ເປີດບຸນມະໂຫລານປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ ຄັ້ງທີ V

20/12/2024 14:00
Email Print 679
ຂປລ ຂປລ. ບຸນມະໂຫລານປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ ຄັ້ງທີ V ຈັດຂຶ້ນໃນວັນທີ 19 ທັນວາ 2024 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າຊັ້ນ 2) ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທັງເປັນຄະນະກໍາມະການຈັດບຸນມະໂຫລານປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ ຄັ້ງທີ V ພ້ອມດ້ວຍຄູ-ອາຈານ, ນັກຮຽນ, ນັກສຶກສາ ເຂົ້າຮ່ວມ.




ຂປລ. ບຸນມະໂຫລານປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ ຄັ້ງທີ
V ຈັດຂຶ້ນໃນວັນທີ 19 ທັນວາ 2024 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າຊັ້ນ 2) ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທັງເປັນຄະນະກໍາມະການຈັດບຸນມະໂຫລານປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ ຄັ້ງທີ V ພ້ອມດ້ວຍຄູ-ອາຈານ, ນັກຮຽນ, ນັກສຶກສາ ເຂົ້າຮ່ວມ.





ໃນໂກາດນີ້
, ທ່ານ ນາງ ສວນສະຫວັນ ວິຍະເກດ  ໄດ້ກ່າວວ່າ: ບຸນມະໂຫລານປື້ມ ແລະ ກິດຈະກຳສົ່ງເສີມການອ່ານ ເປັນເວທີໜຶ່ງທີ່ສ້າງໂອກາດແກ່ເດັກນ້ອຍລາວ ໄດ້ສະແດງຄວາມສາມາດ ທາງດ້ານການສະແດງ, ການຄິດ, ການແຕ້ມ ແລະ ພອນສະຫວັນດ້ານຕ່າງໆ ເຮັດໃຫ້ເດັກໄດ້ຮັບໂອກາດດີໆ ໃນການສະແດງອອກໃນເວທີທີ່ສໍາຄັນ ທັງເປັນການປະກອບສ່ວນປຸກລະດົມ ໃນທົ່ວສັງຄົມ ໄດ້ປະກອບສ່ວນທຶນຮອນ ໃນການຈັດຊື້ປຶ້ມອ່ານ, ປື້ມນິທານຕ່າງໆທີ່ມີຄວາມຫລາກຫລາຍ ເພື່ອໃຫ້ຜູ້ອ່ານ ໄດ້ໃຊ້ເວລາໃຫ້ເກີດປະໂຫຍດ ໃນການຊອກຫາປຶ້ມອ່ານ ເພື່ອເສີມທັກສະຄວາມຮູ້ໃຫ້ແກ່ຕົນເອງ.

     



ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວຕື່ມວ່າ: ມາຮອດປັດຈຸບັນ
, ວຽກງານຫໍສະໝຸດມີການພັດທະນາ ໄດ້ຂະຫຍາຍຕົວທັງທາງດ້ານປະລິມານ ແລະ ຄຸນນະພາບ. ນອກຈາກມີຫໍສະໝຸດແຫ່ງຊາດ 1 ແຫ່ງ, ຍັງມີຫໍສະໝຸດທ້ອງຖິ່ນ 10 ແຫ່ງ, ຫໍສະໝຸດວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນວິຊາຊີບ 99 ແຫ່ງ, ຫ້ອງອ່ານ-ມູມອ່ານ 1.968 ແຫ່ງ ທີ່ເປີດໃຫ້ບໍລິການ ການອ່ານຢ່າງເປັນປົກກະຕິ. ສໍາລັບວຽກງານການອອກທະບຽນ ພິມປຶ້ມ ສາມາດອອກທະບຽນປຶ້ມບັນລຸໄດ້ 1.668 ຫົວເລື່ອງ ແລະ ໄດ້ພິມອອກ 7.895.000 ຫົວ. ຫໍສະໝຸດແຫ່ງຊາດ ກໍຄືບັນດາພາກສ່ວນທີ່ກ່ຽວຂ້ອງຂອງ ກະຊວງ ຖວທ ໄດ້ເຄື່ອນໄຫວຊຸກຍູ້ສົ່ງເສີມການອ່ານ ດ້ວຍຫລາຍວິທີ ເພື່ອໃຫ້ເດັກນ້ອຍໃນຊຸມຊົນ ໄດ້ມີໂອກາດອ່ານປຶ້ມ. ນອກຈາກການສ້າງຕູ້ປຶ້ມ, ຖົງປຶ້ມເຄື່ອນທີ່ແລ້ວ. ປີນີ້, ຍັງມີການບໍລິການລົດຕູ້ສະໝຸດເຄື່ອນທີ່ ເພື່ອເຄື່ອນໄຫວສົ່ງເສີມການອ່ານ ຢູ່ໃນໂຮງຮຽນປະຖົມໃນນະຄອນຫລວງວຽງຈັນ, ໄດ້ອັດຄລິບນິທານ, ການຮຽນ, ການສອນລູກໃຫ້ມີສ່ວນຮ່ວມຂອງຜູ້ປົກຄອງ, ຄູ ແລະ ຊຸມຊົນ, ການຈັດລາຍການອັດນິທານສົດຜ່ານໂທລະໂຄ່ງຊຸມຊົນ ແລະ ການເປີດຄລິບສຽງໃຫ້ປວງຊົນໄດ້ຮັບຟັງນິທານ, ການຮຽນ ເພື່ອຊ່ວຍຊຸກຍູ້ແກ່ການຮຽນ-ການອ່ານ ໃຫ້ເດັກນ້ອຍທີ່ຢູ່ 4 ແຂວງເປົ້າໝາຍ.





ກິດຈະກຳໃນຄັ້ງນີ້
, ສຸດທີ່ມີຄວາມໝາຍ-ຄວາມສໍາຄັນ ເຊິ່ງເປັນອີກກິດຈະກຳໜຶ່ງ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມ ໃຫ້ຄົນລາວຮັກການອ່ານ ເພື່ອປູກຈິດສໍານຶກຄວາມມັກຮັກ ໃນການອ່ານແຕ່ຍັງເຍົາໄວ, ສ້າງສັງຄົມການອ່ານ ແລະ ວັດທະນະທຳການອ່ານ ໃຫ້ມີການພັດທະນາຢ່າງແຂງແຮງ. ເຮົາປູກຕົ້ນໄມ້ອາດໃຊ້ເວລາ 10 ປີ ຈຶ່ງສາມາດໄດ້ກິນໝາກ ແຕ່ການທີ່ເຮົາຈະສ້າງຄົນ ມັນອາດຕ້ອງໃຊ້ເວລາ 100 ປີຈຶ່ງໄດ້ຮັບຜົນ. ດັ່ງນັ້ນ, ການສົ່ງເສີມການສຶກສາ, ການສົ່ງເສີມການປູກຈິດສໍານຶກ ໃຫ້ມັກຮັກໃນການອ່ານ ແມ່ນຄວາມຮັບຜິດຊອບ ຂອງພວກເຮົາທຸກຄົນ ຕ້ອງໄດ້ພ້ອມໃຈກັນຊຸກຍູ້ສົ່ງເສີມ ໃຫ້ລູກຫານ, ເຍົາວະຊົນ, ນັກຮຽນ ນັກສຶກສາ, ຄົນຮຸ່ນໃໝ່ຕ້ອງໄດ້ເອົາໃຈໃສ່ໃນການອ່ານ.

ຂ່າວ: ກິດຕາ, ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ

      9/4/2026 9:21:16 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນຢຶດອໍານາດທົ່ວປະເທດ 23 ສິງຫາ 1945 ຄົບຮອບ 81 ປີ ແລະ 23 ສິງຫາ 1975 ຄົບຮອບ 51 ປີ ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 3 ກັນຍາ 2026 ນີ້,

    • ສານສະແດງຄວາມຊົມເຊີຍວັນຊາດ ມາເລເຊຍ ຄົບຮອບ 69 ປີການເມືອງ

      ສານສະແດງຄວາມຊົມເຊີຍວັນຊາດ ມາເລເຊຍ ຄົບຮອບ 69 ປີ

      9/3/2026 9:40:19 AM

      ຂປລ. ວັນທີ 31 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີແຫ່ງມາເລເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.

    • ປະທານປະເທດ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາການເມືອງ

      ປະທານປະເທດ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

      9/3/2026 9:36:16 AM

      ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ນະຄອນ ຫລວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການ ສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ:

    • ໄຂກອງປະຊຸມໃຫຍ່ສະມາຊິກພັກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ Iການເມືອງ

      ໄຂກອງປະຊຸມໃຫຍ່ສະມາຊິກພັກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I

      9/1/2026 8:05:08 AM

      ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ຈັດຂຶ້ນໃນວັນທີ 31 ສິງຫາ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ, ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງຈາກກະຊວງ, ພ້ອມດ້ວຍສະມາຊິກພັກຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຄລທ ເຂົ້າຮ່ວມ.

    • ປະດັບຫລຽນມິດຕະພາບ ໃຫ້ປູ້ຕ່າງໜ້າອົງການ ສປຊ  ເພື່ອການພັດທະນາປະຈຳລາວການເມືອງ

      ປະດັບຫລຽນມິດຕະພາບ ໃຫ້ປູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາປະຈຳລາວ

      8/27/2026 10:09:45 AM

      ໃນວັນທີ 25 ສິງຫາ 2026 ນ້ີ, ທ່ານ ອານຸພາບ ວົງໜ່ໍແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ປະດັບຫລຽນກາມິດຕະພາບໃຫ້ແກ່ທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ.

ads
ads

Top