ອົດສະຕຣາລີ ເລັ່ງວາງລະບົບເຕືອນໄພປ້ອງການເອໄອ

17/09/2026 10:13
ຂປລ ທ່ານ ອາບິເກນ ແບຣດຊໍ (Abigail Bradshaw) ຜູ້ອຳນວຍການ ສຳນັກງານ ກິດຈະການ ສັນຍານ ແຫ່ງອົດສະຕຣາລີ ລະບຸວ່າ: ອົດສະຕຣາລີ ຈຳເປັນຕ້ອງມີ ລະບົບເຕືອນໄພ ລ່ວງໜ້າ ສຳລັບ ໄພຂົ່ມຂູ່ ຈາກ ປັນຍາປະດິດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ອາບິເກນ ແບຣດຊໍ (Abigail Bradshaw) ຜູ້ອຳນວຍການ ສຳນັກງານ ກິດຈະການ ສັນຍານ ແຫ່ງອົດສະຕຣາລີ ລະບຸວ່າ:  ອົດສະຕຣາລີ ຈຳເປັນຕ້ອງມີ ລະບົບເຕືອນໄພ ລ່ວງໜ້າ ສຳລັບ ໄພຂົ່ມຂູ່ ຈາກ ປັນຍາປະດິດ (AI) ເນື່ອງຈາກ ເອໄອ ອາດຈະຖືກນຳໃຊ້ ເປັນເຄື່ອງມື ໃນການໂຈມຕີ ໂດຍອາໄສ ຈັງຫວະ ຈາກເຕັກໂນໂລຊີ ລຸ້ນເກົ່າ ທີ່ ໜ່ວຍງານ ພາກລັດ ແລະ ພາກທຸລະກິດ ຍັງດຳເນີນງານ.

ທ່ານ ອາບິເກນ ແບຣດຊໍ ກ່າວ ໃນລະຫວ່າງ ກອງປະຊຸມສຸດຍອດ ຢູ່ນະຄອນຫລວງ ແຄັນເບຣາ ວ່າ: ບັນດາອົງກອນຕ່າງໆ ຄວນໃຊ້ ເອໄອ ເປັນເຄື່ອງມື ໃນການປ້ອງກັນ ໃນຂະນະທີ່ ໜ່ວຍງານ ຂ່າວລັບ ແລະ ຄວາມໝັ້ນຄົງ ຄວນຮ່ວມມື ກັບ ບໍລິສັດ ເອໄອ ເພື່ອປະເມີນຄວາມສ່ຽງລ່ວງໜ້າ. ນອກຈາກນັ້ນ, ທ່ານ ດາລິໂອ ອາໂມເດອີ (Dario Amodei) ຫົວໜ້າ ບໍລິສັດ ແອນໂທຣປິກ (Anthropic) ຍັງຮຽກຮ້ອງ ໃຫ້ພາກອຸດສາຫະກຳ ທີ່ຢຸດຈຶ້ງການພັດທະນາ ປັນຍາ ປະດິດ ພ້ອມທັງ ສະເໜີໃຫ້ ຜູ້ປະເມີນອິດສະຫລະ ກວດສອບວ່າ ຮູບແບບຕ່າງໆ ໃນການປະຕິບັດຕາມມາດຕະການ ດ້ານຄວາມປອດໄພແລ້ວບໍ່./

KPL

ຂ່າວອື່ນໆ

ads
ads

Top