ຢາເສບຕິດ ກໍ່ໃຫ້ເກີດອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ໃນສັງຄົມ-ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ

02/07/2026 13:16
ຂປລ ຂປລ. ຢາເສບຕິດ ເປັນບັນຫາຂອງໂລກ ຊຶ່ງບັນດາປະເທດໃນພາກພື້ນ ແລະ ສາກົນ ຕ່າງກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ.



ຂປລ.
ຢາເສບຕິດ ເປັນບັນຫາຂອງໂລກ ຊຶ່ງບັນດາປະເທດໃນພາກພື້ນ ແລະ ສາກົນ ຕ່າງກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ ສປປ ລາວ ກໍພວມຜະເຊີນໜ້າກັບໄພຂົ່ມຂູ່ ຈາກບັນຫາຢາເສບຕິດເຊັ່ນກັນ ຊຶ່ງໄດ້ແພ່ລະບາດເປັນວົງກວ້າງ ນັບທັງຢູ່ຕົວເມືອງໃຫຍ່ ໄປຮອດເຂດຊົນນະບົດຫ່າງໄກສອກຫລີກ; ບັນຫາຢາເສບຕິດ ເປັນບັນຫາຕົ້ນຕໍ ທີ່ພາໃຫ້ເກີດບັນດາປະກົດການຫຍໍ້ທໍ້ທາງສັງຄົມ; ການລະບາດຂອງຢາເສບຕິດ ໄດ້ເປັນໜໍ່ແໜງ, ເປັນສາເຫດ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມຊຶ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ, ໄດ້ສົ່ງຜົົນກະທົບໂດຍກົງຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ຕໍ່ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວ ໂດຍສະເພາະ ໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນອະນາຄົດ.

ຍ້ອນເຫັນໄດ້ເຖິງພິດໄພ ຜົນຮ້າຍຄວາມເປັນອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ ໄຂບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ. ໃນຊຸມປີຜ່ານມາ, ພັກ-ລັດ ຖະບານລາວ ໄດ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະດັ່ງກ່າວ ຢ່າງຈົດຈໍ່ຈິງຈັງຕະຫລອດມາ ໂດຍສະເພາະ ແມ່ນໄດ້ອີງໃສ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ລັດຖະບານ ຈຶ່ງໄດ້ກໍານົດການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນແຜນງານແຫ່ງຊາດໃນຕໍ່ໜ້າ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 171/ສພຊ, ລົງວັນທີ 21 ພະຈິກ 2025. ມາຮອດເວລານີ້ ກໍໄດ້ເນັ້ນໜັກໃສ່ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ ເປັນວຽກນໍາໜ້າ ຜ່ານພາຫະນະສື່ມວນຊົນ ໃນຮູບແບບຂອງລະຄອນສັ້ນ, ສະປອດ, ບົດເພງ, ຂັບ-ລໍາ, ຕິດປ້າຍຄໍາຂວັນທີ່ມີເນື້ອໃນ ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດ ຊຶ່ງເປັນເຄື່ອງມືສໍາຄັນ ໃຫ້ແກ່ການເຮັດວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນ ລາວບັນດາເຜົ່າ ໄດ້ຊົມ, ໄດ້ຟັງ, ໄດ້ອ່ານ ຈຶ່ງຕີລາຄາໄດ້ວ່າ ພົນລະເມືອງລາວພວກເຮົາ ແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ການສ້າງຄວາມ ເຂັ້ມແຂງທົ່ວປວງຊົນ ທີ່ເລີ່ມຕົ້ນຈາກສະຖາບັນຄອບຄົວ, ຊຸມຊົນ, ບ້ານ, ພາກລັດ, ເອກະຊົນ ຕ້ອງໄດ້ເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນແຮງຍູ້ທີ່ສໍາຄັນ ໃນການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ໃກ້ຊິດຕິດແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງດ້ວຍຫລາຍວິທີ ທີ່ເປັນລະບົບ, ຮັບປະກັນດ້ານການເມືອງ, ກົດໝາຍວິຊາສະເພາະທີ່ກ່ຽວຂ້ອງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ເຂດພູດອຍ ຫັນໄປປະກອບອາຊີບໃໝ່ ແລະ ມີອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນພືດທີ່ມີສານເສບຕິດ ເຊັ່ນ: ການສົ່ງເສີມລ້ຽງສັດ, ປູກພືດເປັນສິນຄ້າ ສາມາດຈໍາໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງຕໍ່ເນື່ອງ; ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ຢ່າງມີປະສິດທິພາບ, ເຮັດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດ ໄດ້ກັບຄືນເປັນພົນລະເມືອງດີ ຂອງສັງຄົມ ແລະ ຄອບຄົວ.

ພ້ອມກັນນີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນຮ່ວມກັນປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງຕາແສງ-ບ້ານ ໃຫ້ເປັນຫົວໜ່ວຍພັດທະນາໂດຍໄດ້ ສ້າງສໍານັກງານອົງການ, ຕາແສງ-ບ້ານ, ສະຖາບັນການສຶກສາ, ໂຮງຮຽນ, ຫົວໜ່ວຍການຜະລິດ, ການບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດ ປອດຈາກຢາເສບຕິດເພີ່ມຂຶ້ນໃນແຕ່ລະປີ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ໃນການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳຜິດ. ໃນປີນີ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫລາຍກໍລະນີ, ພ້ອມທັງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການຕິດຕາມກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ອາວຸດເສິກ, ຊັບສິນ, ວັດຖຸມີຄ່າ, ສານເຄມີຕັ້ງຕົ້ນຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ຈະນໍາ ໄປຜະລິດເປັນຢາເສບຕິດໄດ້ເປັນຈໍານວນຫລວງຫລາຍ. ສິ່ງສຳຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top