ເປີດງານວາງສະແດງລົດ 2025 ຢູ່ນະຄອນຫລວງວຽງຈັນ

11/02/2025 21:40
Email Print 385
ຂປລ ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ສ້າງສັນອີເວັນອໍກະໄນເຊີ ໄດ້ຈັດງານວາງສະແດງລົດຍົນ (Motor Fair 2025) ຄັ້ງທີ I ຂຶ້ນໃນວັນທີ 10-16 ກຸມພາ 2025 ທີ່ນາກາມໍ ພາກຊັນ ນະຄອນຫລວງວຽງຈັນ



ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ສ້າງສັນອີເວັນອໍກະໄນເຊີ ໄດ້ຈັດງານວາງສະແດງລົດຍົນ (
Motor Fair 2025) ຄັ້ງທີ I ຂຶ້ນໃນວັນທີ 10-16 ກຸມພາ 2025 ທີ່ນາກາມໍ ພາກຊັນ ນະຄອນຫລວງວຽງຈັນ ໂດຍໄດ້ ຮວບຮວມຄ້າຍລົດ, ປະກັນໄພ, ສິນເຊື່ອ ເກືອບ 20 ບໍລິສັດ ມາເຂົ້!ຮ່ວມໃນງານ, ປະເພດສິນຄ້າທີ່ນຳມາວາງສະແດງ ປະກອບມີ: ລົດໄຟຟ້າ EV, ລົດທີ່ປະຢັດນໍ້າມັນ, ລົດຈັກ ໄຟຟ້າ,  ເຄື່ອງຕົກແຕ່ງລົດ,  ອຸປະກອນເສີມລົດ, ບໍລິສັດປະກັນໄພ, ບໍລິສັດສິນເຊື່ອ, ທະນາຄານ.



ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ອຸດສາຫະກຳລົດ ໄດ້ມີວິວັດທະນາການ ແລະ ພັດທະນາເປັນແຕ່ລະໄລຍະ ຢ່າງບໍ່ຢຸດຢັ້ງ ເພື່ອສາມາດຮອງຮັບຄວາມຕ້ອງການ ຂອງຜູ້ຊົມໃຊ້ລົດ ເຊິ່ງຖືເປັນສິນຄ້າມີມູນຄ່າສູງ, ທັງເປັນສິ່ງຈຳເປັນໃນລະບົບເສດຖະກິດ
, ກິດຈະວັດປະຈໍາວັນ, ການເດີນທາງ. ສະນັ້ນ, ຜູ້ຊົມໃຊ້ ກ່ອນຈະຕັດສິນໃຈຊື້ລົດ ຕ້ອງສຶກສາຂໍ້ມູນໃຫ້ລະອຽດ ເຊິ່ງໃນງານວາງສະແດງຄັ້ງນີ້ ມີການບໍລິການໃຫ້ຄຳປຶກສາ ແລະ ແນະນຳກ່ວກັບລົດ ອີກດ້ວຍ. ນອກ ຈາກວາງສະແດງລົດແລ້ວ,  ຍັງມີການຂາຍສິນຄ້າໂອດັອບ ຂອງລາວ, ມີຫ້ອງວາງສະແດງ ສຳລັບສິນຄ້າທີ່ເປັນທ່າແຮງ. ທັງນີ້, ກໍເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນຂອງລາວ, ປຸກລະດົມໃຫ້ສັງຄົມຫັນມາຊົມໃຊ້ສິນຄ້າລາວໃຫ້ນັບມື້ຫລາຍຂຶ້ນ.



ໂອກາດດຽວກັນ
, ທ່ານ ນາງ ວົງວັນ ບົວແພງ ປະທານ ບໍລິສັດສ້າງສັນອີເວັນ ອໍກະໄນເຊີ ໄດ້ໃຫ້ຮູ້ວ່າ: ງານວາງສະແດງລົດ ຈັດຂື້ນເພື່ອເປັນການສົ່ງເສີມ ແລະ ໂຄສະນາການຂາຍ ໂດຍສະເພາະແມ່ນການນຳໃຊ້ລົດ ທີ່ມີຄວາມທັນສະໄໝ ແທດເໝາະກັບເສດຖະກິດ, ແບບປະຢັດນໍ້າມັນ ແລະ ລະບົບໄຟຟ້າ. ພ້ອມນີ້, ຍັງຮວບຮວມເອົາທຸກພາກສ່ວນ ທີ່ຕິດພັນກັບອຸດສະຫະກຳລົດ ເຂົ້າມາວາງສະແດງ ເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກ ໄດ້ຊົມໃຊ້ແລະ ສຳພັດກັບຮູບແບບໃໝ່.



ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top