ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

20/01/2025 13:46
Email Print 298
ຂປລ ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.



ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ
2025 ໃນຫົວຂໍ້ ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.




ໃນປະເທດຈີນ
, ບຸນກຸດຈີນ ແມ່ນສັນຍາລັກແຫ່ງການເລິ່ມຕົ້ນປີໃໝ່ ເຊິ່ງຈະເລີ່ມຕົ້ນໃນວັນທີ 1 ເດືອນ 1 ຕາມປະຕິທິນຈີນ. ໄລຍະກ່ອນ ແລະ ຫລັງບຸນກຸດຈີນ ຜູ້ຄົນຈະປະຕິບັດກິດຈະກໍາທາງສັງຄົມຕ່າງໆ ເພື່ອເປັນການບອກລາປີເກົ່າຕ້ອນຮັບປີໃໝ່ ແລະ ການອະທິຖານຂໍພອນໂຊກລາບ, ຄົນໃນຄອບຄົວເຕົ້າໂຮມ ກັນສະຫລອງ, ເສີມຂະຫຍາຍຄວາມສາມັກຄີໃນສັງຄົມ, ຂະບວນການດັ່ງກ່າວຖືກເອີ້ນວ່າ ການສະເຫລີມສະຫລອງປີໃໝ່”. ອີງຕາມການຂະຫຍາຍຂອບເຂດ ການເຜີຍແຜ່ສູ່ຕ່າງປະເທດ, ບຸນກຸດຈີນ ກາຍເປັນສັນຍາລັກແຫ່ງວັດທະນະທໍາຈີນ ທີ່ທົ່ວໂລກໃຫ້ການຍອມຮັບ, ເຫັນພ້ອມ ແລະ ຊື່ນຊົມ.




ທ່ານ ວັນສີ ກົວມົວ
ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ເປັນການນຳເອົາວັດທະນະທຳ ອັນອຸດົມສົມບູນ ແລະ ເປັນເອກະລັກຂອງແຂວງຫູເປີຍ ມາສູ່ສາຍຕາຂອງປະຊາຊົນລາວ ໂດຍສະເພາະແມ່ນ ການສະແດງສິລະປະ, ດົນຕີ, ການວາງສະແດງມໍລະດົກ ວັດທະນະທຳນາມມະທຳ, ອາຫານພື້ນເມືອງ ແລະ ຜົນງານຮູບແຕ້ມ ລ້ວນແຕ່ສະທ້ອນ ໃຫ້ເຫັນເຖິງມູນເຊື້ອ ວັດທະນະທຳອັນເກົ່າແກ່ ແລະ ມີຊີວິດຊີວາຂອງແຂວງຫູເປີຍ. ກິດຈະກຳຄັ້ງນີ້, ບໍ່ພຽງແຕ່ເປັນການແລກປ່ຽນ ວັດທະນະທຳເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນເຖິງ ສາຍພົວພັນອັນແໜ້ນແຟ້ນ ພາຍໃຕ້ກອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງທີ່ນັບມື້ນັບມີຜົນ ສຳເລັດຢ່າງເປັນຮູບປະທຳ.




ໃນຂອບ
ໜຶ່ງແລວ ໜຶ່ງເສັ້ນທາງໂຄງການທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການເຊື່ອມຈອດ ຍຸດທະສາດລະຫວ່າງສອງປະເທດ ໄດ້ກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ ຂອງປະຊາຊົນ ແລະ ເສັ້ນທາງແຫ່ງມິດຕະພາບ ທີ່ນັບມື້ນັບໃກ້ຊິດຍິ່ງຂຶ້ນ. ທ່ານຮອງລັດຖະມົນຕີ ຍັງໄອ້ສະແດງຄວາມ ເຊື່ອໝັ້ນວ່າກິດຈະກຳຄັ້ງນີ້, ຈະເປັນຂົວຕໍ່ໃນການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ, ເພີ່ມພູນຄວາມເຂົ້າອົກເຂົ້າໃຈ, ຄວາມຮັກແພງລະຫວ່າງປະຊາຊົນສອງຊາດ, ທັງເປັນການສົ່ງເສີມການທ່ອງທ່ຽວ ແລະ ການຮ່ວມມືໃນດ້ານຕ່າງໆລະຫວ່າງລາວ ແລະ ແຂວງຫູເປີຍໃນອະນາຄົດ, ດັ່ງຄຳສຸພາສິດລາວທີ່ວ່າ "ຮັກແພງກັນ ຄືເຂົ້າໜຽວຕິດກະຕິບເຂົ້າ.




ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top