ອັດຕະປື ຈະສຸມໃສ່ຜະລິດກະສິກຳ ຕິດພັຍກັບ ອຸດສາຫະກຳປຸງແຕ່ງເປັນສິນຄ້າສົ່ງອອກໃຫ້ຫລາຍຂຶ້ນ

02/07/2026 11:09
ຂປລ ໃນໄລຍະ 6 ເດືອນທ້າຍ ປີ 2026 ແຂວງອັດຕະປື ຈະສືບຕໍ່ຊຸກຍູ້ສ່ົງເສີມການຜະລິດ ແລະ ການບໍລິການ ໂດຍເລັ່ງໃສ່ການຜະລິດກະສິກຳການປູກ-ການລ້ຽງ ຕິດພັນກັບອຸດສາຫະກຳປຸງແຕ່ງຢູ່ພາຍໃນເປັນສິນຄ້າສົ່ງອອກໃຫ້ຫລາຍຂຶ້ນ, ຄຸ້ມຄອງການນໍາເຂົ້າສິນຄ້າ ແລະ ຄຸ້ມຄອງການຄ້າຂາຍນອກລະບົບໃຫ້ເຂົ້າມາສູ່ລະບຽບກົດໝາຍ.

      ຂປລ.  ນອກຈາກນີ້, ຍັງຈະສືບຕໍ່ລົງຕິດ ຕາມ-ກວດກາ, ຄຸ້ມຄອງ, ດັດສົມ ລາຄາສິນຄ້າ ອຸປະໂພກ-ບໍລິໂພກ ທ່ີມີຄວາມອ່ອນໄຫວຕ່ໍການດໍາລົງ ຊີວິດຂອງປະຊາຊົນໃຫ້ມີລາຄາທີ່ສົມເຫດສົມຜົນ ແລະ ຕອບສະ ໜອງໄດ້ກັບຄວາມຕ້ອງການຂອງ ປະຊາຊົນ.

     ທ່ານ ທະນູໄຊ ບັນຊາລິດ ຮອງ ເລຂາພັກແຂວງອັດຕະປື, ປະທານຄະນະກໍາມະການປົກຄອງແຂວງ ອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ເມື່ອບໍ່ດົນນີ້ວ່າ:  ໃນ 6 ເດືອນທ້າຍ ປີ 2026 ແຂວງອັດຕະປື ຈະສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ; ສ້າງຄວາມເປັນເຈົ້າຕົນເອງທາງດ້ານງົບປະມານ; ປັບປຸງລະບົບ, ກົນໄກການເກັບລາຍຮັບ ແລະ ການໃຊ້ຈ່າຍງົບປະມານແຫ່ງລັດຄືນໃໝ່ ໂດຍການກໍານົດຂອບເຂດອັດຕາສ່ວນ ແລະ ລາຍການໃຊ້ຈ່າຍບໍລິຫານຢ່າງຈະແຈ້ງເພື່ອຫລຸດຜ່ອນລາຍຈ່າຍປົກກະຕິທ່ີບ່ໍຈຳເປັນ, ຫັນການຄຸ້ມຄອງການເງິນ ແລະ ງົບປະມານໃຫ້ມີວິໄນເຂັ້ມ ງວດ ແລະ ມີຄວາມທັນສະໄໝ; ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂໜີ້ສາທາລະນະ ໃຫ້ມີປະສິດທິຜົນສູງຂຶ້ນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ຄວາມຍືນຍົງຂອງລະບົບການເງິນ, ຫລຸດຜ່ອນການຂາດດຸນ, ສູ້ຊົນໃຫ້ງົບປະມານມີຄວາມສົມດູນ, ກ້າວໄປສູ່ເກີນດູນງົບປະມານ ແລະ ມີສ່ວນເຫລືອເພື່ອສ້າງຄັງສະສົມແຫ່ງລັດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງ; ສືບຕໍ່ຝຶກອົບຮົມຂໍ້ມູນເອເລັກໂຕຣນິກ;  ຄຸ້ມຄອງການຈັດເກັບລາຍຮັບຜ່ານລະບົບທັນສະໄໝໃຫ້ກວ້າງຂວາງ; ລະບົບ LiFMis; ຊຸກຍູ້ຫົວໜ່ວຍທຸລະກິດຖືບັນຊີ ແລະ ເຂົ້າລະບົບ TaxRIS; ປັບປຸງກົນໄກການເກັບລາຍຮັບທີ່ໝັ້ນຄົງ ຈາກອາກອນທີ່ດິນ, ອາກອນຊັບສິນ ແລະ ອື່ນໆ ໃຫ້ມີປະສິດທິພາບສູງ ຂຶ້ນ. ຄຸ້ມຄອງລາຍຈ່າຍງົບປະມານ ບົນຈິດໃຈປະຢັດ ແລະ ຕ້ານການຟູມ ເຟືອຍ ໃຫ້ເປັນຮູບປະທຳ  ແລະ ຮັບ ປະກັນຮັກສາສະຖຽນລະພາບການ ບໍລິຫານ ໜີ້ສິນສາທາລະນະ  ແລະ ປັບໂຄງສ້າງໜີ້ສິນສາທາລະນະຄືນ ໃໝ່ ແຕ່ນີ້ຮອດປີ 2027 ໃຫ້ເປັນແຜນລະອຽດ; ສືບຕໍ່ລົງຕິດຕາມກວດກາ ແລະ ປະເມີນການຈັດຕັ້ງປະຕິບັດສັນຍາໂຄງການລົງທຶນຕ່າງໆ ເພື່ອມອບເປັນພັນທະຕິດຕາມ, ຄຸ້ມຄອງໂຄງການໃນແຕ່ລະປີ ແລະ ເງິນຄໍ້າປະກັນ (MOU) ແລະ ເງິນຄໍ້າປະກັນ PDA ທີ່ແຂວງ ແລະ ສູນກາງໄດ້ອະນຸຍາດຜ່ານມາລວມທັງໂຄງການທີ່ຂັ້ນສູນກາງຄຸ້ມຄອງຊຶ່ງໄດ້ມອບໃຫ້ແຂວງຕິດຕາມຊ່ວຍ. 

    ສືບຕໍ່ເຝົ້າລະວັງສະພາບອາກາດ ແລະ ພາຍຸທີ່ອາດຈະເກີດຂຶ້ນໃນລະດູຝົນ; ສຸ ໃສ່ກະກຽມ ການ ຜະລິດລະດູຝົນ   ໃຫ້ພຽງພໍເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ, ຕິດຕາມເຝົ້າລະວັງສະພາບການປ່ຽນແປງຂອງດິນຟ້າອາກາດ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນທັນເວລາ, ເຝົ້າລະວັງການແພ່ລະບາດຂອງພະຍາດພືດ ແລະ ສັດ ຕາມລະດູການ, ຄົ້ນຄວ້າແນວພັນພືດ,  ແນວພັນສັດ, ການນໍາໃຊ້ເຕັກນິກວິຊາການໃຫ້ແທດເໝາະກັບສະພາບພື້ນທີ່, ລົງໃຫ້ຄໍາແນະນໍາ  ແລະ ລົງມື ສາທິດຕົວຈິງດ້ານວິຊາການຮອບດ້ານ  ໃຫ້ແກ່ປະຊາຊົນໃຫ້ສູງຂຶ້ນ; ສຸມໃສ່ ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ, ຊຸກຍູ້ບັນດາໂຄງການທີ່ກໍາລັງລົງມືກໍ່ສ້າງໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນ, ຄົ້ນຄວ້າແກ້ໄຂໜີ້ສິນໂຄງການລົງທຶຶນຂອງລັດຕາມທ່າແຮງຂອງແຂວງສໍາເລັດໂດຍໄວ; ສືບຕໍ່ສຳຫລວດອອກແບບກໍ່ສ້າງເສັ້ນທາງຄົມມະນາຄົມ ທາງຫລວງແຫ່ງຊາດ ແລະ ກໍານົດໂຄງການບູລິມະສິດທີ່ຈະປະຕິບັດ ໃນປີ 2027  ແລະ ປີ 2028; ສຶບຕໍ່ຟື້ນຟູທາງຫລວງແຫ່ງຊາດ 18B ແຕ່ເທສະບານແຂວງ ຫາ ຊາຍແດນດ່ານສາກົນພູເກືອຍາວ 111,90 ກິໂລແມັດ; ການສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖ່ິນທ່ີນຳໃຊ້ງົບປະມານກອງທຶນທາງ; ໂຄງການນ້ຳປະປາ; ການຄຸ້ມຄອງນ້ຳໜັກ ແລະ ຄວາມປອດໄພຕາມທາງຫລວງ; ການອອກແບບສະໜາມກິລາ ແລະ ສວນວັດທະນະທຳບັນດາເຜົ່າດົງຫົວຊ້າງ ແລະ ບັນດາໂຄງການທີ່ສະພາປະຊາຊົນແຂວງຮັບຮອງໃນປີ.

ຂ່າວ: ກິດຕາ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top