ຄະນະສື່ມວນຊົນລາວ ຢ້ຽມຢາມ ເຂດເສດຖະກິດພິເສດສາມຫລ່ຽມຄໍາ

12/12/2024 18:07
Email Print 458
ຂປລ ຂປລ. ຄະນະສື່ມວນຊົນລາວ ຮ່ວມກັບ ອົງການອຸຍນີເຊບ ປະຈໍາລາວ ຢ້ຽມຢາມ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນວັນທີ 11 ທັນວາ 2024 ນໍາໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນໂອກາດ ສະຫລອງການສ້າງຕັ້ງໜ້າເພຈເຟສບຸກ ມີເດຍລາວ ຄົບຮອບ 9 ປີ ໂດຍບັນດາສື່ມວນຊົນ ໄດ້ລົງ ເຄື່ອນໄຫວເກັບກໍາຂໍ້ມູນຕົວຈິງກ່ຽວກັບ ການພັດທະນາຢູ່ເຂດດັ່ງກ່າວ ເພື່ອເອົາເຜີຍໃນໜ້າເພຈເຟສບຸກ ແລະ ຊ່ອງທາງຕ່າງໆ ໃນສື່ຂອງຕົນ.




ຂປລ. ຄະນະສື່ມວນຊົນລາວ ຮ່ວມກັບ ອົງການອຸຍນີເຊບ ປະຈໍາລາວ ຢ້ຽມຢາມ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນວັນທີ
11 ທັນວາ 2024 ນໍາໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນໂອກາດ ສະຫລອງການສ້າງຕັ້ງໜ້າເພຈເຟສບຸກ ມີເດຍລາວ ຄົບຮອບ 9 ປີ ໂດຍບັນດາສື່ມວນຊົນ ໄດ້ລົງ ເຄື່ອນໄຫວເກັບກໍາຂໍ້ມູນຕົວຈິງກ່ຽວກັບ ການພັດທະນາຢູ່ເຂດດັ່ງກ່າວ ເພື່ອເອົາເຜີຍໃນໜ້າເພຈເຟສບຸກ ແລະ ຊ່ອງທາງຕ່າງໆ ໃນສື່ຂອງຕົນ.
ທ່ານ ຄຳສະແຫວງ ວິໄລພົງ  ຮອງຫົວໜ້າອົງການຄະນະຄຸ້ມຄອງບໍລິຫານ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ໃຫ້ຮູ້ ວ່າ: ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ມາຮອດປັດຈຸບັນ, ຄາດຄະ ເນມີການລົງທຶນທັງໝົດປະມານ 5.000 ລ້ານກວ່າໂດລາສະຫະລັດ. ໃນນັ້ນ, ຜູ້ພັດທະນາ ກໍຄື ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ປະມານ 3.000 ລ້ານກວ່າໂດລາສະຫະລັດ, ການລົງທຶນຂອງລັດຖະບານມີ 2 ໂຄງການຄື: ໂຄງການກໍ່ສ້າງທາງເບຕົງ ແຕ່ບ້ານນໍ້າເກິ່ງໃໝ່ ຫາ ບ້ານມອມ ໄລຍະ 46,6 ກິໂລແມັດ ແລະ ໂຄງການຕ້ານຕະຝັງເຈື່ອນແຄມຂອງ ໄລຍະ 7 ກິໂລແມັດ ເຊິ່ງມີມູນຄ່າລວມ 65 ລ້ານໂດລາ ສະຫະລັດ, ນອກນັ້ນ ແມ່ນການລົງທຶນຂອງນັກລົງທຶນອື່ນໆ ແລະ ຜູ້ປະກອບການທຸລະກິດລາຍ ຍ່ອຍ.




ທ່ານ ຄຳສະແຫວງ ວິໄລພົງ ຍັງໃຫ້ຮູ້ອີກວ່າ: ບັນດາໂຄງການ ແລະ ກິດຈະການໃນຊຸມປີຕໍ່ໜ້າ ມີຄື: ໂຄງການກໍ່ສ້າງອາຄານດ່ານສາກົນຫລັງໃໝ່ ເຊິ່ງໄດ້ສໍາເລັດ ແລະ ຈະເປີດນໍາໃຊ້ໃນໄວໆນີ້
, ການລົງທຶນກໍ່ສ້າງໂຮງໝໍຂະໜາດໃຫຍ່ 17 ຊັ້ນ ມີ 500 ກວ່າຕຽງ, ປັດຈຸບັນສໍາເລັດປະມານ 30%, ໂຄງການກໍ່ສ້າ ງ ໂຮງຮຽນຊັ້ນອະນຸບານ ແລະ ສາມັນສຶກສາພາກຂະຫຍາຍສໍາເລັດປະມານ 50%, ການຂະຫຍາຍລະບົບຕາໜ່າງໄຟຟ້າ, ນໍ້າປະປາ, ຫົນທາງ, ການຂົນສົ່ງ, ສວນສາທາລະນະ ແລະ ຖະ ໜົນແຄມຂອງ, ໂຮງແຮມລະດັບ 5 ດາວ 3 ແຫ່ງ ແລະ ລະດັບ 4 ດາວຈໍານວນໜຶ່ງ, ຕະຫລາດ ວັດທະນະທໍາ ແລະ ອາພາດເມັນ, ເຮືອນວິນລ້າ, ສວນພຶກສາ, ສວນສັດ, ສະໜາມກ໊ອຟເທິງພູ ຂະໜາດ 36 ຂຸມ, ໂຄງການກໍ່ສ້າງພະເຈົ້າໃຫຍ່, ວັດ ແລະ ຫໍພິພິທະພັນ, ການບໍລິການທ່ອງທ່ຽວ ຕາມລໍານໍ້າຂອງ, ໂຮງງານອຸດສາຫະກໍາເບົາ, ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາ ແລະ ໂຄງການ ກະສິກໍາອື່ນໆ, ປັດຈຸບັນກໍ່ມີນັກລົງທຶນ ໄດ້ລົງທຶນສ້າງ ຟາມໄກ່ຂະໜາດໃຫຍ່.




ນັບແຕ່ ປີ
2007 ເປັນຕົ້ນມາ ໄດ້ດຶງດູດນັກລົງທຶນມາຂຶ້ນທະບຽນວິສາຫະກິດ, ມາຮອດປັດ ຈຸບັນ, ມີຫົວໜ່ວຍທຸລະກິດ ທີ່ຍັງເຄື່ອນໄຫວທັງໝົດ 2.459 ຫົວໜ່ວຍ, ມີທຶນຈົດທະບຽນ 1.435 ລ້ານ ໂດລາສະຫາລັດ. ໃນນີ້, ບໍລິສັດ 331 ບໍລິສັດ ແລະ ຈຸນລະວິສາຫະກິດມີ 2.128 ຫົວໜ່ວຍ
ໃນໂອກາດນີ້, ຄະນະສື່ມວນຊົນລາວ ຍັງໄດ້ທ່ຽວຊົມສະຖານທີີ່ຕ່າງໆ ໃນເຂດເສດຖະກິດ ພິເສດສາມຫລ່ຽມຄໍາ ເປັນຕົ້ນ ໂຮງແຮມດອກງິ້ວຄໍາ, ດ່ານສາກົນສາມຫລ່ຽມຄໍາ, ແຫລ່ງທ່ອງທ່ຽວ ວັດທະນະທໍາດອນຊາວ, ຫ້ອງວາງສະແດງຕໍ່ຕ້ານຢາເສບຕິດ, ສວນສະນຸກມະຫັດສະຈັນ, ປ່າແຫ່ງ ຄວາມຫລອນ, ບໍລິສັດກະສິກຳເຂດເສດຖະກິດສາມຫລ່ຽມຄໍາ ເຊິ່ງມີຟາມງົວ, ຟາມປູກຜັກເຮືອນຮົ່ມ ແລະ ໄປກາບໄຫວ້ພະເຈົ້າອົງຫລວງ ຢູ່ວັດທອງທິບພັດທະນາລາມ ບ້ານໃຫຍ່ຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ຕື່ມອີກ
ຂ່າວ: ວີລະວັນ, ພາບ: ເຂດເສດຖະກິດພິເສດສາມຫລ່ຽມຄໍາ

KPL

ຂ່າວອື່ນໆ

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

    • ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

      1/20/2025 3:11:44 PM

      ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

    • ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນວັດທະນະທຳ-ສັງຄົມ

      ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນ

      1/20/2025 2:10:43 PM

      ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມ ກິດຈະກຳສະເຫລີມສະ ຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງວັນທີ 18-19 ມັງກອນ 2025 ແບບບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບລາງວັນ ຈາກສູນວັດທະນະທຳຈີນ.

    • ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025ວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

      1/20/2025 1:46:37 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

ads
ads

Top