ຂປລ
ຂປລ. ເນື່ອງໃນໂອກາດທີ່ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມ ຢາມທາງການ ສປປ ລາວ ໃນມໍ່ໆນີ້, ໜັງສືພິມປະເທດລາວ ຂໍຍົກເອົາການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນສຳລັບສອງປະເທດຫວຽດນາມ-ລາວ
ຂປລ. ເນື່ອງໃນໂອກາດທີ່ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມ ຢາມທາງການ ສປປ ລາວ ໃນມໍ່ໆນີ້, ໜັງສືພິມປະເທດລາວ ຂໍຍົກເອົາການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນສຳລັບສອງປະເທດຫວຽດນາມ-ລາວ ເພື່ອເປັນການຂ່ຳນັບຮັບຕ້ອນການມາຢ້ຽມຢາມຂອງທ່ານ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມຄັ້ງນີ້.
ສສ ຫວຽດນາມເປັນຜູ້ລົງທຶນສໍາຄັນອັນດັບຕົ້ນໆຢູ່ ສປປ ລາວ; ໂຄງການຮ່ວມມືຫລາຍໂຄງການໄດ້ດໍາເນີນໄປຢ່າງມີປະສິດທິຜົນ ຊຶ່ງຊ່ວຍສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມຂອງລາວ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງສອງປະເທດ, ມູນຄ່າການຄ້າສອງສົ້ນໃນປີ 2025 ບັນລຸໄດ້ເກືອບ 3 ຕື້ໂດລາສະຫະລັດ ຊຶ່ງຈະເປັນປັດໄຈໃຫ້ສອງຝ່າຍສູ້ຊົນໃຫ້ບັນລຸ 5 ຕື້ໂດລາສະຫະລັດ ຕາມຄາດໝາຍທີ່ສອງຝ່າຍໄດ້ວາງໄວ້. ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນຫວຽດນາມ-ລາວ ໄດ້ຮັບການກະຕຸກຊຸກຍູ້ ແລະ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ. ໂດຍສອງຝ່າຍຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຍຸດທະສາດ ການຮ່ວມມື ລາວ- ຫວຽດນາມໄລຍະ 2021- 2030 ແລະ ສັນຍາຮ່ວມມື ລາວ-ຫວຽດນາມ ໄລຍະ 2021- 2025. ບັນດາສັນຍາຮ່ວມມືລະຫວ່າງສອງລັດຖະບານທີ່ກອງປະຊຸມຄັ້ງທີ 46, 47 ຂອງຄະນະກຳມະທິການລັດຖະບານ, ເພີ່ມທະວີການແນະນຳ, ກວດກາ, ກະຕຸກຊຸກຍູ້, ແລກປ່ຽນໃຫ້ທັນການ ເພື່ອຊ່ວຍແກ້ໄຂສິ່ງອຸດຕັນ, ຂໍ້ຫຍຸ້ງຍາກ ເພື່ອຊອກຫາທິດທາງໃໝ່ແກ້ໄຂຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ສືບຕໍ່ລົງນາມໃນບົດບັນທຶກການຮ່ວມມື, ສ້າງແລວທາງດ້ານນິຕິກຳທີ່ເປັນເອກະພາບ ເພື່ອຊຸກຍູ້ການຮ່ວມມື. ສອງຝ່າຍໄດ້ສົມທົບແລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ດຳເນີນງານເສດຖະກິດມະຫາພາກ. ກ່ຽວກັບການລົງທຶນຂອງຫວຽດນາມຢູ່ລາວ, ມາຮອດປັດຈຸບັນ, ຫວຽດນາມ ມີຫລາຍໂຄງການລົງທຶນຢູ່ລາວ ລວມຍອດການລົງທຶນຫລາຍຕື້ໂດລາສະຫະລັດ. ໃນປີ 2024 ໄດ້ຈົດທະບຽນລົງທຶນບັນລຸ 191,1 ລ້ານໂດລາສະຫະລັດ, ເພີ່ມ 62,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນຕົ້ນປີ 2025 ຜ່ານມາ, ການລົງທຶນຢູ່ລາວບັນລຸ 140 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 33% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຫລາຍໂຄງການລົງທຶນຂອງຫວຽດນາມ ດຳເນີນໄປຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ຄົນງານນັບພັນຄົນ, ເພີ່ມລາຍຮັບເຂົ້າງົບປະມານຂອງລາວ, ພິເສດແມ່ນຂົງເຂດໂທລະຄົມ, ການທະນາຄານ, ການປູກ ແລະ ປຸງແຕ່ງຢາງພາລາ, ຜະລິດ ແລະ ປຸງແຕ່ງທັນຍະຫານອາຫານ, ນ້ຳນົມ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງກອງປະຊຸມຮ່ວມມືດ້ານການລົງທຶນໃນເດືອນມັງກອນ 2024 ແລະ ເດືອນມັງກອນ 2025 ສຳເລັດຜົນ. ສອງຝ່າຍໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອເລັ່ງໃຫ້ມີຄວາມຄືບໜ້າຂອງຫລາຍໂຄງການທີ່ສຳຄັນຄື: ໂຄງການເຂື່ອນໄຟຟ້າເຊຂະໝານ 3, ໂຄງການກະສິກຳຂອງກຸ່ມບໍລິສັດ ເຈື່ອງຫ້າຍ, ໂຄງ ການຂຸດຄົ້ນ ແລະ ປຸງແຕ່ງອາລູມີນຽມຂອງກຸ່ມບໍລິສັດ ຫວຽດເຟືອງ, ສະໜາມບິນໜອງຄ້າງ. ດຳເນີນການສຳເລັດ ແລະ ມອບສົ່ງໃຫ້ລາວ 4 ໂຄງການ.
ສ່ວນດ້ານການຄ້າ, ສອງຝ່າຍສືບຕໍ່ເອົາໃຈໃສ່ກະຕຸກຊຸກຍູ້, ບົດບັນທຶກຫລາຍສະບັບໄດ້ລົງນາມ, ປະກອບ ສ່ວນປັບປຸງກອບນິຕິກຳດ້ານກົດໝາຍກ່ຽວກັບການຄ້າໃຫ້ສົມບູນແບບຄື: ສັນຍາການຄ້າສອງຝ່າຍສະບັບໃໝ່, ສັນຍາການຄ້າຊາຍແດນ ແລະ ອະນຸສັນຍາສັນຍາຂົນສົ່ງສິນຄ້າ ລາວ-ຫວຽດນາມ ສະບັບປັບປຸງ. ບັນດາບົດບັນທຶກທີ່ໄດ້ລົງນາມແມ່ນໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ບັນດາມາດຕະການສົ່ງເສີມການຄ້າໄດ້ຮັບການເພີ່ມທະວີ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາແບບຍືນຍົງຂອງການຄ້າສອງປະເທດ ເປັນຕົ້ນແມ່ນການຈັດງານຕະຫລາດນັດ, ຕ້ານການຄ້າເຖື່ອນ. ພ້ອມນີ້, ວຽກງານຄົມມະນາຄົມ, ສອງຝ່າຍສືບຕໍ່ສຸມໃສ່ປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງສອງລັດຖະບານ ກ່ຽວກັບຍຸດທະສາດການຮ່ວມມືດ້ານຄົມມະນາຄົມໄລຍະ 2016-2025, ວິໄສທັດຮອດປີ 2030; ສືບຕໍ່ຊຸກຍູ້ການຊອກຫາແຫລ່ງທຶນ ເພື່ອປະຕິບັດບັນດາໂຄງການຕົ້ນຕໍຄື: ທາງດ່ວນຮ່າໂນ້ຍ-ວຽງຈັນ, ທາງລົດໄຟ ວູ້ງອ່າງ-ທ່າແຂກ-ວຽງຈັນ ແລະ ບັນດາໂຄງການເຊື່ອມຕໍ່ຄົມມະນາຄົມອື່ນໆ. ໃນຂົງເຂດພະລັງງານໄຟຟ້າ, ສອງຝ່າຍສືບຕໍ່ຕັ້ງໜ້າຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງລັດຖະບານກ່ຽວກັບການພັດທະນາໂຄງ ການໄຟຟ້າໃນລາວ ແລະ ດຳເນີນການຊື້-ຂາຍລະຫວ່າງສອງປະເທດ. ສອງຝ່າຍໄດ້ລົງນາມໃນສັນຍາວ່າດ້ວຍການຊື້ຂາຍຖ່ານຫີນ ແລະ ໄຟຟ້າລະຫວ່າງລັດຖະບານສອງປະເທດ, ໃນໄລຍະ 2025-2030, ຫວຽດນາມຈະຊື້ໄຟຟ້າຈາກລາວແຕ່ 5.000 MW ຫາ 8.000 MW ແລະ ຖ່ານຫີນ 8 ລ້ານ ຫາ 10 ລ້ານໂຕນ/ປີ.
ຂະນະທີ່ຂົງເຂດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສອງຝ່າຍເຫັນດີເປັນເອກະພາບການຮ່ວມມືໃນຂົງເຂດນີ້ ສຸດທີ່ສຳຄັນ, ໃນນັ້ນ ແນໃສ່ເພີ່ມທະວີການຖ່າຍທອດ ແລະ ແລກປ່ຽນເຕັກໂນໂລຊີ. ເຕັກນິກ ແລະ ການສ້າງຕົວແບບໃນການພັດທະນາກະສິກຳ, ຊົນນະບົດ ເພື່ອຫລຸດຜ່ອນຄວາມທຸກຍາກ, ຍົກສູງຄວາມສາມາດດ້ານນິຕິກຳ ນະໂຍບາຍໃນການຄຸ້ມຄອງຂອງສະຖາບັນ ແລະ ນະໂຍບາຍໃນການຄຸ້ມຄອງ ການຜະລິດກະສິກຳ, ປ່າໄມ້, ການປະມົງ ແລະ ຊົນລະປະທານ. ສອງຝ່າຍສືບຕໍ່ສະໜັບສະໜູນຊ່ວຍການພັດທະນາຊົນນະບົດໃນເຂດຈຸດສຸມຂອງລາວໃຫ້ມີປະສິດທິຜົນ. ສຳເລັດການກໍ່ສ້າງສູນບໍລິການເຕັກນິກກະສິກຳ, ປະສານສົມທົບໄດ້ດີໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ, ສະກັດກັ້ນການຄ້າຂາຍ ແລະ ຂົນສົ່ງໄມ້ ແລະ ຜະລິດຕະພັນສັດປ່າຂ້າມຊາຍແດນທີ່ຜິດກົດໝາຍ.
KPL