ຍອດຜູ້ເສຍຊີວິດ ຈາກເຫລົ້າເຖື່ອນ ໃນຕວັກກີ ເພີ່ມຂຶ້ນເປັນ 34 ຄົນ

16/01/2025 16:30
Email Print 856
ຂປລ ຍອດຜູ້ເສຍຊີວິດ ຈາກ ການດື່ມແອລກໍຮໍລ ປົນເປື້ອນ ໃນເມືອງອິສຕັນບູລ ເພີ່ມຂຶ້ນເປັນ 34 ຄົນ ແລະ ຄົນເຈັບ ອາການໜັກ 30 ຄົນ ພວມເຂົ້າຮັບການ ປິ່ນປົວຢູ່ ໂຮງໝໍ ເນື່ອງຈາກ ພາວະເປັນພິດ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລຍງານ ​ຈາກ​ເມືອງ ອີສຕັນ​ບູລ ປະ​ເທດ ຕວັກ​ກີ ​ເມື່ອວັນ​ທີ 16 ມັງກອນ 2025, ທາງ​ການ​ ຕວັກ​ກີ ລະບຸ​ວ່າ: ຍອດ​ຜູ້​ເສຍ​ຊີວິດ ຈາກ ​ການ​ດື່ມແອ​ລກໍ​ຮໍ​ລ ປົນ​ເປື້ອນ​ ໃນ​ເມືອງ​ອິສຕັນ​ບູລ ​ເພີ່ມ​ຂຶ້ນ​ເປັນ 34 ຄົນ ​ແລະ ​ຄົນເຈັບ ​ອາ​ການໜັກ 30 ຄົນ ​ພວມເຂົ້າ​ຮັບ​ການ ​ປິ່ນປົວ​ຢູ່ ​ໂຮງໝໍ ​ເນື່ອງ​ຈາກ​ ພາວະ​ເປັນ​ພິດ. ຕົວ​ເລກ​ ດັ່ງກ່າວ ​ເພີ່ມ​ຂຶ້ນ ຈາກ​ ຍອດ​ຜູ້​​ເສຍ​ຊີວິດ ກ່ອນ​ໜ້າ​ນີ້ 19 ຄົນ ​ໃນ​ເມືອງ ອີສຕັນ​ບູລ ນັບ​ຕັ້ງ​ແຕ່ ວັນ​ທີ 1 ມັງກອນ 2025 ຜ່ານມາ.

​ເມື່ອອາທິດ​ ຜ່ານ​ມາ ທາງ​ການ ​ເມືອງອິສຕັນ​ບູລ ສາມາດ​ ຢຶດ​ເຫລົ້າ​ປອມ​ໄດ້ 29 ​ໂຕນ ​ແລະ ສັ່ງ​ປິດ​ທຸລະ​ກິດ 64 ​ແຫ່ງ ທີ່​ ຈຳໜ່າຍ​ເຄື່ອງ​ດື່ມ​ ແອ​ລກໍ​ຮໍ ປົ​ນ​ເປື້ອນ ຫລື ຜິດກົດໝາຍ. ສ່ວນ​ເຈົ້າ​ໜ້າທີ່​ ກ່ຽວຂ້ອງ ພວມ​ເລັ່ງສືບສວນ​ ສອບ​ສວນ ສາ​ເຫດ​ ດັ່ງກ່າວ ​ເພື່ອ​ດຳ​ເນີນ​ຄະດີ ຕາມ​ກົດໝາຍ./

KPL

ຂ່າວອື່ນໆ

ads
ads

Top