ວິທີຊີວິດ ແລະ ຄວາມເຊື່ອຖື ຂອງຊົນເຜົ່າຮາຍີ

02/07/2026 13:31
Email Print 281
ຂປລ ຂປລ. ຊົນເຜົ່າຮາຍີ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ທີ່ມີວັດ ທະນະທຳ ແລະ ຂະນົບທຳນຽມປະເພນີອັນເປັນເອກະລັກ. ປັດຈຸບັນ ຊາວຮາຍີ ໃນ ສປປ ລາວ ອາໄສຢູ່ໃນ 5 ບ້ານ ຂອງເມືອງຍອດອູ ແຂວງຜົ້ງສາລີ ປະກອບມີ ບ້ານຊີເປີຈ້າຍ, ບ້ານຊີເກົ່າໂຮ, ບ້ານຊີທົ່ງປ່າເກົ່າ, ບ້ານສີວິໄລ ແລະ ບ້ານຊີທົ່ງປ່າໃໝ່ (ບ້ານຕຳໂຮແປນ).

ຂປລ. ຊົນເຜົ່າຮາຍີ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ທີ່ມີວັດ ທະນະທຳ ແລະ ຂະນົບທຳນຽມປະເພນີອັນເປັນເອກະລັກ. ປັດຈຸບັນ ຊາວຮາຍີ ໃນ ສປປ ລາວ ອາໄສຢູ່ໃນ 5 ບ້ານ ຂອງເມືອງຍອດອູ ແຂວງຜົ້ງສາລີ ປະກອບມີ ບ້ານຊີເປີຈ້າຍ, ບ້ານຊີເກົ່າໂຮ, ບ້ານຊີທົ່ງປ່າເກົ່າ, ບ້ານສີວິໄລ ແລະ ບ້ານຊີທົ່ງປ່າໃໝ່ (ບ້ານຕຳໂຮແປນ). ນອກຈາກນັ້ນ, ຍັງມີບາງຄອບຄົວໄດ້ຍົກຍ້າຍໄປອາໄສຢູ່ບ້ານໂນນສະຫວ່າງ ເມືອງບຸນເໜືອ.

ຊົນເຜົ່າຮາຍີ ຕັ້ງບ້ານເຮືອນຢູ່ຕາມພູດອຍ ແລະ ເປັນເຂດຫ່າງໄກຈາກຊຸມຊົນ, ເປັນຊົນເຜົ່າທີ່ ຈັດເຂົ້າໃນໝວດພາສາຈີນ-ຕີເບດ. ຕາມປະຫວັດຄວາມເປັນມາໃຫ້ຮູ້ວ່າ: ເຂົາເຈົ້າໄດ້ເຄື່ອນຍ້າຍຈາກ ແຂວງຢູນນານ ສປ ຈີນ ຍ້າຍໄປຢູ່ ແຂວງໄລເຈົາ ສສ ຫວຽດນາມ ແລະ ກ່ອນໜ້ານີ້ປະມານ 200 ກວ່າປີພວກເຂົາຈຶ່ງອອກຈາກແຂວງໄລເຈົາ ສສ ຫວຽດນາມ ແລະ ອີກຈໍານວນໜຶ່ງມາຈາກ ເມືອງຈ່ຽງເຊີນ ນະຄອນ ພູເອີ ແຂວງຢູນນານ ສປ ຈີນ ເຂົ້າມາຕັ້ງຖິ່ນຖານພູມລໍາເນົາຢູ່ເມືອງຍອດອູ ໃນເຂດສາມຫລ່ຽມຊາຍແດນ ລາວ-ຈີນ-ຫວຽດນາມ.

ຊົນເຜົ່າຮາຍີ ມີຫລາຍຊື່ເອີ້ນ ເຊັ່ນ: ອູນິ, ຊາອູນີ ແລະ ຮາຍີແຕ່ຊື່ທີ່ໃຊ້ໃນທາງລັດຖະການປັດຈຸບັນແມ່ນ: ຮາຍີ ຊຶ່ງປະກອບມີຫລາຍຊິງ ເຊັ່ນ: ລາວຊົງ, ລາວລີ, ລາວຢາງ, ລາວວາງ, ລາວເຊີນ, ລາວເຕົ່າ, ລາວຈ່າງ, ລາວໂລຄ້າຍຄືກັນ ກັບ ເຜົ່າຫໍ້, ເຜົ່າອາຄາ.

ແຕ່ສະໄໝບູຮານ ຊົນເຜົ່າຮາຍີ ຢືດຖືອາຊີບຖາງປ່າເຮັດໄຮ່ປູກເຂົ້າ ແລະ ເຮັດສວນປູກພືດຜັກຫລາຍຊະນິດເຊັ່ນ: ປູກອ້ອຍ, ສາລີ, ຖົ່ວຂຽວ, ປູກຝິ່ນ, ຖົ່ວເຫລືອງ, ຖົ່ວດິນ ແລະ ພືດລົ້ມລຸກອື່ນໆ. ພ້ອມກັນນັ້ນ, ເຂົາເຈົ້າຍັງມີມູນເຊື້ອໃນການລ້ຽງສັດ ປະເພດຕ່າງໆເຊັ່ນ: ລ້ຽງຄວາຍ,ງົວ, ໝູ, ໝາ ແລະ ສັດປີກ, ພ້ອມນັ້ນຜູ້ຊາຍຍັງມີມູນເຊື້ອໃນວິຊາຫັດຖະກຳຈັກສານ ແລະ ຕີເຫລັກເພື່ອເຮັດເຄື່ອງໃຊ້ໃນຄອບຄົວ ແລະ ເຄື່ອງມືການຜະລິດ, ສ່ວນແມ່ຍິງມີຄວາມອຽດອ່ອນໃນວິຊາຕຳຫູກ ເພື່ອເຮັດເຄື່ອງນຸ່ງຫົ່ມ ຊຶ່ງມີລັກສະນະກຸ້ມຕົນເອງ. ຊົນເຜົ່ານີ້ຈະຕັ້ງຖິ່ນຖານຕາມພູດອຍ ແລະ ດຳລົງຊີວິດໃກ້ຊິດກັບທຳມະຊາດ. ກ່ອນຈະສ້າງບ້ານເຮືອນ ຈະມີພິທີເລືອກພື້ນທີ່ຕາມຄວາມເຊື່ອທີ່ສືບທອດມາແຕ່ບູຮານ. ຮູບແບບຄອບຄົວເປັນລະບົບບິດາເປັນໃຫຍ່ ໂດຍຜູ້ອາວຸໂສໃນວົງຕະກຸນເປັນຜູ້ຖ່າຍທອດປະຫວັດຄວາມເປັນມາ ແລະ ລຳດັບເຊື້ອສາຍໃຫ້ລູກຫລານຮັບຮູ້. ນັບແຕ່ອະດີດຈົນຮອດປັດຈຸບັນ ຊົນເຜົ່າຮາຍີ ໄດ້ມີປະເພນີໃນການຕັ້ງບ້ານ ແລະ ເຮືອນ ຄື: ກ່ອນຈະປຸກເຮືອນເຂົາເຈົ້າໄດ້ຂຸດຂຸມເລິກປະມານ 30-50 ເຊັນ ແລ້ວເອົາເຂົ້າສານ 3 ເມັດ ໃສ່ຂຸມເອົາຖ້ວຍອັດໄວ້ປະມານ 20-30  ນາທີ ຈຶ່ງໄຂເບິ່ງ, ຖ້າເຂົ້າສານຍັງຢູ່ສະພາບເດີມແມ່ນຕັ້ງເຮືອນໄດ້. ສຳລັບມື້ຕັ້ງເຮືອນແມ່ນມື້ຄູ່ ແລະ ເປັນມື້ສັນວັນດີຂອງຄອບຄົວນັ້ນເອງ, ຄົນຮາຍີ ມີຄວາມນິຍົມປຸກເຮືອນຕິດດິນຍາວປະມານ 5-6 ແມັດ, ກວ້າງ 4-8 ແມັດ, ຫລັງຄາບໍ່ຊັນ ແລະ ບໍ່ເນີນເກີນໄປ, ມຸງດ້ວຍຫຍ້າຄາ, ແອ້ມດ້ວຍການເອົາດິນຕຳໃສ່. ສ່ວນການຈັດແບ່ງຫ້ອງນອນແມ່ນອີງຕາມຈຳນວນສະມາຊິກໃນຄອບຄົວ. ພ້ອມນັ້ນ ກໍມີຂໍ້ຫ້າມ ແລະ ການຄະລຳພາຍໃນຫ້ອງນອນເປັນຕົ້ນ: ລູກໄພ້ບໍ່ໄດ້ເຂົ້າຫ້ອງນອນປູ່, ຍ່າ, ຍົກເວັ້ນມີການເຈັບປ່ວຍ. ກໍລະນີເຂົ້າຫ້ອງນອນບໍ່ໄດ້ຮັບອະນຸຍາດ ຈະຖືກປັບໄໝດ້ວຍເຄື່ອງ 3 ເຊັ່ນ: ໝູ 3 ກຳ 1 ໂຕ, ເຫລົ້າ 3 ລິດ, ເງິນ 3 ໝັນ ຫລື ຄົນນອກເຂົ້າຈະຖືກປັບໄໝເຊັ່ນກັນ ແລະ ເງິນຈະຄູ 2 ເປັນ 6 ໝັນ ເພື່ອແປງຜີເຮືອນ ແລະ ກໍລະນີເຄື່ອງເສຍຈະຕ້ອງທົດແທນຄືນເທົ່າກັບລາຄາເຄື່ອງທີ່ເສຍໄປນັ້ນ.

        ແນວໃດກໍຕາມ, ການນຸ່ງຖືຂອງຊົນເຜົ່ານີ້ ໄດ້ມີເຄື່ອງນຸ່ງຫົ່ມ, ເອ້ຢ້ອງທີ່ເປັນເອກະລັກອັນສະເພາະຂອງຕົນ ຄື: ຜູ້ຊາຍນຸ່ງໂສ້ຂາກວ້າງ, ຂາທຳມະດາ ສາມາດພັບໄດ້ ສີດຳຍ້ອມດ້ວຍນ້ຳນິນ, ໃສ່ເສື້ອແຂນຍາວສີດຳມີຖົງຢູ່ໜ້າເອິກ, ມີຜ້າສີດຳຍາວປະມານ 2-3 ວາ ໄວ້ຄຽນຫົວ, ໃສ່ສາຍແອວທີ່ມີຄວາມຍາວ 2-3 ວາ, ໃສ່ປອກແຂນທີ່ເຮັດດ້ວຍເງິນ. ສ່ວນແມ່ຍິງນຸ່ງສິ້ນສີດຳແຄບດ້ວຍຫລາຍສີ, ມີຜ້າພັນແຄ່ງ, ຫົ່ມເສື້ອແຂນສັ້ນ, ແຂນຍາວສີດຳຄໍມົນ, ແຂນເສື້ອກ່ານດ້ວຍຫລາຍສີ, ມີຜ້າແພຄຽນຫົວປະດັບດ້ວຍເງິນບີ້, ມີສາຍແອວທີ່ເຮັດເປັນລວດລາຍຕ່າງໆ, ສຳລັບເຄື່ອງເອ້ຢ້ອງນັ້ນມີປອກແຂນ, ປອກຄໍ, ບ່ອງຫູໃສ່ຕ້າ, ຈົ່ງຜົມຍາມແລ້ວຝັ້ນ (ເປຍ) ເອົາຄຽນຫົວໄວ້ ເພື່ອຈະໄດ້ເອົາຜ້າປົກຫົວໃຫ້ສະບາຍ ແລະ ແໜ້ນດີ. ນອກຈາກນີ້, ຍັງມີຄວາມເຊືື່ອຖືເຄົາລົບບູຊາ ໃນເລື່ອງສິ່ງສັກສິດທັງປວງເຊັ່ນ: ຜີບັນພະບູລຸດ, ຜີພໍ່ແມ່, ຜີບ້ານ, ດັ່ງນັ້ນ ໃນຮອບວຽນຂອງປີໜຶ່ງໆ ເຂົາເຈົ້າຈຶ່ງໄດ້ຈັດງານບຸນ ແລະ ພິທີກຳທາງດ້ານຕ່າງໆເຊັ່ນ: ພິທີກຳໃນການຊອກສະຖານທີ່ຕັ້ງບ້ານ, ເຮືອນ, ຂຶ້ນເຮືອນໃໝ່, ຮຽກຂວັນເຂົ້າ, ກ່ອນຈະກ່ຽວກເຂົ້າ. ນອກນັ້ນ, ຍັງມີພິທີກຳບະຜີບ້ານ ຊຶ່ງເຂົາເຈົ້າຈະຈັດຂຶ້ນໃນເດືອນ 6 ຂອງທຸກໆປີ ດ້ວຍການຂ້າໝູ, ເຂົ້າສຸກ, ເຫລົ້າ ຖວາຍຜີຢູ່ເໜືອບ້ານບ່ອນທີ່ໄດ້ກຳນົດໄວ້. ສ່ວນບຸນໃຫຍ່ທີ່ສຳຄັນນັ້ນຄື: ບຸນກິນຈຽງ, ກິນຊີ້ນໝູ, ດື່ມເຫລົ້າຊຸນແຊວຕະຫລອດ 3-5 ວັນ/ຄືນ ແລະ ເັນອັນຈົບພິທີ. ຄຽງຄູ່ກັນນັ້ນ, ເຂົາເຈົ້າຍັງມີປະເພນີໃນການແຕ່ງດອງ, ຊາຍໜຸ່ມຍິງສາວນັບແຕ່ອາຍຸ 18 ຂຶ້ນໄປແມ່ນມີສິດໃນການຊອກຫາຄູ່ຄອງຂອງຕົນ ຫລື ພໍ່ແມ່ ເປັນຜູ້ຫາໃຫ້, ສິ່ງທີ່ສຳຄັນແມ່ນເກີດປີດຽວກັນເອົາກັນບໍ່ໄດ້ເຊັ່ນ: ປີເສືອກັບປີເສືອ ແລະ ປີອື່ນໆ. ສ່ວນຄ່າດອງ ແມ່ນມີໝູ 50-80 ກິໂລ, ເຫລົ້າ 30-80 ລິດ,​ຄ່າດອງ (ເງິນຄ່າຫົວ) 30-50 ຫລຽນ, ຄ່ານ້ຳນົມແພ 2 ວາ, ເຂົ້າຈີ່ ແລະ ໄກ່ ໃຫ້ຍາດຕິພີ່ນ້ອງຊັ້ນຈຳ, ເຂົ້າຈີ່ຄົນລະຄູ່, ໄກ່ຄົນລະໂຕໃຫ້ຝ່າຍຍິງ. ກ່ອນການແຕ່ງດອງທັງສອງຝ່າຍຕົກລົງກັນຈະຢູ່ເຮືອນນຳພໍ່ແມ່ເມຍ ຫລື ຢູ່ເຮືອນນຳພໍ່ແມ່ຂອງຕົນແລ້ວແຕ່ເງ່ືອນໄຂຂອງສອງຝ່າຍຕົກລົງເປັນເອກະພາບກັນ.

        ນອກຈາກນີ້, ດ້ານສິລະປະວັນນະຄະດີ ໄດ້ມີກອນຂັບ,​ກອນລຳ, ຂັບລຳໂປມາ, ບົດກາວີ, ບົດຟ້ອນ, ບົດເພງ ທີ່ໃຊ້ໄວ້ຮ້ອງໃນເວລາແຕ່ງດອງ, ເວລາມີການໄຫວບຸນ ແລະ ປະເພດເຄື່ອງດົນຕ່ປະກອບມີ ຂຸ່ຍ, ປີ່, ມູຕູ, ຕີຮີເຕີນ ແລະ ນິທານພື້ນເມືອງທີ່ສ່ອງແສງເຖິງການດຳລົງຊີວິດຂອງຕະກຸນ ແລະ ເຊື້ອສາຍລາຍລ່ອງຂອງແຕ່ລະເຊັ່ນຄົນໃນອະດີດຕະການ. ສຳລັບພາສາປາກເວົ້າແມ່ນມີພາສາປາກເວົ້າເປັນອັນສະເພາະຂອງຊົນເຜົ່າຕົນ, ຄ້າຍຄືກັນກັບພາສາຂອງຊົນເຜົ່າ ສີລາ, ອາຄາ ແລະ ໂລໂລ, ຈັດເຂົ້າໃນໝວດພາສາ ຈີນ-ຕີເບດ, ສາຂາຕີເບດ-ມຽນມາ ແລະ ຍັງສາມາດເວົ້າພາສາຊົນເຜົ່າ ລື້, ໄທເໜືອ, ສີລາ, ອາຄາ ຊຶ່ງມີຄວາມສະດວກໃນການສື່ສານແລກປ່ຽນສິນຄ້າ ແລະ ວັດທະນະທຳລະຫວ່າງຊົນເຜົ່າດ້ວຍກັນ, ແຕ່ບໍ່ມີຕົວໜັງສືຂຽນ.

ປັດຈຸບັນ ເຖິງວ່າສັງຄົມຈະປ່ຽນແປງໄປຫລາຍ ແຕ່ຊົນເຜົ່າຮາຍີ ຍັງສືບທອດພາສາ, ວັດ ທະນະທຳ, ຮີດຄອງປະເພນີ ແລະ ພິທີກຳດັ້ງເດີມຂອງຕົນໄວ້. ສິ່ງເຫລົ່ານີ້ບໍ່ພຽງແຕ່ສະທ້ອນເຖິງເອກະລັກຂອງຊົນເຜົ່າຮາຍີເທົ່ານັ້ນ,ແຕ່ຍັງເປັນສ່ວນສຳຄັນຂອງຄວາມຫລາກຫລາຍທາງວັດທະນະທຳ ແລະ ເປັນທຶນ ຮອນດ້ານການທ່ອງທ່ຽວວັດທະນະທຳຂອງແຂວງຜົ້ງສາລີ ໃຫ້ໄດ້ຮັບການອະນຸລັກ ແລະ ສືບສານສູ່ຄົນຮຸ່ນຫລັງຕໍ່ໄປ.
KPL

ຂ່າວອື່ນໆ

ads
ads

Top