ເຂດເສດຖະກິດພິເສດ ຢູ່ ນວ ສ້າງວຽກ ເຮັດງານທຳ ໃຫ້ປະຊາຊົນ 9.500 ກວ່າຄົນ

28/01/2025 08:26
Email Print 8470
ຂປລ ຂປລ. ນະຄອນຫລວງວຽງຈັນ (ນວ) ມີເຂດເສດຖະກິດພິເສດ ທັງໝົດ 5 ເຂດຄື: ເຂດພັດ ທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດບຶງທາດຫລວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ



ຂປລ. ນະຄອນຫລວງວຽງຈັນ (ນວ) ມີເຂດເສດຖະກິດພິເສດ ທັງໝົດ
5 ເຂດຄື: ເຂດພັດ ທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດບຶງທາດຫລວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ ສາມາດດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 276 ບໍລິສັດ, ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ໄດ້ທັງໝົດ 9.546 ຄົນ. ໃນນັ້ນແຮງງານລາວ 6.603 ຄົນ, ແຮງງານຕ່າງປະເທດ 2.971 ຄົນ.

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ​ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ເຂດເສດຖະກິດພິເສດ ຢູ່ນະຄອນຫລວງວຽງຈັນ ມີທັງໝົດ 5 ເຂດ ມີເນື້ອທີ່ທັງໝົດ ຕາມສັນຍາສຳປະທານ 2.360 ເຮັກຕາ, ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 276 ບໍລິສັດ (ຕ່າງປະທດ 211 ບໍລິສັດ, ພາຍໃນ 43 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 22 ບໍລິສັດ), ມີແຮງງານທັງໝົດ 9.546 ຄົນ. ໃນນັ້ນ, ແຮງງານລາວ 6.603 ຄົນ, ແຮງງານຕ່າງປະເທດ 2.971 ຄົນ ເຊິ່ງຜະລິດຕະພັນສິນຄ້າ ທີ່ບັນດາໂຮງງານ ພາຍໃນເຂດຜະລິດ ປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຜະລິດຕະພັນຢາ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ, ຫົວອາຫານສັດ, ນ້ຳມັນເຊື້ອໄຟ, ຜະລິດຕະພັນອາຫານສຳເລັດ ຮູບ-ເຄື່ອງດື່ມ ແລະ ອື່ນໆ.

ສະເພາະ ເຂດພັດທະນາກວມລວມໄຊເຊດຖາ ແມ່ນພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະກຳທັນສະໄໝ, ເຂດການຄ້າ-ການບໍລິການ ແລະ ການຂົນສົ່ງ LOGISTIC, ເຂດດັ່ງກ່າວ, ສ້າງຂຶ້ນໃນປີ 2010 ບົນພື້ນຖານຂອງການປະຕິບັດ ຕາມຂອບສັນຍາວ່າດ້ວຍ ການຮ່ວມທຶນ ລະຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສປ ຈີນ. ພ້ອມນີ້, ຍັງໄດ້ກໍານົດເອົາເຂດພັດທະນາ ກວມລວມໄຊເຊດຖາ ເປັນເຂດຮ່ວມມືລະຫວ່າງ 2 ລັດຖະບານ ລາວ-ຈີນ ໂດຍມອບໃຫ້ອໍານາດການປົກຄອງ ນະຄອນຫລວງວຽງຈັນ ເປັນຕົວແທນລັດຖະບານ ສປປ ລາວ ຖືຫຸ້ນ 25% ແລະ ບໍລິສັດລົງທຶນ ຕ່າງປະເທດ ແຂວງຢຸນນານ, ສປ ຈີນ ຖືຮຸ້ນ 75% ຮ່ວມກັນພັດທະນາ.  ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນ, ສາມາດດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະທດ 128 ບໍລິສັດ, ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ), ມີທຶນທັງໝົດ 2,8 ຕື້ກວ່າໂດລາສະຫະລັດ, ມີທຶນຈົດທະບຽນ 595 ລ້ານກວ່າໂດລາສະຫະ ລັດ ແລະ ມີການລົງທຶນຕົວຈິງໄປແລ້ວ 2,3 ຕື້ກວ່າໂດລາສະຫະລັດ, ສາມາດປະຕິບັດພັນທະເຂົ້າງົບປະມານ ຂອງລັດໄດ້ 262 ຕື້ກວ່າກີບ, ການນຳເຂົ້າສິນຄ້າມີມູນຄ່າ 4,2 ຕື້ກວ່າໂດລາສະຫະລັດ ແລະ ສົ່ງອອກສິນຄ້າມີມູນຄ່າ 599 ລ້ານກວ່າໂດ ລາສະຫະລັດ.

ສະເພາະປີ 2024 ມີບໍລິສັດສ້າງຕັ້ງໃໝ່ 25 ບໍລິສັດ. ໃນນັ້ນ, ຕ່າງປະເທດ 18 ບໍລິສັດ, ພາຍໃນ 5 ບໍລິສັດ ແລະ ພາຍໃນ+ຕ່າງປະເທດ 2 ບໍລິສັດ, ມີທຶນທັງໝົດ 309 ລ້ານກວ່າໂດລາສະຫະລັດ ແລະ ທຶນຈົດ ທະບຽນ 152 ລ້ານກວ່າໂດລາສະຫະລັດ, ມີມູນຄ່າການລົງທຶນຕົວຈິງ 72 ລ້ານກວ່າໂດລາສະຫະລັດ; ປະຕິບັດພັນທະອາກອນເຂົ້າງົບປະມານລັດໄດ້ 58 ຕື້ກວ່າກີບ; ນໍາເຂົ້າສິນຄ້າມູນຄ່າ 402 ລ້ານກວ່າໂດລາ ສະຫະລັດ ແລະ ສົ່ງອອກສິນຄ້າມູນຄ່າ 245 ລ້ານກວ່າໂດລາສະຫະລັດ, ມີແຮງງານທັງໝົດ 7.520 ຄົນ. ໃນນັ້ນ, ຄົນລາວ 4.721 ຄົນ ແລະ ຕ່າງປະເທດ 2.827 ຄົນ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ແສງຈັນ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top