ຂປລ
ຂປລ. ແຂວງຫົວພັນ ເປັນອີກແຂວງໜຶ່ງ ທີ່ມີມູນເຊື້ອຄວາມດຸໝັ່ນ, ອົດທົນພາກພຽນໃນການອອກແຮງງານ ຫາລ້ຽງຄອບຄົວ ດ້ວຍການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ກຸ້ມຕົນເອງ, ເພິ່ງຕົນເອງ ເຫລືອກິນ ແລ້ວສົ່ງອອກຂາຍ ທັງພາຍໃນ ແລະ ຕ່າງປະເທດ ຕາມນະໂຍບາຍຂອງພັກ-ລັດວາງອອກ.

ຂປລ. ແຂວງຫົວພັນ ເປັນອີກແຂວງໜຶ່ງ ທີ່ມີມູນເຊື້ອຄວາມດຸໝັ່ນ, ອົດທົນພາກພຽນໃນການອອກແຮງງານ ຫາລ້ຽງຄອບຄົວ ດ້ວຍການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ກຸ້ມຕົນເອງ, ເພິ່ງຕົນເອງ ເຫລືອກິນ ແລ້ວສົ່ງອອກຂາຍ ທັງພາຍໃນ ແລະ ຕ່າງປະເທດ ຕາມນະໂຍບາຍຂອງພັກ-ລັດວາງອອກ. ປັດຈຸບັນ, ໜຶ່ງໃນຜົນສຳເລັດອັນພົ້ນເດັ່ນທີ່ພວມໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍຄືການຫັນປ່ຽນພື້ນທີ່ທີ່ມີຄວາມສ່ຽງຈາກການປູກຝິ່ນໃນອະດີດ ມາເປັນບ່ອນປູກກາເຟທີ່ມີຄຸນນະພາບສູງ ສົ່ງອອກໄປຕ່າງປະເທດ ສ້າງລາຍຮັບໃຫ້ປະຊາຊົນ ແລະ ຍົກລະດັບຊີວິດການເປັນຢູ່ຂອງສະມາຊິກສະຫະກອນໄດ້ເປັນຢ່າງດີ.

ທ່ານນາງ ພວງວິສາ ທະວີວັນ ພະນັກງານບັນຊີ-ການເງິນ ພັດທະນາຊຸມຊົນ ຂອງສະຫະກອນກະເສດວັນໃໝ່ ໄດ້ໃຫ້ສໍາພາດ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າສະຫະກອນກຸ່ມ ແລະ ຜູ້ປະກອບການ ເພື່ອສະເຫລີມສະຫລອງວັນສະຫະກອນ ທີ່ສູນການຄ້າລາວ-ໄອເຕັກ ວ່າ: ກ່ອນຈະກາຍມາເປັນສະຫະກອນກະເສດວັນໃໝ່ ແຕ່ກ່ອນ ພື້ນທີ່ດັ່ງກ່າວ ແມ່ນມີຄວາມສ່ຽງ ຍ້ອນວ່າ ເຄີຍປູກຝິ່ນມາກ່ອນ, ແຕ່ຫລັງຈາກໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາ ຈຶ່ງໄດ້ຫັນມາປູກກາເຟແບບຍືນຍົງ ທົດແທນການປູກຝິ່ນ ເພື່ອສ້າງລາຍຮັບສ້າງອາຊີບທີ່ໝັ້ນຄົງໃຫ້ກັບປະຊາຊົນໃນຂົງເຂດດັ່ງກ່າວ ແລະ ເພື່ອເປັນການຫລຸດພົ້ນອອກຈາກການປູກຝິ່ນ. ໂຄງການເລີ່ມຈັດຕັ້ງປະຕິບັດໃນປີ 2016 ມາເຖິງປັດຈຸບັນ ເກືອບ 10 ປີ, ຜົນເກັບກ່ຽວເລີ່ມທໍາອິດ ແມ່ນຍັງບໍ່ທັນມີການຕະຫລາດ, ມາເຖິງປີ 2019 ເລີ່ມຈັດຕັ້ງສະຫະກອນກະເສດວັນໃໝ່ ເພື່ອຮວບຮວມເອົາຜະລິດຕະພັນ ແລະ ພັດທະນາຕະຫລາດ ໂດຍການສົ່ງອອກໄປຕ່າງປະເທດ ຊຶ່ງຕະຫລາດຫລັກໆ ແມ່ນຢູໂຣບ. ປີ 2020 ສະຫະກອນສາມາດສົ່ງອອກກາເຟໄປປະເທດຝຣັ່ງ ເປັນຄັ້ງທຳອິດ ແລະ ມາເຖິງປີ 2026 ນີ້ ມີແຜນກຽມສົ່ງອອກອີກ 4ຕູ້ຄອນເທັນເນີ ໄປຕະລາດຢູ່ໂຣບ. ເມື່ອເບິ່ງການຕະຫລາດແລ້ວ ກໍຄິດຢາກຂະຫຍາຍຜະລິດຕະພັນຕື່ມ ເພື່ອສ້າງລາຍຮັບໃຫ້ສູງຂຶ້ນ. ສະນັ້ນ, ຈຶ່ງໄດ້ຜະລິດອອກຂາຍພາຍໃນປະເທດ ມີຊື່ວ່າ: “ກາເຟວັນໃໝ່”.

ປັດຈຸບັນສະຫະກອນມີສະມາຊິກ 650 ຄອບຄົວ ຈາກ 4 ເມືອງຂອງແຂວງຫົວພັນ ປະກອບມີ ລາວລຸ່ມ, ລາວສູງ ແລະ ກຶມມຸ; ສະຫະກອນຮັບຊື້ຜົນຜະລິດຈາກສະມາຊິກນຳໄປຈຳໜ່າຍ ແລະ ແບ່ງປັນຜົນກຳໄລກັບສະມາຊິກປີລະ 1 ເທື່ອ. ສະມາຊິກ ມີລາຍຮັບສູງສຸດເຖິງ 253 ລ້ານກີບຕໍ່ປີ ແລະ ລາຍຮັບຕໍ່າສຸດ ແມ່ນ 30 ລ້ານກີບຕໍ່ປີ. ນອກຈາກການສົ່ງອອກກາເຟແລ້ວ, ສະຫະກອນຍັງໄດ້ພັດທະນາຜະລິດຕະພັນພາຍໃນປະເທດພາຍໃຕ້ຍີ່ຫໍ້ “ກາເຟວັນໃໝ່” ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ. ກາເຟຂົ້ວ ຂາຍຍ່ອຍ 1 ກິໂລ 600.000 ກີບ, ກາເຟຖົງຂະໜາດບັນຈຸ 250 ກຣາມ ລາຄາ 100.000 ກີບ ແລະ ກາເຟແບບກ່ອງລາຄາ 200.000 ກີບ. ປັດຈຸບັນກາເຟວັນໃໝ່ ມີຈຳໜ່າຍຢູ່ແຂວງຫົວພັນ ແລະ ຝາກຂາຍຢູ່ຮ້ານເດິເຟີດໃກ້ທາດດຳ ນະຄອນຫລວງວຽງຈັນ ລວມທັງຈຸດຈຳໜ່າຍໃນຫ້ອງການ UNDP.
ທ່ານນາງ ພວງວິສາ ທະວີວັນ ກ່າວຕື່ມອີກວ່າ: ຈຸດເດັ່ນຂອງກາເຟວັນໃໝ່ ຄືເປັນກາເຟທີ່ປູກຢູ່ເຂດພູສູງພາກເໜືອ ອາກາດໜາວ ເຮັດໃຫ້ໝາກກາເຟສຸກຊ້າ ຈຶ່ງມີລົດຊາດຫອມຄ້າຍໝາກໄມ້ອົບແຫ້ງ, ມີຄວາມຫວານອ່ອນ, ນຸ່ມນວນ ແຕກຕ່າງຈາກກາເຟເຂດອື່ນ. ພິເສດ ກາເຟຂອງສະຫະກອນຜະລິດແບບປອດສານເຄມີ 100% ສາມາດຕອບສະໜອງແນວໂນ້ນການບໍລິໂພກກາເຟຄຸນນະພາບຂອງຕະຫລາດໂລກ.
ຄວາມສຳເລັດຂອງສະຫະກອນກະເສດວັນໃໝ່ ບໍ່ພຽງແຕ່ສະທ້ອນໃຫ້ເຫັນການຫັນປ່ຽນພື້ນທີ່ສ່ຽງໃຫ້ກາຍ ເປັນແຫລ່ງຜະລິດກາເຟຄຸນນະພາບ ແຕ່ຍັງເປັນຕົວຢ່າງຂອງການພັດທະນາກະສິກຳຢ່າງຍືນຍົງ ທີ່ຊ່ວຍຍົກລະດັບຊີວິດປະຊາຊົນ ແລະ ສ້າງຊື່ສຽງໃຫ້ຜະລິດຕະພັນກາເຟຂອງລາວໃນຕະຫລາດສາກົນ ອີກດ້ວຍ.
ເອົາເປັນວ່າຖ້າຫາກທ່ານຜູ້ອ່ານມີຄວາມສົນໃຈ ຫລື ຕ້ອງການກາເຟວັນໃໝ່ ເປັນຈໍານວນຫລາຍ ເພື່ອໄປຈໍາໜ່າຍ ກໍສາມາດຕິດຕໍ່ໄດ້ທີ່ Facebook: @Vanmai Coffee, Email: vanmaicoffee@gmail.com.
ໂດຍ: ມາລີດາ
KPL