ເສີມຂະຫຍາຍ ແລະ ສືບທອດມໍລະດົກອັນລໍ້າຄາຂອງປະທານ ໄກສອນ ພົມວິຫານ

13/12/2024 10:23
Email Print 985
ຂປລ ຄຸນສົມບັດອັນດີເລີດຂອງປະທານ ໄກສອນ ພົມວິຫານ ແມ່ນນໍ້າໃຈປະຕິວັດເຖິງຖອງ, ສຸດກົກສຸດປາຍ, ຍອມເສຍສະລະຜົນປະໂຫຍດສ່ວນຕົວເພື່ອປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ ແລະ ຈົງຮັກພັກດີ, ເພິ່ນເປັນຜູ້ນໍາທ່ີເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ເພິ່ນເປັນຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ.

    *ຄຸນສົມບັດອັນດີເລີດຂອງປະທານ ໄກສອນ ພົມວິຫານ ແມ່ນນໍ້າໃຈປະຕິວັດເຖິງຖອງ, ສຸດກົກສຸດປາຍ, ຍອມເສຍສະລະຜົນປະໂຫຍດສ່ວນຕົວເພື່ອປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ ແລະ ຈົງຮັກພັກດີ, ເພິ່ນເປັນຜູ້ນໍາທ່ີເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ເພິ່ນເປັນຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ; ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນັບຖືຈາກມະຫາຊົນ.

      ເພື່ອສືບຕໍ່ເພີ່ມພູນຄູນສ້າງ ແລະ ຂະຫຍາຍອຸດົມການ ແລະ ມູນມໍລະດົກອັນລໍ້າຄ່າຂອງປະທານ ໄກສອນ ພົມວິຫານ ຢ່າງບໍ່ຢຸດຢັ້ງ, ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ຕ້ອງພ້ອມກັນຈັດຕັ້ງປະຕິບັດບາງຈຸດສໍາຄັນ ດັ່ງນີ້:

    1.ສືບຕ່ໍປັບປຸງປົວແປງພາຍໃນພັກໃຫ້ເລິກເຊິ່ງ, ໜັກແໜ້ນໃນທຸກດ້ານ ຕິດພັນກັບການເສີມຂະຫຍາຍ ປະຊາທິປະໄຕພາຍໃນພັກ ເພື່ອຜັນຂະຫຍາຍກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດອັນຈົບງາມ; ເພີ່ມທະວີວຽກງານກໍ່ສ້າງ ແລະ ປັບປຸງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊີດຊູບົດບາດພັກ ເປັນແກນນໍາໃນລະບົບການ ເມືອງປະຊາທິປະໄຕ ປະຊາຊົນ.

    2.ຄະນະພັກ-ຄະນະນໍາແຕ່ລະຂັ້ນ ຕ້ອງເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ຕໍ່ການໝູນໃຊ້ບົດຮຽນການນໍາພາຂອງພັກເຮົາກໍຄືແບບຢ່າງໃນການຊີ້ນໍາ-ນໍາພາຂອງປະທານ ໄກສອນ ພົມວິຫານ ໃນເງື່ອນໄຂໃໝ່ແຫ່ງການນໍາໃຊ້ກົນໄກເສດຖະກິດຕະຫລາດ ແລະ ເປີດກວ້າງການພົວພັນຮ່ວມມື ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຕິບັດແນວທາງ ແລະ ມະຕິຕ່າງໆຂອງພັກ ດ້ວຍຄວາມເດັດດ່ຽວໜຽວແໜ້ນ; ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງບັນດາອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ; ເພີ່ມຄວາມເຂັ້ມງວດໃນການກໍາຈັດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ, ໃນກົງຈັກຂອງລັດ ແລະ ໃນສັງຄົມໃຫ້ໄດ້ເປັນກ້າວໆ.

    3.ເພີ່ມຄວາມເອົາໃຈໃສ່ຕໍ່ການຮັບປະກັນສະຖຽນລະພາບການເມືອງ ແລະ ຄວາມສະຫງົບປອດໄພໃນສັງຄົມ, ສ້າງສະພາບແວດລ້ອມເອື້ອອໍານວຍສໍາລັບການສ້າງສາພັດທະນາປະເທດຊາດ; ປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ; ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍການສ້າງທ່າສະໜາມສົງຄາມປະຊາຊົນ, ກໍ່ສ້າງຮາກຖານການເມືອງທຸກປະເພດໃຫ້ເຂັ້ມແຂງ, ໜັກແໜ້ນຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບໃນຂອບເຂດ ທົ່ວປະເທດດ້ວຍຄວາມໜັກແໜ້ນ.

    4.ສືບຕໍ່ພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ສືບຕໍ່ເສີມຂະຫຍາຍ ຈິນຕະນາການ ແລະ ແຜນນະໂຍບາຍໃໝ່ທາງດ້ານເສດຖະກິດທີ່ ປະທານ ໄກສອນ ພົມວິຫານ ໄດ້ວາງອອກໃນແນວທາງປ່ຽນແປງໃໝ່ຂອງພັກເຮົາ; ຍຶດໝັ້ນໃນຫລັກການຂອງການປ່ຽນແປງໃໝ່ຂອງພັກ.

     5.ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເຂົ້າສູ່ລວງເລິກ ແລະ ທົ່ວເຖິງຕາມທິດ 3 ສ້າງດ້ວຍການປຸກລະດົມກໍາລັງແຮງສັງລວມ ຂອງທົ່ວສັງຄົມເຂົ້າໃນວຽກງານດັ່ງກ່າວຢ່າງເປັນເຈົ້າການ ເພື່ອເຮັດໃຫ້ປະເທດຊາດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາຕາມທິດທີ່ພັກເຮົາໄດ້ກໍານົດໄວ້.

    6.ສືບຕໍ່ບູລະນະ ແລະ ກໍ່ສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ກາຍເປັນລັດແຫ່ງກົດໝາຍ, ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຕາມທີ່ປະທານ ໄກສອນ ພົມວິຫານ ໄດ້ວາງພື້ນຖານໄວ້ແລ້ວນັ້ນ, ທັງສ້າງເງື່ອນໄຂໃຫ້ປະຊາຊົນພົນລະເມືອງປະຕິບັດສິດເປັນເຈົ້າປະເທດຊາດ ແລະ ປະກອບສ່ວນເຂົ້າໃນການປັບປຸງອົງການປົກຄອງຂັ້ນຕ່າງໆ.

    7.ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກສັນຕິພາບ, ເອກກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການເຊື່ອມໂຍງກັບບັນດາປະເທດໃນພາກພື້ນ ແລະ ສາກົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ ທັງຮັບປະກັນຕາມທິດນໍາເພີ່ມມິດຜ່ອນສັດຕູ, ທັງຕໍ່ສູ້ທັງຍາດແຍ່ງ; ເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບພັກ, ລັດ ແລະ ປະຊາຊົນຫວຽດນາມ; ເພີ່ມທະວີການພົວພັນກັບ ສປ ຈີນ ຕາມທິດໝັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ, ເປັນຄູ່ຮ່ວມຊາຕາກໍາທີ່ດີມີຄວາມໝາຍຍຸດທະສາດ.

     8.ຄົ້ນຄວ້າຮໍ່າຮຽນເອົາແນວຄິດຂອງປະທານ ໄກສອນ ພົມວິຫານ, ແບບຢ່າງອັນດີງາມ ແລະ ຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ແລະ ຕື່ນຕົວປະຕິບັດຢ່າງເປັນເຈົ້າການ, ນັ້ນແມ່ນການຍຶດໝັ້ນອຸດົມການໃນຈຸດໝາຍສັງຄົມນິຍົມ; ມີມານະຈິດ ປະຕິວັດອັນເດັດດ່ຽວໜຽວແໜ້ນ ແລະ ສຸດກົກສຸດປາຍ; ມີທັດສະນະຫລັກໝັ້ນອັນໜັກແໜ້ນ, ມີນໍ້າໃຈຮັກຊາດອັນດູດດື່ມ, ເສຍສະລະ ແລະ ອຸທິດຕົນຢ່າງບໍ່ມີຂອບເຂດເພື່ອຊາດເພື່ອປະຊາຊົນ, ມີຄວາມສະດຸ້ງໄວ, ທັງມີຄວາມກ້າຫານ ແລະ ມີຫົວຄິດປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນຂອງຕ່າງປະເທດເຂົ້າກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

    ມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກໆຄົນ. ພວກເຮົາຈົ່ງຮໍ່າຮຽນເອົາແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປປະຕິບັດ, ຖືເປັນໄມ້ຫລາວັດແທກດ້ານຄຸນສົມບັດ, ທັດສະນະທ່າທີຂອງພະນັກງານ ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍ່ຄືປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ພາລະກິດຂອງປະທານ ໄກສອນ ພົມວິຫານ ຍືນຍົງຢູ່ກັບພວກເຮົາຕະຫລອດໄປ!

ຄັດຈາກ: ເອກະສານໂຄສະນາ-ປາຖະກະຖາ ວັນເກີດ ປະທານ ໄກສອນ ພົມວິຫານ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top