກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ອົງການໄອຍະການປະຊາຊົນ ພາກກາງ (ອຍກ) ຈັດຂຶ້ນໃນວັນທີ 13 ກຸມພາ 2025 ໂດຍການເປັນປະທານ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ນາງ ຫວານໃຈ ພະສີວໍລະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ
81/ອອປສ, ລົງວັນທີ 06 ກຸມພາ 2025 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ເພັງຄໍາໃສ ຫົວໜ້າກົມຕິດຕາມກວດກວດ ການດໍາເນີນຄະດີແພ່ງ ໄປເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ພາກກາງ; ຂໍ້ຕົກລົງ ສະບັບເລກທີ 79/ອອປສ, ລົງວັນທີ 06 ກຸມພາ 2025 ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາໄພ ກຸມຄົນພັກດີ ຮອງຫົວໜ້າອົງການໄອຍະການປະຊາຊົນ ພາກໃຕ້ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ພາກກາງ; ຂໍ້ຕົກລົງ ສະບັບເລກທີ 100/ອອປສ, ລົງວັນທີ 06 ກຸມພາ 2025 ແຕ່ງຕັ້ງ ທ່ານ ຄຳມ່ວນ ສີວິໄລ ຮອງຫົວໜ້າກົມຕິດຕາມກວດກາ ການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນສູງສຸດ ເປັນຮັກສາການ ຫົວໜ້າກົມຕິດຕາມກວດກາ ການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນສູງສຸດ ແລະ ຂໍ້ຕົກລົງແຕ່ງຕັ້ງ, ສັບຊ້ອນ ຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈໍານວນໜຶ່ງ.




ໃນໂອກາດດຽວກັນ
, ທ່ານ ບຸນທັນ ບຸນທະວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ໃຫ້ເອົາໃຈໃສ່ເພີ່ມທະວີ ວຽກງານສຶກສາອົບຮົມ ການເມືອງນໍາພາແນວຄິດ, ການປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ກັບສະພາບຕົວຈິງ ຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນ ໝູ່ຄະນະບຸກຄົນຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜນ ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ ແລະ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ຕາມຄາດໝາຍທີ່ວາງໄວ້.




ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

    • ລາວ-ກາຊັກສະຖານ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ກາຊັກສະຖານ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

      9/7/2026 12:40:56 PM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ກາຊຶມ- ໂຈມາດ ໂຕກາຢຽບ (H.E. Mr. Kassym-Jomart Tokayev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ

      9/4/2026 9:21:16 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນຢຶດອໍານາດທົ່ວປະເທດ 23 ສິງຫາ 1945 ຄົບຮອບ 81 ປີ ແລະ 23 ສິງຫາ 1975 ຄົບຮອບ 51 ປີ ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 3 ກັນຍາ 2026 ນີ້,

ads
ads

Top