ພັກ-ລັດຖະບານ ຍົກສູງບົດບາດສື່ມວນຊົນ ເປັນກະບອກສຽງອັນແຫລມຄົມ ໃນທຸກໄລຍະຂອງການປະຕິວັດ

16/07/2026 12:47
Email Print 1672
ຂປລ  ສື່ມວນຊົນລາວ ແມ່ນ ກຳລັງສຳຄັນໃນວຽກງານເຜີຍແຜ່ ແນວທາງ, ນະໂຍບາຍ ແລະ ກົດ ໝາຍຂອງພັກ ແລະ ລັດຖະບານ ໄປ ສູ່ປະຊາຊົນລາວບັນດາເຜົ່າ ຊຶ ່ງພັກ, ລັດຖະບານ ໄດ້ໃຫ້ຄວາມສຳຄັນ ຕໍ່ການພັດທະນາວຽກງານສື່ມວນ ຊົນ ໂດຍຖືເປັນກະບອກສຽງອັນ ແຫລມຄົມ ໃນການໂຄສະນາ, ສຶກ ສາອົບຮົມ, ປຸກລະດົມ ແລະ ສ້າງ ຄວາມສາມັກຄີທົ່ວປວງຊົນ ດັ່ງຄຳ ຂວັນທີ່ວ່າ: “ສື່່ມວນຊົນ ເປັນຜູ້ທີ່ ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານ ອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ ຍິງຖືກເປົ້າ”

 ທ່ານ ຄຳ ເຮືອງ ຄຳ ປະ ສິດ ຮອງ ຫົວ ໜ້າ ບັນ ນາ ທິ ການ ໃຫຍ່ໜັງ ສື ພິມ ປະ ຊາ ຊົນ ໄດ້ປະກອບຄຳຄິດຄຳເຫັນ ໃນຫົວ ຂໍ້: “ສື່ມວນຊົນ ແມ່ນຜູ້ທີ່ ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານ ອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງ ຖືກເປົ ້າ” ຕໍ່ ກອງ ປະ ຊຸມວຽກ ງານ ສື່ມວນ ຊົນ ທົ່ວ ປະ ເທດ ຄັ້ງ ທີ I ໃນວັນທີ 14 ກໍລະກົດ 2026 ນີ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມ ສໍາຄັນຕໍ່ວຽກງານສື່ມວນຊົນ. ໃນ ພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສື ່ມວນຊົນ ແລະ ການພິມຈໍາ ໜ່າຍ ຄົບຮອບ 70 ປີ ໃນປີ 2020 ຜ່ານມາ, ການນໍາຂັ້ນສູງ ຂອງ ສປປ ລາວ ໄດ້ວາງເປັນຄຳຂວັນທີ ່ມີຄວາມ ໝາຍທາງດ້ານທິດສະດີ ແລະ ພຶດຕິ ກໍາ ວ່າ: “ສື່່ມວນຊົນ ເປັນຜູ້ທີ ່ປາກ ອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະ ດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະ ສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກ ເປົ້າ” ຊຶ່ງສື່ມວນຊົນລາວທຸກຂະ ແໜງການ ໄດ້ຖືເອົາທັດສະນະຊີ້ນຳ ດັ່ງກ່າວ ເປັນເຂັມຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຕົນ ຢ່າງມີຄວາມຮັບຜິດ ຊອບສູງ. ສຳລັບຄວາມໝາຍທີ ່ສະແດງ ອອກແຈ້ງ ເຖິງທັດສະນະຊີ້ນຳຂອງ ຄຳຂວັນ ດັ່ງກ່າວ ຄື: ສື່ມວນຊົນ ເປັນ ຜູ້ທີ່ປາກອອກແສງ: ໝາຍເຖິງການ ນໍາສະເໜີບົດ ແລະ ຂ່າວ ທີ່ຖືກຕ້ອງ, ສ້າງສັນ, ມີຄຸນຄ່າ ແລະ ກໍ່ໃຫ້ເກີດ ປະໂຫຍດ ເປັນແສງເຍືອງທາງ ຊ່ວຍໃຫ້ຄວາມຮູ້, ຄວາມເຂົ້າໃຈ ບັນຫາການເມືອງ, ເສດຖະກິດ, ວັດ ທະນະທໍາ, ສັງຄົມຢ່າງມີຈຸດປະສົງ ແລະ ທັນການ; ສື່ມວນຊົນ ເປັນຜູ້ ຮູ້ແທງເຖິງໃຈ ໝາຍຄວາມວ່າ: ຜະ ລິດຕະພັນສື່ມວນຊົນ ຕ້ອງເປັນອາ ວຸດອັນແຫລມຄົມ ເພື່ອໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ຢ່າງ ກວ້າງ ຂວາງ, ຄົບ ຖ້ວນ, ແທດ ຕົວ ຈິງ, ວ່ອງ ໄວ ທັນ ການ, ຊັດ ເຈນ, ເຂົ້າ ໃຈ ງ່າຍ ແລະ ມີຫລາຍ ຮູບຫລາຍ ສີ ເພື່ອໃຫ້ເຂົ້າເຖິງຈິດໃຈຂອງຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ກໍຄື ປະຊາຊົນບັນດາ ເຜົ່າ ເພື່ອສ້າງຄວາມເປັນເອກະ ພາບ, ເຫັນດີເຫັນພ້ອມ ແລະ ພ້ອມ ກັນຈັດຕັ້ງປະຕິບັດ ຢ່າງຖືກຕ້ອງ ໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຕາມເສັ້ນ ທາງສັງຄົມນິຍົມ; ສື່ມວນຊົນ ເປັນ ຜູ້ສະດຸ້ງໄວເມື່ອໄດ້ອ່ານ: ໝາຍເຖິງ ຄວາມສາມາດໃນການຮັບຮູ້, ຕື່ນ ຕົວ, ຄົ້ນພົບ ແລະ ຕອບສະໜອງ ຢ່າງທັນການ ເມື່ອໄດ້ຮັບຮູ້ຂໍ້ມູນ ຂ່າວສານ, ຮັບຮູ້ບັນດາເຫດການ, ບັນຫາ, ປະກົດການ ຫລື ຄວາມຜິດ ປົກກະຕິ ທີ່ເກີດຂຶ້ນໃນສັງຄົມ ເພື່ອ ນໍາສະເໜີບົດ, ຂ່າວຢ່າງຖືກຕ້ອງ, ວ່ອງໄວ ແລະ ທັນກັບສະພາບການ; ສື່ມວນຊົນ ເປັນຜູ້ທີ່ກ້າຜ່ານອຸປະ ສັກ: ໝາຍເຖິງຄວາມກ້າຫານ, ຄວາມເສຍສະລະ ແລະ ອົດທົນຕໍ່ ຄວາມຫຍຸ້ງຍາກ, ຄວາມກົດດັນ, ໄພ ອັນຕະລາຍ ແລະ ອຸປະສັກຕ່າງໆ; ສື່ມວນຊົນ ເປັນຜູ້ທີ່ຮັກຄວາມຈິງ ໝາຍຄວາມວ່າ: ຜູ ້ທີ ່ເຮັດວຽກສື່ ມວນຊົນ ຕ້ອງເປັນຜູ້ທີ່ເວົ້າຄວາມ ຈິງ, ຂຽນລັກສະນະຕົວຈິງ ແລະ ຕິດແທດກັບຄວາມຈິງ; ສື່ມວນຊົນ ເປັນຜູ້ທີ່ຍິງຖືກເປົ້າ: ໝາຍເຖິງການ ນໍາສະເໜີ ຂ່າວ-ບົດ ເພື່ອສ່ອງແສງ ເຫດການ, ບັນຫາຕ່າງໆ ຕ້ອງສ່ອງ ແສງດ້ວຍຄວາມເປັນຈິງ, ຖືກປະ ເດັນ ແລະ ໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານຕ່າງໆ ຢ່າງຖືກເປົ້າ ເພື່ອ ນໍາໄປສູ່ການປ່ຽນແປງ ຫລື ການມີ ສ່ວນຮ່ວມ ແກ້ໄຂບັນຫາໃນສັງຄົມ ຢ່າງແທ້ຈິງ. ຢ່າງໃດກໍຕາມ ຖັນແຖວສື່ມວນ ຊົນ ຈະຕ້ອງໄດ້ຕັ້ງໜ້າປັບ ປຸງຕົນ ເອງ, ພິສູດຕົນເອງ ເພື່ອເຮັດໃຫ້ ທັດສະນະຊີ້ນຳ ໄດ້ປະກົດຜົນເປັນ ຈິງ ໂດຍສຸມໃສ່ເພີ ່ມທະວີການນໍາ ພາ-ຊີ້ນໍາ ຂອງພັກ ໂດຍກົງຮອບ ດ້ານຕໍ່ວຽກງານສື່ມວນຊົນ, ຕັ້ງ ໜ້າປະຕິບັດລະບຽບກົດໝາຍຂອງ ລັດ ແລະ ຈັນຍາບັນສື່ມວນຊົນ ເພື່ອ ດຳເນີນພາລະກິດການເມືອງຂອງ ພັກ-ລັດ ແລະ ຢຶດຖືປະຊາຊົນເປັນ ກົກ, ເປັນໃຈກາງ ຈະຊ່ວຍໃຫ້ສື່ມວນ ຊົນ ສາມາດເຮັດໜ້າທີ່ “ຜູ້ປາກ ອອກແສງ” ໄດ້ຢ່າງແທ້ຈິງ ເພື່ອ ເຮັດໃຫ້ “ແສງສະຫວ່າງແຫ່ງ ຄວາມເປັນຈິງ, ແຫ່ງປັນຍາຄວາມ ຮູ້ ເຍືອງທາງກ້າວເດີນສູ່ຄວາມ ສີວິໄລ”. ພ້ອມນີ້ ສື່ມວນຊົນ ຕ້ອງ ສຸມໃສ່ສ້າງຜະລິດຕະພັນທີ່ “ຄົມ ແຫລມ” “ແທງເຖິງໃຈ” ຜູ້ອ່ານ, ຜູ້ ຟັງ ແລະ ຜູ້ຊົມ ກໍຄືປະຊາຊົນ, ຕ້ອງ ໃກ້ຊິດກັບປະຊາຊົນ, ເຂົ້າໃຈຊີວິດ ຕົວຈິງຂອງປະຊາຊົນ ແລະ ສ່ອງ ແສງຄວາມຈິງ ຢ່າງຖືກຕ້ອງ ເພື່ອ ສ້າງຄວາມໜ້າເຊື່ອຖື, ດຶງດູດຜູ້ຕິດ ຕາມ ແລະ ປະຕິບັດໜ້າທີ່ ເປັນສາຍ ໃຍຜູກພັນ ລະຫວ່າງ ມະຫາຊົນ ກັບ ພັກ-ລັດ ໄດ້ຢ່າງມີປະສິດທິຜົນ; ສື່ ມວນຊົນ ຕ້ອງສືບຕໍ່ຍຶດໝັ້ນໃນຫລັກ ການແຫ່ງຄວາມວ່ອງໄວ ແລະ ຄວາມຖືກຕ້ອງ, ຕ້ອງກໍາແໜ້ນ ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ ແລະ ກໍາໄດ້ ສະພາບການຕົວຈິງ ເພື່ອຄົ ້ນຄວ້າ ເຫັນບັນຫາ ຈຶ່ງຈະ “ສະດຸ້ງໄວ” ແລະ ສາມາດວາງແຜນການຂຽນ ບົດ-ຂຽນຂ່າວ ເພື່ອຊີ້ແຈງອະທິ ບາຍບັນຫານັ້ນໆຢ່າງທັນການ; ສ້າງຄວາມກ້າຫານໃຫ້ສື່ມວນຊົນ “ກ້າຜ່ານຜ່າອຸປະສັກ”, ຂໍ້ຫຍຸ ້ງ ຍາກ ແລະ ຄວາມຢ້ານກົວ ທີ່ອາດ ຈະຖືກກົດດັນ ເມື່ອສະເໜີຂໍ້ມູນ ຂ່າວສານ ທີ່ກະທົບຕໍ່ບຸກ ຄົນ, ອົງ ການ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ການບໍາລຸງສ້າງບຸກຄະລາກອນ ຜູ້ເຮັດວຽກງານສື່ມວນຊົນ ໃຫ້ມີ ຫລັກໝັ້ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈໍາແນກ ໄດ້ມິດ ແລະ ສັດຕູ ຈະຊ່ວຍໃຫ້ສື ່ ມວນຊົນ ມີຄວາມກ້າຫານທາງ ວິຊາຊີບ, ມີຈັນຍາບັນ, ມີຄວາມຮັບ ຜິດຊອບ ແລະ ມີຈິດໃຈເສຍສະລະ, ມີ ຄວາມອົດທົນບາກ ບັ່ນ ບຸກ ບືນ; ສ້າງຄວາມເຂັ້ມແຂງ ແລະ ສ້າງ ຄວາມເຂົ້າໃຈໃຫ້ສື່ມວນຊົນທຸກ ພາກສ່ວນຢ່າງຈະແຈ້ງວ່າ: ການ ສ່ອງແສງຄວາມເປັນຈິງ ທີ່ບໍ່ແມ່ນ ການເປີດເຜີຍຄວາມລັບຂອງຊາດ, ເຜີຍແຜ່ຄວາມຈິງ, ມີຫລັກຖານ ແລະ ມີຈຸດປະສົງສ້າງສັນ ເປັນການ ຊ່ວຍໃຫ້ ພັກ-ລັດ ເຫັນບັນຫາ ເພື່ອ ແກ້ໄຂໄດ້ທັນເວລາ; ສື່ມວນຊົນ ຕ້ອງເອົາໃຈໃສ່ ສຶກສາຈິດຕະສາດ, ພຶດຕິກໍາ ແລະ ຄວາມຕ້ອງການ ຂອງແຕ່ລະກຸ່ມເປົ້າໝາຍ ເພື ່ອວາງ ແຜນຂຽນບົດ-ຂຽນຂ່າວ ໃຫ້ມີເນື ້ອ ໃນຄົບ ຖ້ວນ, ນຳໃຊ້ສັບພາສາ ຫລື ສຳນວນທີ່ສອດຄ່ອງ ແລະ ເຜີຍແຜ່ ທີ່ເໝາະສົມ ຈຶ່ງສາມາດ “ຍິງຖືກ ເປົ້າ”, ເຮັດໃຫ້ການໂຄສະນາເຜີຍ ແຜ່ຂໍ ້ມູນຂ່າວສານ ໄດ້ຢ່າງຖືກຕ້ອງ, ສ້າງຄວາມເຂົ້າໃຈ, ມີການຍອມຮັບ ແລະ ການປ່ຽນແປງພຶດຕິກໍາຂອງ ສັງຄົມ ໄດ້ຢ່າງມີປະສິດທິຜົນ. ຂ່າວ: ທະນູທອງ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທວັດທະນະທຳ-ສັງຄົມ

      ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

      8/12/2026 10:54:54 AM

      ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ads
ads

Top