ປາແລັດສະຕິນ ມີນັກຮຽນຫລາຍກວ່າ 7,2 ແສນຄົນ ບໍ່ມີໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ

17/09/2026 10:13
ຂປລ ທ່ານ ອຳຈາດ ບາຮຳ ລັດຖະມົນຕີ ກະຊວງ ສຶກສາທິການ ຂອງ ປາແລັດສະຕິນ ກ່າວໃນເວລາ ເຂົ້າຮ່ວມ ກອງປະຊຸມ ກ່ຽວ ກັບເດັກນ້ອຍ ຊາວປາແລັດສະຕິນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງຕູນິດ ປະເທດຕູຍນິຊີ ໂດຍແມ່ນ ອົງການສຶກສາ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ອຳຈາດ ບາຮຳ ລັດຖະມົນຕີ ກະຊວງ ສຶກສາທິການ ຂອງ ປາແລັດສະຕິນ ກ່າວໃນເວລາ ເຂົ້າຮ່ວມ ກອງປະຊຸມ ກ່ຽວ ກັບເດັກນ້ອຍ ຊາວປາແລັດສະຕິນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງຕູນິດ ປະເທດຕູຍນິຊີ ໂດຍແມ່ນ ອົງການສຶກສາ, ວັດທະນະທຳ ແລະ ວິທະຍາສາດ ແຫ່ງສັນນິບາດອາຣັບ (ALECSO) ວ່າ ມີນັກຮຽນ ຊາວປາແລັດສະຕິນ ບໍ່ມີໂອກາດ ເຂົ້າເຖິງ ການສຶກສາ ຂັ້ນພື້ນຖານ ຫລາຍກວ່າ 720.000 ຄົນ.

ໃນຂະນະດຽວກັນ, ອາຄານຮຽນ ຫລາຍກວ່າ 90% ແລະ ມະຫາວິທະຍາໄລ 82% ໃນເຂດສະນວນກາຊາ ໄດ້ຖືກທຳລາຍ ເນື່ອງຈາກ ການໂຈມຕີ ທາງອາກາດ ຂອງ ອິດສະຣາແອນ.

ນອກຈາກນັ້ນ, ທ່ານ ອຳຈາດ ບາຮຳ ຍັງໄດ້ເນັ້ນໜັກເຖິງ ວິກິດການ ດ້ານການສຶກສາ ຢ່າງຮຸນແຮງ ທີ່ເດັກນ້ອຍ ຊາວປາແລັດສະຕິນ ພວມຜະເຊີນໜ້າ, ໂດຍສະເພາະ ໃນເຂດສະນວນກາຊາ ພ້ອມກັນນັ້ນ ຍັງປະນາມ ການມຸ່ງເປົ້າໂຈມຕີ ໂຄງລ່າງດ້ານການສຶກສາ ຢ່າງເປັນລະບົບ ແລະ ດ່ານກວດທະຫານ ຂອງ ອິດສະຣາແອນ ຫລາຍພັນແຫ່ງ ທີ່ຍັງຄົງຈຳກັດ ການເດີນທາງ ຂອງ ນັກຮຽນ-ນັກສຶກສາ./

KPL

ຂ່າວອື່ນໆ

ads
ads

Top