ຮອງປະທານ ສນຊ ທັດສະນະສຶກສາ ຢູ່ສາລາກະວີບ້ານນາ ງົວ ແລະ ກວຽນ

10/02/2025 16:45
Email Print 418
ຂປລ ຂປລ. ໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນເກີດ ທ່ານ ປະທານ ໄກສອນ ພົນວິຫານ ຄົບຮອບ 105 ປີ ​ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ທັງ​ເປັນການ​ສ້າງ​ຂະ​ບວນການ​ຕ້ອນຮັບ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ



ຂປລ. ໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນ
3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນເກີດ ທ່ານ ປະທານ ໄກສອນ ພົນວິຫານ ຄົບຮອບ 105 ປີ ​ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ທັງ​ເປັນການ​ສ້າງ​ຂະ​ບວນການ​ຕ້ອນຮັບ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 13 ສິງຫາ 2025) ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ນໍາພາກົມໂຄສະນາ ສູນກາງແນວລາວສ້າງຊາດ ໄປທັດສະນະສຶກສາ ຢູ່ທີ່ ສາລາກະວີ ບ້ານນາ ງົວ ແລະ ກວຽນ ຢູ່ບ້ານໝາກໜາວໃຕ້ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ທອງໃບ ໂພທິສານ ກຳມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານ ຂົນຂວາຍປະຊາຊົນ ສູນກາງແນວລາວສ້າງຊາດ, ປະທານສະມາຄົມນັກປະພັນລາວ ແລະ ເປັນເຈົ້າຂອງສາລາກະວີບ້ານນາ ງົວ ແລະ ກວຽນ ​ແລະ ​ໄດ້​ເລາະຊົມການວາງສະແດງຮູບພາບ, ປຶ້ມປະເພດຕ່າງໆ ຂອງສາລາກະ ວີບ້ານນາ ງົວ ແລະ ກວຽນ.




ທ່ານ ທອງໃບ ໂພທິສານ ​ໄດ້​ໃຫ້​ຮູ້​ວ່າ
ສາລາກະວີບ້ານນາ ງົວ ແລະ ກວຽນແມ່ນໄດ້ໃສ່ຕາມບົດປະພັນວັນນະຄະດີ ບົດກະວີທີ່ທ່ານໄດ້ຮັບລັງວັນ ວັນນະກຳສ້າງສັນດີເດັ່ນ ງົວ ແລະ ກວຽນຫລື  ຊີໄຣ (SEA.Write) ເຊິ່ງບົດກະວີດັ່ງກ່າວ ໄດ້ສ່ອງແສງເຖີງວິຖີການ ດຳລົງຊີວິດແບບຊົນນະບົດ, ແບບຊາວໄຮ່-ນາ, ການປູກ-ການລ້ຽງ ແລະ ການຕໍ່າຫູດ-ທໍໄໝ ໃນເມື່ອກ່ອນ; ການສ້າງ ສາລາກະວີບ້ານນາ ງົວ ແລະ ກວຽນແມ່ນເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນ 4 ການເສີມສ້າງຂອງວຽກງານແນວລາວສ້າງຊາດ. ດັ່ງນັ້ນ, ປີ 2021 ຈຶ່ງໄດ້ເລີ່ມສ້າງສາລາກະວີບ້ານນາ ງົວ ແລະ ກວຽນ ຮອດເດືອນພະຈິກ ປີ 2024 ຈຶ່ງສຳເລັດ ແລະ ເປີດໃຊ້ເປັນທາງການ ​ໂດຍໄດ້ເກັບກຳ, ທ້ອນໂຮມເອົາບັນດາຜົນງານບົດປະເພດຕ່າງ, ຮູບພາບ ແລະ ປະຫວັດການເຄື່ອນໄຫວ ຂອງນັກປະພັນ-ນັກກະວີ ທີ່ມີຊື່ສຽງຂອງ ສປປ ລາວ ມາຮວມກັນຢູ່ສາລາແຫ່ງນີ້ ໄວ້ເປັນທີ່ລະນຶກ. ນອກຈາກນັ້ນ, ຍັງມີການວາງສະແດງຮູບພາບ ວິຖີການດຳລົງວິຖີຊີວິດ ຂອງປະຊາຊົນລາວ ບັນດາເຜົ່າໃນເມື່ອກ່ອນ ທີ່ຫາເບິ່ງໄດ້ຍາກ​ໃນ​ປັດຈຸບັນ ເນື່ອງຈາກວິຖີຊິດວີໃນປັດຈຸບັນ ຂອງປະເທດເຮົາໄດ້ມີການພັດທະນາ ແລະ ໄດ້ປ່ຽນໄປຕາມການເວລາ. ພ້ອມ​ນີ້, ຍັງ​ເປັນ​ບ່ອນບ່ອນສຶກສາ ຮ່ຳຮຽນຂອງນັກຂີດ-ຂຽນ, ນັກສຶກສາ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈຢາກ ມາສຶກສາຄົ້ນຄວ້າ; ເປັນບ່ອນເຕົ້າໂຮມບັນດາ ທ່ານນັກປະພັນ-ນັກກະວີມາພົບປະສ້າງສັນ ແລກປ່ຽນບົດຮຽນປະສົບການ ເຊິ່ງກັນ ແລະ ກັນ.




ທ່ານ ທອງໃບ ໂພທິສານ ຍັງໃຫ້ຮູ້ອີກ​ວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ເປີດເປັນປົກກະຕິ
, ໂຄສະນາໃຫ້ສັງຄົມຮັບຮູ້ກວ້າງຂວາງກວ່າເກົ່າ, ສືບຕໍ່ຈັດຝຶກອົບຮົມຍົກລະດັບ ການຂີດຂຽນບົດປະເພດຕ່າງໆ, ພ້ອມທັງມີການແຂ່ງຂັນຂຽນ ໃຫ້ຊາວໜຸ່ມເຍົາວະຊົນ ແລະ ສືບຕໍ່ປັບປຸງຫ້ອງວາງສະແດງປຶ້ມປະເພດຕ່າງໆ ໃຫ້ມີຄວາມທັນສະໄໝ, ເປັນລະບຽບ ແລະ ງົດງາມກວ່າເກົ່າ.

ໃນປີ 2025 ນີ້, ເປັນວັນສະເຫລີມສະຫລອງ 3 ວັນປະຫວັດສາດ ແລະ ວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ, ໃນນາມເປັນກຳມະການສູນກາງແນວລາວສ້າງຊາດ ແລະ ປະທານສະມາ ຄົມນັກປະພັນລາວ ຈະສືບຕໍ່ປະກອບສ່ວນສ້າງຂະບວນການ ເປັນຕົ້ນ ສ້າງຂະບວນການແຂ່ງຂັນຂຽນບົດ, ຂຽນກະວີປະເພດຕ່າງໆ ຕາມທີ່ຕົນເອງໄດ້ຮັບການມອບໝາຍ ໃຫ້ມີຂະບວນການຟົດຟື້ນ.

ຂ່າວ: ເຢ

ພາບ: ໄຊວ່າງ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top